ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມຄົບຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ຄັ້ງທີ 9 ສະໄໝ


ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງປ້ອງກັນປະເທດ ​ເປັນ​ປະທານ

    ກອງປະຊຸມຄົບຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ຄັ້ງທີ 9 ສະໄໝທີ V ປະຈຳ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນ
ການນໍາພາ ປະຈໍາ 6 ເດືອນທ້າຍປີ 2025 ໄດ້ຈັດຂຶ້ນໃນ ວັນທີ 1 ກໍລະກົດ 2025 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນໂທ ຄຳລຽງ
ອຸທະໄກສອນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍບັນດາຄະນະ
ບໍລິຫານງານພັກ ກະຊວງປ້ອງກັນປະເທດ ເຂົ້າຮ່ວມ.

     ສະຫາຍ ພົນຕີ ວົງສອນ ອິນປານພິມ ກໍາມະການຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່
ການເມືອງກອງທັບ ໄດ້ຜ່ານບົດສະຫຼຸບການນໍາພາຂອງຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ຄັ້ງທີ 9 ສະໄໝທີ V ປະຈຳ 6 ເດືອນ
ຕົ້ນປີ ແລະ ທິດທາງແຜນການນໍາພາ ປະຈຳ 6 ເດືອນທ້າຍ ປີ 2025 ເຖິງແມ່ນວ່າໃນໄລຍະ 6 ເດືອນທີ່ຜ່ານມາ ໄດ້ມີສິ່ງທ້າທາຍຫຼາຍດ້ານທີ່
ສົ່ງຜົນກະທົບຕໍ່ການນໍາພາ-ຊີ້ນໍາ ຂອງຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ແຕ່ເຖິງຢ່າງໃດກໍຕາມ ຄະນະບໍລິຫານງານພັກ ກະຊວງ
ປ້ອງກັນປະເທດ ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ບັນດາໜ້າວຽກຕ່າງໆ ຢ່າງມີຜົນສໍາເລັດ ເປັນຕົ້ນແມ່ນ: ໜ້າທີ່ຮັບປະກັນເຮັດໃຫ້ປະເທດຊາດມີຄວາມ
ສະຫງົບ ໄດ້ສຸມໃສ່ຊີ້ນໍາວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ຢ່າງແຂງແຮງ ດ້ວຍການຫັນເອົາກໍາລັງຫຼວງ-ກໍາລັງ
ທ້ອງຖິ່ນ ສົມທົບກັບອົງການປົກຄອງແຂວງ, ເມືອງ, ບ້ານ ເຮັດວຽກງານ ຕາມ 4 ເນື້ອໃນ 4 ຄາດໝາຍ ຕິດພັນກັບການພັດທະນາຊົນນະບົດ
ແລະ ແກ້ໄຂຄວາມທຸກຍາກໄດ້ຮັບການພັດທະນາເປັນກ້າວໆ ເປັນຕົ້ນ 3 ກຸ່ມບ້ານ ຂອງແຂວງໄຊສົມບູນ, ຊຽງແຂງ ເມືອງສິງ ແຂວງຫຼວງນໍ້າທາ,
ຈຸດສຸມລາວຮຸ່ງ-ພຽງສາ-ມອງນໍ້າ ເມືອງຊຽງຄໍ້ ແຂວງຫົວພັນ, ມົກສະລະ ເມືອງຮຸນ ແຂວງອຸດົມໄຊ ແລະ ຈຸດສຸມຈຽງຕຸບ ເມືອງເຊໂປນ ແຂວງ
ສະຫວັນນະເຂດ ແລະ ຊຸກຍູ້ວຽກງານກໍ່ສ້າງຮາກຖານ ຢູ່ບັນດາກອງປະຕິບັດງານ, ຮ່າງແຜນການລົງເກັບກຳຂໍ້ມູນສ້າງຕັ້ງຈຸດສຸມ ຢູ່ເມືອງທົ່ງມີໄຊ
