ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມປຶກສາຫາລືຕ້ານໄພພິບັດໄຟໄໝ້ລາມປ່າ
ຢູ່ບັນດາເມືອງໃນນະຄອນຫຼວງວຽງຈັນ


   ວັນທີ 27 ມີນາ 2023 ນີ້, ກະຊວງປ້ອງກັນປະເທດໄດ້ຈັດກອງປະຊຸມປຶກສາຫາລືເພື່ອຕ້ານ ໄພພິບັດໄຟໄໝ້ລາມປ່າຢູ່ບັນດາເມືອງ ໃນນະຄອນຫຼວງ ວຽງຈັນ, ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີເຈົ້າ ຄອງນະຄອນຫຼວງວຽງຈັນ, ບັນດາລັດຖະມົນຕີກະຊວງຕ່າງໆ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

   ໃນກອງປະຊຸມແຕ່ລະພາກສ່ວນໄດ້ລາຍງານສະພາບການໄຟໄໝ້ລາມປ່າຢູ່ບັນດາເມືອງ ໃນນະຄອນຫຼວງວຽງຈັນ, ພ້ອມທັງໄດ້ປຶກສາຫາລືເພື່ອຫາທາງ ແກ້ໄຂໃຫ້ທັນເວລາ, ຫ້ອງການກົມໃຫຍ່ເສນາທິການກອງທັບ, ກອງເສນາທິການຄະນະກຳມະການຄຸ້ມຄອງໄພພິບັດ ກະຊວງປ້ອງກັນເທດ ໄດ້ສົມ ທົບກັບ ຫ້ອງເສນາທິການທະຫານ ນະຄອນຫຼວງວຽງຈັນລົງໄປຕິດຕາມບັນດາເມືອງທີ່ເກີດໄຟໄໝ້ລາມປ່າ ແລະ ບັນທຶກສະພາບການທີ່ເກີດຂຶ້ນລາຍງານໃຫ້ຂັ້ນ ເທິງຊາບ ດັ່ງນີ້: ເລີ່ມແຕ່ວັນທີ 22-26 ມີນາ 2023 ໄດ້ເກີດໄຟໄໝ້ລາມປ່າຢູ່ 2 ສາຍພູ ຄື: ພູພະນັງ ແລະ ພູເຂົາຄວາຍ, ເຊິ່ງເຂດພູພະນັງ ເລີ່ມແຕ່ວັນທີ 22 ມີນາ 2023 ໄຟໄໝ້ລາມປ່າຈາກທາງເບື້ອງເມືອງນາຊາຍທອງ ແລະ ລາມຂ້າມສັນພູໄປເບື້ອງເມືອງສັງທອງໃນ ວັນທີ 23 ມີນາ 2023, ສ່ວນສາຍ ພູເຂົາຄວາຍ ວັນທີ 25-26 ມີນາ 2023 ໄຟໄໝ້ລາມປ່າເປັນບໍລິເວນກວ້າງບໍ່ສາມາດຄວບຄຸມໄດ້ສາເຫດຍ້ອນປະຊາຊົນຂຶ້ນໄປບຸກລຸກ ປ່າໄມ້ເພື່ອຖາງ ປ່າເຮັດໄຮ່ແລ້ວຈູດໄຮ່ເຮັດໃຫ້ໄຟລາມປ່າ. ສັງລວມແລ້ວໄຟໄໝ້ປ່າໃນຄັ້ງນີ້ ໄດ້ກວມເອົາພື້ນທີ່ຂອງ 4 ເມືອງຄື: ເຂດເມືອງ ສັງທອງ ຕາມສາຍພູພະນັງມີ ໄຟໄໝ້ລາມປ່າ ກວມເອົາ 8 ບ້ານ ສາ ມາດຄວບຄຸມໄດ້ແລ້ວ 17 ຈຸດ, ຍັງຄວບຄຸມບໍ່ໄດ້ 4 ຈຸດ, ເຂດພູຂະຍະໄຟໄໝ້ລາມປ່າ ກວມເອົາ 3 ບ້ານ ສ່ວນ ຫຼາຍແມ່ນຄວບຄຸມໄດ້ແລ້ວ, ເມືອງ ສີໂຄດຕະບອງ 1 ຈຸດ ຍັງຄວບຄຸມບໍ່ໄດ້, ເມືອງ ນາຊາຍທອງ 4 ຈຸດຄື: ເຂດ ພູຮອກ ທາງທິດຕາເວັນຕົກຄວບຄຸມ ໄດ້ແລ້ວ, ສ່ວນເຂດຫຸມນ້ອຍ ຫາ ດ່ານກາບເປືອຍ, ເຂດ ບ້ານນາຍາງ ແລະ ເຂດ ດ່ານສູງຍັງຄວບຄຸມບໍ່ທັນໄດ້, ສ່ວນເມືອງ ປາກງື່ມໄຟໄໝ້ລາມປ່າເປັນ ບໍລິເວນກວ້າງເຊິ່ງຍັງບໍ່ສາມາດຄວບຄຸມໄດ້ 3 ຈຸດ ຄື: ເຂດນ້ຳປ່ຽນຢໍລະປາ ຫາ ຊຽງເລທ່າ, ຈຸດເທິງຕາດວັງຫຼວງ ແລະ ຈຸດຜາຈ້ອງຫາເວີນກະເບົາ, ເຊິ່ງ ເຫດການດັ່ງກ່າວ ທາງຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ, ບັນດາເມືອງ ໃນນະຄອນຫຼວງວຽງຈັນ ໄດ້ຈັດຕັ້ງນຳໃຊ້ ກຳລັງຢູ່ພາຍໃນເມືອງໄປສະ ກັດກັ້ນ ແລະ ມອດໄຟລາມປ່າຢູ່ຕາມແຕ່ລະຈຸດຕາມເງື່ອນໄຂ ແລະ ກຳລັງ ທີ່ມີໃນແຕ່ລະທ້ອງຖິ່ນ.

   ໂອກາດດຽວກັນ ນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ເນັ້ນໜັກໃຫ້ພາກສ່ວນ ທີ່ກ່ຽວຂ້ອງຈົ່ງເອົາໃຈໃສ່, ຕິດຕາມ, ກວດກາຕາມແຕ່ລະ ຈຸດໃນຂອບເຂດທີ່ຕົນຮັບຜິດຊອບ ເພື່ອເຝົ້າລະວັງອັກຄີໄພໄຟໄໝ້ທີ່ເກີດຂຶ້ນ, ສືບຕໍ່ຄວບຄຸມໄຟດ້ວຍວິທີບໍ່ໃຫ້ໄຟໄໝ້ລາມຕໍ່ໄປ ແລະ ມອດໄຟໃນຈຸດ ທີ່ສາມາດມອດໄດ້.

ແຫຼ່ງທີ່ມາ:ສົມຄິດ ພູມມີຈິດ
ວັນທີ 29/03/2023