ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງພັນໃຫຍ່ 279 ຈັດກອງປະຊຸມສ່ອງແສງວຽກງານ
ຮອບດ້ານເຂດ VIII ປະຈໍາໄຕມາດ I ປີ 2023


   ວັນທີ 24 ມີນາ 2023 ນີ້, ກອງພັນໃຫຍ່ 279 ໄດ້ເປັນເຈົ້າພາບຈັດກອງປະຊຸມສ່ອງແສງວຽກງານຮອບດ້ານເຂດ VIII ປະຈໍາໄຕມາດ I ປີ 2023 ແລະ ທິດທາງແຜນການປະຈໍາໄຕມາດ II ໂດຍການເຂົ້າຮ່ວມເປັນປະທານ ຂອງສະຫາຍ ພົນຕີ ສອນທອງ ພົມລາວົງ ຄະນະປະຈຳພັກກະຊວງ, ຮອງຫົວໜ້າ ກົມໃຫຍ່ການກອງທັບ, ມີພັນເອກ ບຸນຍັງ ແກ້ວດາມສີ ເລຂາຄະນະພັກ ຫົວໜ້າການເມືອງກອງພັນໃຫຍ່ 279 ມີບັນດາກົມ, ອົງການ, ໂຮງຮຽນ, ບັນດາ ວິທະຍາຄານ, ກອງພັນໃຫຍ່ ແລະ ກົມກອງອ້ອມຂ້າງເຂົ້າຮ່ວມເຂົ້າຮ່ວມ.

   ໂອກາດນີ້ໃນນາມເຈົ້າພາບ ສະຫາຍ ພັນເອກ ບຸນຍັງ ແກ້ວດາມສີ ໄດ້ຂື້ນຜ່ານບົດສະຫຼຸບ ແລະ ຮັບສ່ອງແສງລາຍງານວຽກງານຮອບດ້ານໃນການປັບ ປຸງກໍ່ສ້າງກົມກອງ ປະຈຳໄຕມາດທີ I ແລະ ທິດທາງແຜນການປະຈໍາໄຕມາດທີ II ປີ 2023 ຂອງຄະນະພັກກອງພັນໃຫຍ່ 279, ໃນນັ້ນສະຫາຍໄດ້ຍົກໃຫ້ ເຫັນສະພາບຈຸດພິເສດ ທີ່ຕັ້ງພາລະບົດບາດໜ້າທີ່ ຂອງກອງພັນໃຫຍ່ 279 ແລະ ສັງລວມສະພາບພົ້ນເດັ່ນໃນການສ້າງຂະບວນການຕ່າງໆ, ຕີລາຄາຜົນ ໄດ້ຮັບການເຄື່ອນໄຫວເຮັດໜ້າທີ່ການເມືອງ, ການປັບປຸງກໍ່ສ້າງກົມກອງປະຈໍາໄຕມາດ I ປີ 2023 ພ້ອມວາງທິດທາງແຜນການວຽກງານໄຕມາດ II ປີ 2023 ແລະ ສືບຕໍ່ປັບປຸງແກ້ໄຂ, ປະຕິບັດຜັນຂະຫຍາຍທິດທາງແຜນການວຽກງານໄຕມາດ II ປີ 2023 ໃຫ້ປະກົດຜົນເປັນຈິງ, ພ້ອມນັ້ນແຕ່ລະກົມກອງ ຍັງໄດ້ຜັດປ່ຽນກັນ ຂື້ນສ່ອງແສງວຽງານຮອບ ດ້ານປະຈຳໄຕມາດ I ປີ 2023 ແລະ ວາງທິດທາງແຜນການວຽກງານໄຕມາດ II ປີ 2023 ຂອງແຕ່ລະກົມ ກອງອີກດ້ວຍ.

   ໃນຕອນທ້າຍກອງປະຊຸມ ສະຫາຍ ພົນຕີ ສອນທອງ ພົມລາວົງ ຍັງໄດ້ຊົມເຊີຍຕໍ່ຜົນສຳເລັດຂອງແຕ່ລະກົມກອງໃນໄລຍະ 3 ເດືອນ ຜ່ານມາ ມີອັນພົ້ນ ເດັ່ນຫລາຍດ້ານ, ເປັນຕົ້ນໄດ້ຍົກໃຫ້ເຫັນທາງດ້ານວຽກງານການສຶກສາອົບຮົມການເມືອງນຳພາແນວຄິດ ເຮັດໃຫ້ພະນັກງານ-ນັກຮົບ ໃນແຕ່ລະກົມກອງ ຂອງຕົນເຊື່ອໝັ້ນຕໍ່ການຊິ້ນໍາ-ນໍາພາຂອງຄະນະພັກຂອງຕົນ ປະຕິບັດເຮັດສຳເລັດໜ້າທີ່, ທີ່ໄດ້ມອບໝາຍຈາກຂັ້ນເທິງ, ໂດຍເຄື່ອນໄຫວ ປີ່ນອ້ອມ 4 ໜ້າ ທີ່ໃຫຍ່ 26 ແຜນງານ ຢູ່ໃນແຕ່ລະກົມກອງໃຫ້ປະກົດຜົນເປັນຈິງ, ພ້ອມນັ້ນປະທານຍັງໄດ້ເນັ້ນໜັກໃຫ້ ຄະນະພັກ-ຄະນະບັນຊາແຕ່ລະກົມກອງ, ຈົ່ງຍົກ ສູງພາລະບົດບາດເປັນເຈົ້າການໃນການຊີ້ນໍາ-ບັນຊາ, ຈັດຕັ້ງປະຕິບັດທຸກໜ້າທີ່ວຽກງານວິຊາສະເພາະໃນກົມກອງຂອງຕົນ ໃຫ້ສຳເລັດໜ້າທີ່ ທີ່ໄດ້ຮັບການ ມອບໝາຍ ແລະ ເຮັດໃຫ້ກົມກອງເຂັ້ມແຂງເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.

ແຫຼ່ງທີ່ມາ:ນ໋ອດ ແສນຈົງຮັກ.
ວັນທີ 27/03/2023