ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫຼຸບຜົນງານການຮວ່ມມືສອງກອງທັບ ລາວ-ຣັດເຊຍ ໃນການກວດກູ້
ແລະ ທຳລາຍລະເບີດບໍ່ທັນແຕກ ເພື່ອມະນຸດສະທຳ


  ວັນທີ 26 ມີນາ 2023 ນີ້, ແຂວງຄໍາມ່ວນ ໄດ້ຈັດພິທີສະຫຼຸບຜົນງານການຮ່ວມມືກວດກູ້ ແລະ ທຳລາຍລະເບີດບໍ່ທັນແຕກເພື່ອມະນຸດສະທໍາຮ່ວມ ສອງກອງທັບ ລາວ-ຣັດເຊຍ ສົກປີ 2022-2023 ຂື້ນ, ໂດຍການເປັນປະທານຂອງ ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ຮອງລັດຖະມົນຕີກະ ຊວງປ້ອງ ກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີສະຫາຍ ວາລາດີເມຍ ກາລີນິນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມແຫ່ງສະຫະພັນລັດ ເຊຍປະຈໍາ ສປປ ລາວ, ສະຫາຍ ປອ ແກ້ວ ອຸດອນ ບຸດສິງຂອນ ຮອງເຈົ້າແຂວງໆຄໍາມ່ວນ, ມີການນໍາກະຊວງປ້ອງກັນປະເທດແຫ່ງ ສປປ ລາວ-ສ. ຣັດເຊຍ, ຫົວໜ້າຄະນະກົມຊ່າງແສງ ກໍາລັງປະກອບອາວຸດ ແຫ່ງ ສ.ຣັດເຊຍ, ຫົວໜ້າຫ້ອງການຄະນະກຳມະການຄຸ້ມຄອງແຫ່ງຊາດ, ການນໍາເມືອງນາກາຍ, ກໍາລັງ ຝ່າຍລາວ-ຣັດເຊຍ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.

   ຕະຫຼອດໄລຍະ 5 ເດືອນໃນການປະຕິບັດໜ້າທີ່ ຢູ່ເມືອງນາກາຍ ແຂວງຄໍາມ່ວນ ກຳລັງຝ່າຍລາວ ແລະ ຣັດເຊຍ ມີສຸຂະພາບແຂງແຮງດີ, ມີຄວາມສະ ຫງົບປອດໄພມີຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ມີແນວຄິດອຸ່ນອຽງທຸ່ນທ່ຽງ, ມີຄວາມຫ້າວຫັນປະຕິບັດໜ້າທີ່ ແລະ ຜ່ານຜ່າອຸປະສັກ, ກໍາລັງ ເຂົ້າປະຕິບັດໜ້າທີ່ທັງໝົດມີ 47 ສະຫາຍ ຝ່າຍລາວ 25 ສະຫາຍ ແລະ ຝ່າຍຣັດເຊຍ 22 ສະ ຫາຍ, ທັງສອງກໍາລັງແມ່ນໄດ້ເລີ່ມກວດກູ້ແຕ່ວັນທີ 24 ພະ ຈິກ 2022 ມາເຖີງວັນທີ 24 ມີນາ 2023 ກໍາລັງກອງກວດກູ້ມິນສາກົນ ກະຊວງປ້ອງກັນປະເທດ ແຫ່ງ ສ.ຣັດເຊຍ ຮ່ວມກັບກອງກວດກູ້ລະເບີດເພື່ອມະ ນຸດສະທຳ ກອງທັບປະຊາຊົນລາວ ປະຕິບັດການກວດກູ້ ລະເບີດບໍ່ທັນແຕກອອກຈາກເນື້ອທີ່ດິນປຸກສ້າງຢູ່ຂອບເຂດທີ່ຈະຂະຫຍາຍເມືອງໃໝ່ ແລະ ເຂດຈະ ສ້າງອະນຸສອນສະຖານຂອງເຈົ້າເພັດສະລາດ ສຳເລັດທັງໝົດ 30,6 ເຮັກຕາ, ສາມາດກວດກູ້ລະເບີດບໍ່ທັນແຕກໄດ້ທັງໝົດ: 162 ໜ່ວຍ, ໃນນີ້ປະເພດລະ ເບີດລູກວ່ານ ຈຳນວນ 19 ໜ່ວຍ, ລູກປືນຄົກ 14 ລູກ, ລູກປືນຊະນິດຕ່າງໆ 99 ລູກ, ລູກຈະຫຼວດ 15 ລູກ, ລູກເດກາ 82: 03 ລູກ ແລະ ແກັບລູກ ປືນຄົກ 12 ແກັບ, ເສດສະເກັດ ຈໍານວນ: 24.909 ສີ້ນສ່ວນ ແລະ ເສດໂລຫະຕ່າງໆ ຈໍານວນ 43,759 ສີ້ນສ່ວນ ແລະ ໄດ້ຮ່ວມກັບເພື່ອນຣັດເຊຍ ແລກປ່ຽນປະສົບການ ແລະ ບົດຮຽນໃນການທຳລາຍລະເບີດທີ່ກວດພົບ, ຈຳນວນລະເບີດທີ່ບໍ່ສາມາດເຄື່ອນຍ້າຍໄປທຳລາຍບ່ອນອື່ນໄດ້ ໂດຍສະເພາະ ແມ່ນລະເບີດລູກວ່ານ ຄະນະວິຊາການຂອງສອງກຳລັງໄດ້ວາງແຜນ ແລະ ທຳລາຍກັບທີ່ໃນແຕ່ລະຄັ້ງທີ່ກວດພົບ ທັງໝົດ 19 ໜ່ວຍ, ສ່ວນລະເບີດຊະນິດ ອື່ນທີ່ມີຄວາມສ່ຽງຕ່ຳແມ່ນເຄື່ອນຍ້າຍໄປທຳລາຍຢູ່ສະໜາມທຳລາຍ ຈໍານວນ 143 ໜ່ວຍ, ພ້ອມນັ້ນຍັງໄດ້ມີການມອບເນື້ອທີ່, ຄືນພື້ນທີ່ປອດໄພໃຫ້ ອົງການປົກຄອງເມືອງນຳໃຊ້ ແລະ ພັດທະນາຕາມແບບແຜນທິດທາງທີ່ວາງໄວ້ ກ່າວມອບໂດຍ ສະຫາຍ ພັນໂທ ອາເລັກຊັນເດີ ໂປຣຄູນນົບ ຫົວໜ້າຄະ ນະກວດກູ້ຝ່າຍ ຣັດເຊຍ ແລະ ກ່າວຮັບເນື້ອທີ່ ດັ່ງກ່າວໂດຍແມ່ນ ສະຫາຍ ນາງ ບົວກາ ແກ້ວມະນີ ເຈົ້າເມືອງນາກາຍ, ເນື່ອງໃນໂອກາດ ທີ່ມີຄວາມ ໝາຍຄວາມສໍາຄັນດັ່ງກ່າວ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ຕົກລົງມອບຫຼຽນໄຊພິລະອາດຫານ ຊັ້ນ lll ໃຫ້ກໍາລັງຣັດເຊຍ 15 ສະ ຫາຍ, ຫຼຽນ ກາມິດຕະພາບ 12 ສະຫາຍ, ເຈົ້າເມືອງ ເມືອງນາກາຍ ມອບໃບຍ້ອງຍໍໃຫ້ກໍາລັງຣັດເຊຍ 22 ສະຫາຍ ແລະ ກະຊວງປ້ອງກັນປະເທດແຫ່ງ ສ.ຣັດເຊຍ ຕົກ ລົງມອບຫຼຽນກາມິດຕະພາບໃຫ້ຝ່າຍລາວ 22 ສະຫາຍ.

