ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫົວໜ້າ​ກົມ​ໃຫຍ່​ເຕັກນິກ ລົງ​ກວດກາ​ພາຫະນະ​ເຕັກນິກ​ ຢູ່​ກອງພັນ 565


    ວັນ​ທີ 20 ທັນວາ 2022 ນີ້, ສະຫາຍ ພົນ​ຕີ ປະສິດ ທ່ຽງ​ທຳ ຫົວໜ້າ​ກົມ​ໃຫຍ່​ເຕັກນິກກອງ ທັບ, ມີ​ສະຫາຍ ພັນ​ໂທ ບຸນທຽມ ພີມ​ພາ​ສີງ ຮອງ​ຫ້ອງ​ ເຕັກນິກກອງ​ພົນ​ທີ 5 ໄດ້​ລົງ​ກວດກາພາຫະນະເຕັກນິກ​ ຢູ່​ກອງພັນ 565 ທີ່​ຂຶ້ນ​ກັບກອງ​ພົນ​ທີ 5, ເນື່ອງໃນ​ໂອກາດ​ຊົມເຊີຍ​ວັນຊາດ​ ທີ 2 ທັນວາ ຄົບຮອບ 47 ປີ ທີ່​ຜ່ານ​ມາ, ໂດຍ​ການ​ຕ້ອນຮັບ​ຂອງ ​ສະຫາຍ ພັນ​ໂທ ສົມ​ປອງ ວົງ​ສີ​ທອງ ຫົວໜ້າ​ການ​ທະຫານ ​ກອງພັນ 565 ພ້ອມ​ຄະນະ.

     ສະຫາຍ ພັນໂທ ສົມ​ປອງ ວົງ​ສີ​ທອງ ໄດ້​ລາຍ​ງານ​ຫຍໍ້​ກ່ຽວ​ກັບ​ຜົນງານ, ສະພາບ​ການ​ລວມ​ຂອງ​ພາຫະນະ​ໃນ​ກົມ​ກອງ ເຊິ່ງ​ພະນັກງານ-ນັກຮົບ​ໃນ​ກົມ ​ ກອງໄດ້​ເອົາໃຈໃສ່​ບົວລະບັດ​ຜັດ​ເຊັດພາຫະນະ​ເຕັກນິກໃນ​ໄລຍະ​ຜ່ານ​ມາ​ແມ່ນ​ສາມາດ​ຮັບປະກັນ ແລະ ກຽມພ້ອມ​ຮັບ​ໃຊ້​ສະໜາມໄດ້​ຢ່າງ​ມີ​ປະສິດ​ຕະ​ພາບ.

     ຈາກ​ຜົນງານ​ດັ່ງກ່າວ ສະຫາຍ ພົນ​ຕີ ປະສິດ ທ່ຽງ​ທຳ ໄດ້​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ​ຕໍ່​ຜົນງານ​ດັ່ງກ່າວ ທີ່​ກົມ​ກອງ​ຍາດ​ມາ​ໄດ້ໃນ​ໄລຍະ​ຜ່ານ​ມາ ທັງ​ ໄດ້​ເນັ້ນ​ໜັກ​ໃຫ້​ສືບຕໍ່​ເອົາໃຈໃສ່​ຮັກສາ​ບົວລະບັດ​ຜັດ​ເຊັດພາຫະນະ​ເຕັກນິກໃຫ້​ໄດ້​ດີ​ໃນຕໍ່ໜ້າ ແລະ ໄດ້​ເນັ້ນ​ໜັກ​ໃຫ້​ຄະນະ​ພັກ-ຄະນະ​ບັນຊານຳ​ເອົາ​ເນື້ອ​ໃນ ​ຈິດໃຈ​ໃນ​ການ​ສ້າງ​ກົມ​ກອງ ກໍ​ຄື​ກອງທັບ​ໃຫ້​ມີ​ຄວາມ​ເຂັ້ມແຂງ ​ໜັກ​ແໜ້ນ, ນຳ​ໃຊ້​ຄວາມ​ຮູ້​ວິຊາ​ສະເພາະ​ໃຫ້​ຖືກຕ້ອງ​ສອດຄ່ອງ, ເຮັດ​ສຳເລັດໜ້າທີ່​ ທີ່​ໄດ້​ ຮັບ​ມອບ​ໝາຍ ສ້າງ​ກົມ​ກອງ​ໃຫ້​ກາຍເປັນ​ກົມ​ກອງ​ທີ່​ມີ​ແບບແຜນ​ທັນ​ສະໄໝ.

ແຫຼ່ງທີ່ມາ: ມຸ້ຍ ຫຼວງຄຳ
ວັນທີ 22/12/2022