ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສອງ​ກະຊວງ​ປ້ອງ​ກັນ​ປະເທດ​ ລາວ-ຫວຽດນາມ ພົບ​ປະ​
ແລກປ່ຽນ​ນະໂຍບາຍ​ປ້ອງ​ກັນ​ຊາດ ​ຄັ້ງ​ທີ III


   ວັນ​ທີ 23 ມີນາ 2023 ນີ້, ສະຫາຍ ພົນ​ໂທ ຮວງ​ຊ່ວນ​ຈ່ຽນ ກຳມະການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດນາມ ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ ​ຫວຽດນາມ ພ້ອມ​ຄະນະ ໄດ້​ເດີນທາງ​ມາ​ຢ້ຽມຢາມ ແລະ ແລກປ່ຽນ​ນະໂຍບາຍ​ປ້ອງ​ກັນ​ຊາດ ຄັ້ງ​ທີ III ທີ່​ແຂວງ​ຫົວພັນ ແຫ່ງ ​ສປປ ລາວ, ໂດຍ​ການ​ຕ້ອນ ຮັບ​ຂອງສະຫາຍ ພົນ​ຕີ ວົງ​ຄຳ ພົມ​ມະກອນ ກຳມະການ​ສູນ​ກາງ​ພັກ ຮອງລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ ພ້ອມດ້ວຍ​ຄະນະ.

   ໃນ​ພິທີ​ທັງ​ສອງ​ຝ່າຍ​ໄດ້​ຜັດປ່ຽນ​ກັນ​ມີ​ຄຳ​ເຫັນ ແລະ ຕີ​ລາຄາ​ຄືນ​ຜົນງານ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ​ທາງ​ດ້ານ​ນະໂຍບາຍ​ ປ້ອງ​ກັນ​ຊາດ​ລະຫວ່າງ​ສອງ​ກອງທັບ​ລາວ-ຫວຽດນາມ ໃນ​ໄລຍະ​ຊຸມ​ປີຜ່ານມາ ແລະ ພ້ອມ​ກັນ​ວາງທິດ​ທີ່​ທາງ​ແຜນການ​ຮ່ວ​ມື​ດ່ານ​ຕ່າງໆ​ໃນ​ຊຸມ​ປີ​ຕໍ່ໜ້າ. ເຊິ່ງ​ການ​ພົບ​ປະແລກປ່ຽນ​ນະໂຍບາຍ​ປ້ອງ​ກັນ​ຊາດ​ໃນ​ຄັ້ງ​ນີ້, ເປັນ​ການ​ປະກອບສ່ວນ​ອັນ​ສຳຄັນ​ເຂົ້າ​ໃນ​ການ​ສ້າງ​ສາຍ​ພົວພັນ​ທີ່​ເປັນ​ມູນເຊື້ອ ແລະ ການ​ຮ່ວມ ມື​ຮອບດ້ານ​ລະຫວ່າງ​ສອງ​ພັກ, ສອງ​ລັດ, ສອງ​ກອງທັບ ແລະ ປະຊາຊົນ​ສອງ​ຊາດ​ລາວ-ຫວຽດນາມ ໃຫ້​ແໜ້ນ​ແຟ້ນ​ຍິ່ງ​ຂຶ້ນ. ຈາກ​ນັ້ນ, ຍັງ​ໄດ້​ເຊັນ​ບັນທຶກ​ ຮ່ວມ​ກັນ​ເພື່ອ​ເປັນ​ບ່ອນ​ອີງ​ໃຫ້​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ການ​ຮ່ວມ​ມື​ດ້ານ​ຕ່າງໆ​ໃນຕໍ່ໜ້າ​ໃຫ້​ມີ​ຜົນສຳເລັດ.

   ຈາກ​ນັ້ນ, ຄະນະ​ຜູ້​ແທນ​ທັງ​ສອງ​ຝ່າຍ​ຍັງ​ໄດ້​ເຂົ້າ​ຮ່ວມ​ງານ​ພົບ​ປະ​ແລກປ່ຽນ​ນາຍ​ທະຫານ​ຊາຍ​ແດນ​ໜຸ່ມລະຫວ່າງ ແຂວງ​ຫົວພັນ ກັບ ແຂວງ​ເຊີນ​ລາ ແລະ ແຂວງ ແທງ​ຮວ່າ ​ສສ ຫວຽດນາມ, ພ້ອມ​ທັງ​ຮັບ​ຊົມ​ການສະແດງ​ສິລະປະວັນນະຄະດີ ແລະ ໂອ້​ລົມ​ໃຫ້​ທິດ​ຊີ້​ນຳ​ຕໍ່​ງານ​ພົບ​ປະ​ທານນາຍທະຫານໜຸ່ມ​ຊາຍ​ ແດນ​​ຕື່ມ​ອີກ.

ແຫຼ່ງທີ່ມາ:ເພັດ ສົມນໍວັນ
ວັນທີ 24/03/2023