ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ບໍລິສັດ ​ອຸດົມ​ຊັບ ​ພັດທະນາ​ບໍ່​ແຮ່ ຈຳກັດ ມອບ​ເງິນ​ພັນທະ​ໃຫ້​ກະຊວງ​ປ້ອງ​ກັນ​ປະເທດ 2 ຕື້​ກີບ


    ວັນ​ທີ 26 ທັນວາ 2022 ນີ້, ບໍລິສັດ ອຸດົມ​ຊັບ​ ພັດທະນາ​ບໍ່​ແຮ່ ຈຳກັດ ມອບ​ເງິນ​ພັນທະ ປະຈຳ​ປີ 2022 ໃຫ້​ກະຊວງ​ປ້ອງ​ກັນປະເທດ ຈຳນວນ 2 ຕື້​ ກີບ, ໂດຍການ​ເຂົ້າ​ຮ່ວມ​ຂອງ ທ່ານ ພົນ​ເອກ ຈັນ​ສະໝອນ ຈັນ​ຍາ​ລາດ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ, ກ່າວ​ມອບ​ໂດຍ ທ່ານ ວັນ​ສະເຫຼີມ ທິບ​ມາ ລາ ປະທານ​ບໍລິສັດ​ ອຸດົມ​ຊັບ​ ພັດທະນາ​ບໍ່​ແຮ່ ຈຳກັດ ແລະ ກ່າວ​ຮັບ​ໂດຍ ທ່ານ ​ພົນ​ຕີ ວົງ​ຄຳ ພົມ​ມະກອນ ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ, ມີ​ ຄະນະ​ທັງ​ສອງ​ພາກສ່ວນ​ເຂົ້າ​ຮ່ວມ.

     ໂອກາດ​ນີ້, ທ່ານ ວັນ​ສະເຫຼີມ ທີບ​ມາລາ ກໍ​ໄດ້​ກ່າວ​ສະແດງ​ຄວາມ​ຂອບໃຈ​ຕໍ່​ຄະນະ​ນຳ​ກະຊວງ​ປ້ອງ​ກັນ​ປະເທດ ທີ່​ໄດ້​ໃຫ້ການ​ຊຸກຍູ້​ຊ່ວຍເຫຼືອ ແລະ ອຳ ນວຍ​ຄວາມ​ສະດວກ​ໃຫ້​ທາງ​ບໍລິສັດ​ພວກ​ເຮົາ​ໃນ​ຂຸດ​ຄົ້ນ ແລະ ຂົນສົ່ງ​ບໍ​ແຮ່. ການ​ມອບ​ເງິນ​ພັນທະ​ໃຫ້​ກະຊວງ​ປ້ອງ​ກັນ​ປະເທດ​ໃນ​ຄັ້ງ​ນີ້, ກໍເພື່ອ​ປະຕິບັດ​ ຕາມ​ສັນຍາ ແລະ ທັງ​ເປັນ​ການ​ປະກອບສ່ວນ​ຊຸກຍູ້​ໃຫ້​ກະຊວງ​ປ້ອງ​ກັນ​ປະເທດ​ນຳ​ໃຊ້​ເຂົ້າ​ໃນ​ວິຊາ​ສະເພາະ ແລະ ບໍລິຫານ​ຂອງ​ກະຊວງ​ປ້ອງ​ກັນ​ປະເທດ.

     ໂອກາດ​ດັ່ງກ່າວ ທ່ານ ພົນ​ເອກ ຈັນ​ສະໝອນ ຈັນ​ຍາ​ລາດ ກໍ​ໄດ້​ກ່າວ​ສະແດງ​ຄວາມ​ຂອບໃຈ​ຕໍ່​ປະທານ​ບໍລິສັດ ອຸດົມ​ຊັບ​ ພັດທະນາ​ບໍ່​ແຮ່ ຈຳກັດ ທີ່​ໄດ້​ ນຳເອົາ​ວັດຖຸ​ປັດ​ໄຈ​ດັ່ງກ່າວມາ​ປະກອບສ່ວນ​ຊ່ວຍ​ຊຸກຍູ້​ໃຫ້​ກອງທັບ ເພື່ອ​ເປັນ​ການ​ປະກອບສ່ວນ​ອັນ​ສຳຄັນ​ເຂົ້າ​ໃນ​ວຽກ​ງານ​ປ້ອງ​ກັນ​ຊາດ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 27/12/2022