ແລະ ເມືອງບໍ່ແຕນ ແຂວງໄຊຍະບູລີ, ຄັດເລືອກເອົາພະນັກງານໄປເຝິກອົບຮົມວຽກງານກໍ່ສ້າງຮາກຖານການເມືອງ ໄລຍະສັ້ນ ຢູ່ ສສ ຫວຽດນາມ
ສົກ 2025-2026 ແລະ ໄດ້ຊີ້ນໍາກໍາລັງຫຼວງ-ກໍາລັງທ້ອງຖິ່ນ ຕິດຕາມກຳແໜ້ນການເຄື່ອນໄຫວຂອງກຸ່ມຄົນບໍ່ດີ, ຈັດຕັ້ງກຳລັງອອກເຄື່ອນໄຫວ
ຊອກຄົ້ນໜີບຮັດພວກຄົນບໍ່ດີ ທີ່ຍັງເລື່ອນລອຍຢູ່ປ່າ, ສະກັດກັ້ນການຂ້າມລອຍ ແລະ ການເຂົ້າ-ອອກ ຊາຍແດນແບບຜິດກົດໝາຍ, ຕິດຕາມແກ້
ໄຂສະພາບຄວາມບໍ່ສະຫງົບ ຢູ່ທິດເມືອງຄອບ ແຂວງໄຊຍະບູລີ ແລະ ເມືອງປາກທາ ແຂວງບໍ່ແກ້ວ ພ້ອມທັງ ຊີ້ນໍາວຽກງານການເຄື່ອນໄຫວເຮັດ
ໃຫ້ສະພາບມີຄວາມສະຫງົບ 5 ແຂວງເຂດໃຈກາງ ແລະ 4 ແຂວງພາກໃຕ້, ຊີ້ນໍາກໍາລັງທະຫານຊາຍແດນ ໃນທົ່ວປະເທດ ຕິດຕາມ, ກຳແໜ້ນ
ສະພາບການ, ການເຄື່ອນໄຫວ ຂອງສັດຕູ ແລະ ກຸ່ມຄົນບໍ່ດີ ຢູ່ຕາມບໍລິເວນຊາຍແດນແຫ່ງຊາດ ເປັນຕົ້ນ ບັນດາແຂວງທິດຕາເວັນຕົກ ກະກຽມຈໍາ
ນວນພົນ, ພາຫະນະ, ອາວຸດ-ກະສຸນ, ເຄື່ອງອຸປະໂພກ-ບໍລິໂພກ ເພື່ອຮັບປະກັນໃຫ້ແກ່ວຽກງານກຽມພ້ອມສູ້ຮົບ; ປັບປຸງ ແຜນການເຄື່ອນໄຫວ
ເກັບກຳຂໍ້ມູນ 4 ເຂດສະໜາມຮົບ ທົ່ວປະເທດ, ເຄື່ອນໄຫວກວດກາວຽກງານກຽມພ້ອມສູ້ຮົບ ແລະ ຮ່າງແຜນການຮັບໃຊ້ວຽກງານກຽມພ້ອມ
ສູ້ຮົບ, ກົມກອງກຳລັງຫຼວງ-ກຳລັງທ້ອງຖິ່ນ ທົ່ວກອງທັບ ກ່ຽວກັບການຍົກສູງສະຕິລະວັງຕົວໃນການກຽມພ້ອມສູ້ຮົບ; ຈັດຕັ້ງລະບົບປະຈຳການ
ຄົບຊຸດ; ຕິດຕາມກຳສະພາບການ ຢູ່ໃນຂອບເຂດຕົນຮັບຜິດຊອບຢ່າງໃກ້ຊິດ ແລະ ເຂັ້ມງວດຕະຫຼອດ 24 ຊົ່ວໂມງ ແລະ ໄດ້ປັບປຸງຄວາມຕັດສິນ
ໃຈຍຸດທະສາດປ້ອງກັນ ສປປ ລາວ, ຄວາມຕັດສິນໃຈຍຸດທະສາດ 4 ເຂດສະໜາມຮົບ (ພາກເໜືອ, ເຂດໃຈກາງ, ພາກກາງ ແລະ ເຂດພາກໃຕ້)
ແລະ ແຜນການ ກໍ 2. ຕິດຕາມບັນດາໂຄງການກໍ່ສ້າງເຂດແນວຫຼັງຍຸດທະສາດ ໂຄງການ 0137, ໂຄງການພັດທະນາກຸ່ມບ້ານຄັງວຽງ ແລະ ຮ່ວມ
ກັບກະຊວງປ້ອງກັນປະເທດ ສສ ຫວຽດນາມ, ເຄື່ອນໄຫວກວດກາບັນດາໂຄງການພັດທະນາຢູ່ 2 ກຸ່ມບ້ານ (ກຸ່ມບ້ານຜາແດງ ເມືອງກວັນ ແຂວງ
ຫົວພັນ ແລະ ກຸ່ມບ້ານນໍ້າຮາງ ເມືອງສຳພັນ ແຂວງຜົ້ງສາລີ ) ທີ່ກຳລັງຈັດຕັ້ງປະຕິບັດ ແລະ ກວດກາບັນດາກຸ່ມບ້ານ  ( ກຸ່ມບ້ານນາຫຼວງ ແຂວງ
ຫຼວງພະບາງ; ກຸ່ມບ້ານແຈຝາຍ ແຂວງຫົວພັນ; ກຸ່ມບ້ານນໍ້າສຽມ, ກຸ່ມບ້ານຄັງວຽງ ແຂວງຊຽງຂວາງ; ກຸ່ມບ້ານທົ່ງກາຫຼົງ ແຂວງຈໍາປາສັກ ແລະ
