ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນມີນາ 2023


   ໃນວັນທີ 28 ມີນາ 2023 ທີ່ສຳນັກງານນາຍົກລັດຖະມົນຕີ, ລັດຖະບານໄດ້ໄຂກອງປະຊຸມສະໄໝສາມັນ ປະຈຳເດືອນມີນາ 2023 ໂດຍການເປັນປະ ທານຂອງ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມແບບເຊິ່ງໜ້າ; ແລະ ຜູ້ຕາງໜ້າການນໍາບັັນດາແຂວງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງການລາຍງານສະພາບທີ່ພົ້ນເດັ່ນ ປະ ຈຳເດືອນມີນາ ແລະ ທິດທາງແຜນການ ປະຈຳເດືອນເມສາ 2023.

   ກອງປະຊຸມຄັ້ງນີ້ ຈະດຳເນີນເປັນເວລາສອງວັນ, ເຊິ່ງມີ 09 ຫົວຂໍ້ສໍາຄັນ ຄື: 1.ລາຍງານສະພາບທີ່ພົ້ນເດັ່ນ ໃນເດືອນມີນາ ແລະ ທິດທາງແຜນການ ປະຈຳ ເດືອນເມສາ 2023 ຂອງລັດຖະບານ ກໍຄືວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ, ສະພາບໄຟໄໝ້ປ່າ ແລະ ບັນ ຫາມົນ ລະພິດທາງອາກາດ. 2.ຮ່າງຍຸດທະສາດການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ຢ່າງໂລ່ງລ່ຽນ ຂອງ ສປປ ລາວ. 3.ຮ່າງນະໂຍບາຍ ສິນເຊື່ອ ເພື່ອກະຕຸ້ນເສດຖະກິດ. 4.ລາຍງານ ກ່ຽວກັບ ການປະເມີນການປະຕິບັດກົດໝາຍ ວ່າດ້ວຍທີ່ດິນ (ສະບັບປັບປຸງ). 5.ຮ່າງກົດໝາຍ ວ່າດ້ວຍອາ ກອນທີ່ດິນ ແລະ ສິ່ງປຸກສ້າງ (ສະບັບສ້າງໃໝ່). 6.ຮ່າງກົດໝາຍ ວ່າດ້ວຍການປົກຄອງ (ສະບັບສ້າງໃໝ່). 7.ຮ່າງດຳລັດ ວ່າດ້ວຍການໃຫ້ສັນຊາດລາວ ແກ່ບຸກຄົນ ທີ່ລັດຕ້ອງການ (ສະບັບສ້າງໃໝ່). 8.ຮ່າງດຳລັດ ວ່າດ້ວຍລັດຖະກອນຄູ (ສະບັບປັບປຸງ). 9.ຮ່າງຍຸດທະສາດ ການພັດທະນາແຮ່ທາດ 10 ປີ (2021-2030) ແລະ ວິໄສທັດ ຮອດປີ 2035.

   ໃນໂອກາດກ່າວເປີດກອງປະຊຸມ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ບັນດາທ່ານສະມາຊິກລັດຖະບານ ຈົ່ງພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະ ກອບຄໍາເຫັນຢ່າງເລິກເຊິ່ງ ດ້ວຍການສະເໜີທັດສະນະຢ່າງກົງໄປກົງມາ, ກະທັດຮັດ ແລະ ມີຈຸດສຸມ ເພື່ອເຮັດໃຫ້ກອງປະຊຸມລັດຖະບານຄັ້ງນີ້ປະສົບຜົນ ສຳເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ກຳນົດໄວ້.

ແຫຼ່ງທີ່ມາ:ກົມປະຊາສຳພັນ ຫສນຍ.
ວັນທີ 31/03/2023