ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ບໍລິສັດ ເບ​​ສ ເທ​ເລ​ຄອມ ຈຳກັດ ມອບ​ເງິນພັນທະໃຫ້ກະຊວງປ້ອງກັນປະເທດ 12 ຕື້ກີບ


    ວັນ​ທີ 22 ທັນວາ 2022 ນີ້, ບໍລິສັດ ເບ​​ສ ເທ​ເລ​ຄອມ ຈຳກັດ ໄດ້​ມອບ​ເງິນພັນທະ ປະຈຳປີ 2022 ໃຫ້ກະຊວງປ້ອງກັນປະເທດ ຈຳນວນ 12 ຕື້​ກີບ, ໂດຍ​ການ​ເຂົ້າ​ຮ່ວມ​ເປັນ​ສັກຂີ​ພະຍານ​ຂອງ ສະຫາຍ ພົນ​ເອກ ຈັນ​ສະໝອນ ຈັນ​ຍາ​ລາດ ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ ເທດ, ກ່າວ​ມອບ​ໂດຍ ສະຫາຍ ລິດ​ທິ​ກອນ ພູມ​ມະ​ສັກ ຫົວໜ້າ​ອຳນວຍ​ການ​ໃຫຍ່ ບໍລິສັດ ເບ​​ສ ເທ​ເລ​ຄອມ ຈຳກັດ, ກ່າວ​ຮັບ​ໂດຍສະຫາຍ ພົນ​ຕີ ຈັນ​ທອງ ສອນ​ຕະ​ອາດ ຮອງ​ລັດຖະມົນຕີກະຊວງ​ປ້ອງ​ກັນ​ປະເທດ ແລະ ມີພາກສ່ວນ​ກ່ຽວຂ້ອງ​ທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມ.

     ສະຫາຍ ລິດ​ທິ​ກອນ ພູມ​ມະ​ສັກ ໄດ້​ກ່າວ​ໃຫ້​ຮູ້​ວ່າ: ການ​ມອບ​ເງິນ​ອຸປະຖຳ​ໃຫ້​ກອງທັບ​ໃນ​ຄັ້ງ​ນີ້, ເປັນ​ການ​ປະກອບສ່ວນ​ຊຸກຍູ້​ວຽກ​ງານ​ປ້ອງ​ກັນ​ຊາດ ກໍ​ຄືວຽກ​ງານວິຊາ​ສະເພາະ​ຂອງ​ກະຊວງ​ປ້ອງ​ກັນ​ປະເທດ ພ້ອມ​ທັງເປັນ​ການສະແດງ​ຄວາມ​ຂອບໃຈທີ່​ກອງທັບໄດ້​ໃຫ້ການ​ສະໜັບສະໜູນ​ຊຸກຍູ້​ຊ່ວຍ​ໜູນ ບໍລິສັດ ເບ​​ສ ເທ​ເລ​ຄອມ ຈຳກັດ ໂດຍ​ຕະຫຼອດ​ມາ.

     ສະຫາຍ ພົນ​ຕີ ຈັນ​ທອງ ສອນ​ຕະ​ອາດ ກໍ​ໄດ້​ກ່າວ​ສະແດງ​ຄວາມ​ຂອບໃຈ​ມາ​ຍັງ​ບໍລິສັດ ເບ​​ສ ເທເລ​ຄອມ ຈຳກັດ ທີ່​ໄດ້​ນຳ​ເອົາ​ວັດຖຸ​ປັດ​ໄຈ​ດັ່ງກ່າວມາ ​ປະກອບສ່ວນ​ຊ່ວຍ​ຊຸກຍູ້​ວຽກ​ງານ​ວິຊາ​ສະເພາະ​ຂອງ​ກອງທັບ ທີ່​ເປັນ​ການ​ປະກອບສ່ວນ​ອັນ​ສຳຄັນ ແລະ ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າຈະ​ນຳ​ເອົາ​ເງິນ​ຈຳນວນ​ດັ່ງ ກ່າວໄປ​ໝູນ​ໃຊ້​ເຂົ້າ​ໃນ​ວຽກ​ງານ​ຂອງ​ກອງທັບ ໃຫ້​ຖືກ​ເປົ້າ​ໝາຍ ແລະ ເກີດປະໂຫຍດ​ສູງ​ສຸດ.

ແຫຼ່ງທີ່ມາ: ແສງເດືອນ
ວັນທີ 26/12/2022