ກຸ່ມບ້ານວັງຕັດ ແຂວງອັດຕະປື ) ທີ່ໄດ້ກໍ່ສ້າງສຳເລັດ, ໄດ້ຊີ້ນໍາກໍາລັງປ້ອງກັນເວນຍາມ ໂດຍສົມທົບອົງການກ່ຽວຂ້ອງຈັດຕັ້ງກໍາລັງປ້ອງກັນ ການນໍາ
ພັກ-ລັດ, ແຂກພາຍໃນ-ຕ່າງປະເທດ, ສຳນັກງານອົງການ, ຄ້າຍ, ສາງ, ສະໜາມບິນ, ເສັ້ນທາງ, ເສັ້ນທາງລົດໄຟ ລາວ-ຈີນ ແລະ ບັນດາໂຄງການກໍ່
ສ້າງຂອງລັດຖະບານ ໃນນີ້, ໄດ້ຈັດວາງກໍາລັງປ້ອງກັນຫັນພາວະກຽມພ້ອມສູ້ຮົບ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ, ໄດ້ຕິດຕາມ
ການກວດກູ້ ແລະ ທໍາລາຍລະເບີດບໍ່ທັນແຕກເພື່ອມະນຸດສະທຳ ລາວ-ຣັດເຊຍ ປະຈຳສົກ 2024-2025 ຢູ່ເມືອງວຽງໄຊ ແຂວງຫົວພັນ, ຊີ້ນໍາກໍາ
ລັງຫຼວງ ແລະ ກໍາລັງທ້ອງຖິ່ນ ຕິດຕາມກຳແໜ້ນການປ່ຽນແປງດິນຟ້າອາກາດ, ກຽມພ້ອມກອບກູ້ ແລະ ແກ້ໄຂໄພພິບັດທີ່ເກີດຂຶ້ນ, ຈັດຕັ້ງກອງປະ
ຊຸມສະຫຼຸບຖອດຖອນ ບົດຮຽນການເຝິກຊ້ອມກອບກູ້ໄພພິບັດ ປະຈໍາປີ 2024 ແລະ ກະກຽມເຝິກຊ້ອມກອບກູ້ໄພພິບັດທາງທຳມະຊາດ ລະຫວ່າງ
3 ກອງທັບ ລາວ-ຫວຽດນາມ-ກຳປູເຈຍ ປະຈໍາປີ 2025. ໄດ້ສໍາເລັດການອົບຮົມ-ຫັດແອບເປົ້າໝາຍ 3 ຊຸດທີ 2 ແຂວງອຸດົມໄຊ ແລະ ບ້ານປ້ອມ
ໝັ້ນ-ກຸ່ມບ້ານສູ້ຮົບຕິດລຽນ ຢູ່ກຸ່ມ 13 ບ້ານສຸລິຍະ ເມືອງຈຳພອນ ແຂວງສະຫວັນນະເຂດ. ຈັດຕັ້ງເປີດຊຸດອົບຮົມ-ຫັດແອບເປົ້າໝາຍ 4 ຢູ່ແຂວງສະ
ຫວັນນະເຂດ ແລະ ຄົ້ນຄວ້າ-ປັບປຸງນິຕິກຳກ່ຽວກັບວຽກງານອົບຮົມ ແລະ ວຽກງານກໍ່ສ້າງທ່າສະໜາມ ແລະ ຊີ້ນໍາຕິດຕາມການກໍ່ສ້າງຕິດຕັ້ງ ແລະ
ການເຝິກອົບຮົມຊຸດອຸປະກອນເຕັກນິກການ ຮັບ-ສົ່ງ ສັນຍາດາວທຽມ ສະຖານີພາທາງດາວທຽມລະບົບ GNSS ທັງໝົດ 25 ຈຸດ ໃນຂອບເຂດ
ທົ່ວປະເທດ, ໄດ້ຕ້ອນຮັບຄະນະຜູ້ແທນກົມແຜນທີ່ ສປ ຈີນ ທີ່ເດີນທາງມາ ມອບ-ຮັບ ແລະ ເປີດນໍາໃຊ້ສະຖານີວັດແທກໃນໂຄງການ 78016.
ນອກຈາກນີ້, ຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ຍັງໄດ້ເອົາໃຈໃສ່ຕໍ່ໜ້າທີ່ປັບປຸງກໍ່ສ້າງກໍາລັງ, ໜ້າທີ່ຮັບປະກັນພະລາທິການ-ເຕັກນິກ,
ໜ້າທີ່ຮັບປະກັນວັດຖຸພາຫະນະເຕັກນິກ, ອາວຸດ-ກະສຸນ ແລະ ໜ້າວຽກອື່ນໆ ອີກຢ່າງມີຜົນສຳເລັດ. ຈາກນັ້ນ, ບັນດາສະຫາຍຄະນະບໍລິຫານງານ
ພັກກະຊວງປ້ອງກັນປະເທດ ກໍໄດ້ຂື້ນປະກອບຄຳເຫັນຕໍ່ບັນດາໜ້າວຽກຕ່າງໆ ທີ່ຍັງຄົງຄ້າງຢາງກົງໄປກົງມາ ເພື່ອຫາວີທີທາງແກ້ໄຂໃຫ້ມີຜົນສຳເລັດ
ຕາມແຜນການທີ່ວາງໄວ້. ກອງປະຊຸມດັ່ງກ່າວ ຈະໄດ້ດໍາເນີນໄປເປັນເວລາ 2 ວັນຈຶ່ງສໍາເລັດ.

ແຫຼ່ງຂ່າວໂດຍ ສຸກສົງການ ຫຼ້າບຸນມີ
ວັນທີ 02/07/2025