   ໂອກາດນີ້, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາຄະນະຊີ້ນໍາ, ຄະນະຮັບຜິດຊອບພາກສະໜາມ ແລະ ພະ ນັກງານ-ນັກຮົບກວດກູ້ລະເບີດຝ່າຍ ລາວ-ຣັດເຊຍ ທຸກສະຫາຍທີ່ໄດ້ມີຄວາມເອົາໃຈໃສ່ໃນການປະຕິບັດໜ້າທີ່, ເຊີ່ງເຫັນໄດ້ວ່າຕະຫຼອດໄລຍະ 5 ເດືອນ ຜ່ານມາ ບັນດາສະຫາຍໄດ້ສຸມສະຕິປັນຍາ, ທຸ້ມເທເຫື່ອແຮງເຂົ້າໃນການປະຕິບັດໜ້າທີ່ຢ່າງບໍ່ຮູ້ອິດຮູ້ເມື່ອຍ, ມີຄວາມອົດທົນ, ບຸກບືນຜ່ານຜ່າທຸກຄວາມ ຫຍຸ້ງຍາກນາໆປະການ, ມີຄວາມຕັດສິນໃຈ ແລະ ມີຄວາມຮັບຜິດຊອບສູງໃນການປະຕິບັດໜ້າທີ່ເປັນຕົ້ນ: ເນື້ອທີ່ກວດກູ້ກວ້າງຂວາງ, ປ່າໄມ້ຕຶບໜາ, ແດດຮ້ອນອົບເອົ້າ, ວຽກງານຮັບປະກັນໃຫ້ແກ່ການປະຕິບັດໜ້າທີ່ບໍ່ພຽງພໍ, ແຕ່ດ້ວຍຄວາມເອົາ ໃຈໃສ່ຂອງຄະນະຮັບຜິດຊອບ, ຄວາມຕັ້ງໜ້າບຸກບືນຫ້າວ ຫັນຂອງບັນດາສະຫາຍວິຊາການກວດກູ້ລະ ເບີດບໍ່ທັນແຕກຂອງສອງກໍາລັງ ແລະ ການປະກອບສ່ວນ, ການສະໜັບສະໜູນໃຫ້ຄວາມຮ່ວມມືຊ່ວຍເຫຼືອ ຂອງຄະນະນໍາແຂວງຄໍາມ່ວນ, ເມືອງນາກາຍ, ປະຊາຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງທຸກພາກ ສ່ວນ ຈຶ່ງເຮັດໃຫ້ການປະຕິບັດການກວດກູ້ລະເບີດບໍ່ທັນ ແຕກລະຫວ່າງສອງກອງທັບ ລາວ-ຣັດເຊຍ ໃນຄັ້ງນີ້ ມີປະສິດທິຜົນ ແລະ ມີຜົນສໍາເລັດຢ່າງຈົບງາມ.

ແຫຼ່ງທີ່ມາ:ອະນຸສອນ ສິມວົງສາ
ວັນທີ 28/03/2023