ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມສ່ອງແສງວຽກງານຮອບດ້ານປະຈຳ
ໄຕມາດ
I ບັນດາກົມກອງເຂດ I


   ວັນທີ 24 ມີນາ 2023 ນີ້, ກອງບັນຊາການທະແຂວງຫຼວງນໍ້າທາ ໄດ້ຈັດກອງປະຊຸມສ່ອງແສງວຽກງານຮອບດ້ານ ປະຈໍາໄຕມາດ I ແລະ ວາງທິດທາງ ແຜນການໄຕມາດ II ປີ 2023 ຂອງບັນດາກົມກອງເຂດ I, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ສາຍໃຈ ກົມມະສິດ ກໍາມະການຄະນະປະຈໍາພັກ ກະຊວງ ຫົວໜ້າຫ້ອງວ່າການຊວງປ້ອງກັນປະເທດ, ມີສະຫາຍ ວຽງສະຫວັດ ສີພັນດອນ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຫຼວງນໍ້າທາ, ປະທານຄະນະກໍາມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ມີຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງຫຼວງນໍ້າທາ, ຜົ້ງສາລີ, ອຸ ດົມໄຊ, ບໍ່ແກ້ວ ແລະ ກອງພົນທີ 3 ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

   ກອງປະຊຸມດັ່ງກ່າວ, ຄະນະພັກ-ຄະນະບັນຊາແຕ່ລະກົມກອງ ໄດ້ຜັດປ່ຽນກັນລາຍງານສະພາບ ວຽກງານຮອບດ້ານທີ່ພົ້ນເດັ່ນໄລຍະ 3 ເດືອນຜ່ານມາ ແລະ ຜ່ານທິດທາງແຜນການ ປະຈຳໄຕມາດ II ປີ 2023 ໃນໄລຍະຜ່ານມາຄະນະພັກ-ຄະນະບັນຊາແຕ່ລະກົມກອງເຂດ I ໄດ້ເອົາໃຈໃສ່ເຮັດວຽກງານສຶກ ສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານ-ນັກຮົບຢ່າງເປັນປົກກະຕິ, ຈັດຕັ້ງພະນັກງານ-ວິຊາ ການລົງຮາກຖານການເມືອງ, ກວດກາຊີວິດການ ເປັນຢູ່ຂອງນາຍ ແລະ ພົນທະຫານ ແລະ ການເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງບັນດາກົມກອງ ທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນຕາມ ທິດຊີ້ນໍາຂອງກະຊວງປ້ອງກັນປະເທດ. ອັນພົ້ນເດັ່ນແມ່ນວຽກງານຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆພາຍໃນກົມກອງ ເປັນຕົ້ນແມ່ນບັນຫາ ສິ່ງເສບຕິດ, ສາສະໜາ, ການລ່າສັດທີ່ຜິດກົດໝາຍ ແລະ ເຂົ້າອອກເມືອງຕາມລໍາພັງ ໂດຍສະເພາະແມ່ນຢູ່ລຽບຕາມຊາຍແດນ ລາວ-ຫວຽດນາມ, ລາວ -ຈີນ ແລະ ລາວ-ໄທ. ພ້ອມດຽວກັນນີ້ຍັງເອົາໃຈໃສ່ໂຄສະນາເຜີຍແຜ່ ແລະ ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ຢ່າງເປັນຂະບວນກວ້າງຂວາງນອກນີ້, ຂົງ ເຂດວຽກງານອື່ນໆທີ່ປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກກະຊວງປ້ອງກັນປະເທດວາງອອກ ລ້ວນແລ້ວແຕ່ໄດ້ຮັບການຈັດຕັ້ງປະຕິບັດຢ່າງ ມີຈຸດສຸມ ແລະ ປະສົບຜົນສຳເລັດເປັນຢ່າງດີ.

   ໂອກາດນີ້, ສະຫາຍ ພົນຕີ ສາຍໃຈ ກົມມະສິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງ ຄະນະພັກ-ຄະນະບັນຊາ ແຕ່ລະກົມກອງໄດ້ພ້ອມກັນເຮັດສໍາ ເລັດໜ້າທີ່ຕາມຂັ້ນເທິງມອບໝາຍ. ເຮັດໃຫ້ທ້ອງຖິ່ນຂອງຕົນມີຄວາມສະຫງົບໂດຍພື້ນຖານ, ສາມາດປົກປ້ອງເຂດນໍ້າແດນດິນໄວ້ໃຫ້ໝັ້ນຄົງ ແລະ ໄດ້ ເນັ້ນໜັກໃຫ້ແຕ່ລະກົມກອງຈົ່ງເຊີດຊູຄວາມຮັບຜິດຊອບຕໍ່ວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ທີ່ຈະ ເກີດຂຶ້ນໃນທ້ອງຖິ່ນ ແລະ ກວດກາຄົນເຂົ້າອອກຢູ່ລຽບຕາມຊາຍແດນຢ່າງເຂັ້ມງວດ, ສືບຕໍ່ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດຢ່າງເຂັ້ມງວດ ຕິດພັນກັບ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກກະຊວງປ້ອງກັນປະເທດວາງອອກໃຫ້ປະກົດຜົນເປັນຈິງສືບຕໍ່ພົວພັນຮ່ວມມື, ລາຍງານຂໍ້ມູນຂ່າວສານລະຫວ່າງ ແຂວງຕໍ່ແຂວງ ແລະ ປະເທດເພື່ອນບ້ານທີ່ມີຊາຍແດນຕິດຈອດກັນເປັນປົກກະຕິ ແລະ ທັນກັບສະພາບການ.

ແຫຼ່ງທີ່ມາ:ແສງທອນ
ວັນທີ 30/03/2023