ຄະນະຜູ້ແທນຂັ້ນສູງ ສ ຣັດເຊຍ ຢ້ຽມຢາມ ສປປ ລາວ
ໂດຍຕອບສະຫນອງຕາມການເຊື້ອເຊີນຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານ
ປະເທດ ແຫ່ງ ສປປ ລາວ,ຄະນະຜູ້ແທນຂັ້ນສູງຂອງພັກຣັດເຊຍເອກພາບ ນໍາໂດຍ ສະຫາຍ ດີມີຕຣີ ເມັດເວເດັບ ປະທານພັກຣັດເຊຍເອກະພາບ, ຮອງປະທານ
ສະພາຄວາມຫມັ້ນຄົງເເຫ່ງສະຫະພັນຣັດເຊຍ ພ້ອມດ້ວຍຄະນະ ໄດ້ມາເຄື່ອນໄຫວຢ້ຽມຢາມ ເເລະ ເຮັດວຽກຢູ່ ສປປ ລາວ ໃນວັນທີ 23ພຶດສະພາ ການພົວ
ພັນ ລາວ-ຣັດເຊຍແມ່ນສືບຕໍ່ມາແຕ່ການພົວພັນລາວ-ອະດີດສະຫະພາບໂຊວຽດ,ເຊິ່ງສອງປະເທດ ໄດ້ໃຫ້ການສະຫນັບສະຫນູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ.
ໃນໄລຍະຢູ່ຢ້ຽມຢາມ,ຄະນະຜູ້ແທນຂັ້ນສູງຂອງພັກຣັດເຊຍເອກະພາບ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍເລຂາທິການໃຫຍ່ພັກ ສປປ ລາວ.ບັນດາການນໍາ
ຝ່າຍລາວ ໄດ້ຕີລາຄາສູງຕໍ່ການມາຢ້ຽມຢາມສປປ ລາວ ຂອງຄະນະຜູ້ແທນຂັ້ນສູງພັກຣັດເຊຍເອກະພາບໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນ
ການຮັດແຫນ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຣັດເຊຍ ໃຫ້ເກີດດອກອອກຜົນຍິ່ງໆ
ຂຶ້ນ.ຝ່າຍລາວໄດ້ແຈ້ງສະພາບການທີ່ພົ້ນເດັ່ນຂອງ ສປປ ລາວ ໃນໄລຍະມໍ່ໆມານີ້ໃຫ້ຄະນະຜູ້ແທນຝ່າຍຣັດເຊຍ ຮັບຊາບ, ໂດຍສະເພາະການຈັດຕັ້ງປະຕິບັດມະ
ຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX, ໄດ້ແລກປ່ຽນບົດຮຽນໃນ
ການຊີ້ນໍາ-ນໍາພາຂອງພັກປະຊາຊົນປະຕິວັດລາວ ໃນໄລຍະທີ່ຜ່ານມາ,ແລກປ່ຽນທັດສະນະຕໍ່ສະພາບການພາກພື້ນ ແລະ ສາກົນທີ່ສອງຝ່າຍມີຄວາມສົນໃຈ.
ສະຫາຍ ດີມີຕຣີ ເມັດເວເດັບໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ການຕ້ອນຮັບອັນອົບອຸ່ນທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບຂອງບັນດາການນໍາຂັ້ນສູງຂອງພັກ
ແລະ ລັດ ເເຫ່ງ ສປປ ລາວໃນຄັ້ງນີ້, ໂດຍໄດ້ປຶກສາຫາລືກ່ຽວກັບທິດທາງການພົວພັນຮ່ວມມືລະຫວ່າງສອງພັກໃນຕໍ່ຫນ້າ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາ
ສູ່ປະ ຊາຊົນສອງປະເທດ, ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດອັນໃຫຍ່ຫຼວງຮອບດ້ານທີ່ຍາດມາໄດ້ຕະຫຼອດໄລຍະຜ່ານມາໂດຍພາຍໃຕ້ການນໍາພາອັນຖືກ
ຕ້ອງຂອງພັກ ປປ ລາວ ແລະ ສະແດງຄວາມເຊື່ອຫມັ້ນວ່າປະຊາຊົນລາວຈະສືບຕໍ່ໄດ້ຮັບຜົນສໍາເລັດອັນໃຫມ່ໃຫຍ່ຫຼວງກວ່າເກົ່າ ໃນພາລະກິດແຫ່ງການ ປົກ
ປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເຮັດໃຫ້ປະເທດຊາດມີຄວາມມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ,ສັງຄົມມີຄວາມປອງດອງ, ປະຊາທິປະໄຕ,
ຍຸຕິທໍາ ແລະ ສີວິໄລ.ໃນການຢ້ຽມຢາມຄັ້ງນີ້, ສອງພັກ ໄດ້ມີການລົງນາມໃນເອກະສານການຮ່ວມມື ລະຫວ່າງ ສອງພັກ ເເລະ ຂົງເຂດການສຶກສາຈໍານວນ ຫນຶ່ງ, ເຊິ່ງເປັນການຢໍ້າຄືນເຖິງບົດບາດຄວາມສໍາຄັນຂອງການພົວພັນລະຫວ່າງ ສອງພັກທີ່ເປັນພື້ນຖານອັນຕົ້ນຕໍໃຫ້ເເກ່ການພົວພັນຮ່ວມມື ລະຫວ່າງສອງປະ
ເທດ ລາວ-ຣັດເຊຍ. ນອກຈາກນີ້, ຄະນະຜູ້ແທນຍັງໄດ້ໄປຢ້ຽມຊົມ ເເລະ ວາງດອກໄມ້ ຢູ່ພິພິຕະພັນ ປະທານ ໄກສອນ ພົມວິຫານ ແລະ ອານຸສາວະລີນັກບິນ ທະຫານອະດີດສະຫະພາບໂຊວຽດ ຢູ່ນະຄອນຫຼວງວຽງຈັນ.
ແຫຼ່ງທີ່ມາ:ໜັງສືພິມກອງທັບ
ວັນທີ 24/05/2023