
ກະຊວງປ້ອງກັນປະເທດ ປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ
ສປປ ລາວ ໃຫ້ ຄະນະນຳກະຊວງປ້ອງກັນປະເທດ

ພິທີ ປະດັບຫຼຽນກາທິລະນຶກ 50 ປີ ວັນສະຖາປະນາ ສປປ ລາວ
ໃນວັນທີ 1 ທັນວາ 2025 ນີ້, ທີ່ກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງພິທີ ປະດັບຫຼຽນກາທິລະນຶກ 50 ປີ ວັນສະຖາປະນາ ສປປ ລາວ,
ໂດຍການເປັນປະທານ ສະຫາຍ ພົນໂທ ວົງສອນ ອິນປານພິມ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງ
ທັບ, ມີບັນດາສະຫາຍ ຄະນະນໍາກະຊວງປ້ອງກັນປະເທດ, ຄະນະນໍາບັນດາກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ບັນດາສະຫາຍ
ຕາງໜ້າຄະນະພັກ-ຄະນະບັນຊາ ບັນດາກົມ, ອົງການ, ກອງບັນຊາການ, ວິທະຍາຄານ, ກົມກອງ, ໂຮງຮຽນ, ໂຮງໝໍ ພ້ອມດ້ວຍນາຍ ແລະ
ພົນທະຫານ ອ້ອມຂ້າງ ສໍານັກງານກະຊວງປ້ອງກັນປະເທດ ເຂົ້າຮ່ວມ.
ໂອກາດດັ່ງກ່າວນີ້, ສະຫາຍ ພົນໂທ ວົງສອນ ອິນປານພິມ ໄດ້ຫວນຄືນມວນເຊື້ອຄວາມໝາຍສຳຄັນທາງປະຫວັດສາດຂອງຊາດລາວ, ກໍ
ຄືວັນຊາດ ທີ 2 ທັນວາ ເປັນວັນທີ່ປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ມີມູນເຊື້ອແຫ່ງການຕໍ່ສູ້ຕ້ານການຮຸກຮານຂອງສັດຕູ ຈາກພາຍນອກ
ຢ່າງອົງອາດກ້າຫານ ໃນພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປລ ລາວໃນຄັ້ງນີ້ ເພື່ອເປັນການຫວນຄືນເຖິງວັນມະຫາໄຊຊະນະ
ແຫ່ງການປະຕິວັດຊາດ ປະຊາທິປະໄຕ, ລະນຶກເຖິງຜົນງານ ແລະ ການເສຍສະລະອັນຍິ່ງໃຫຍ່ ຂອງ ປະທານ ໄກສອນ ພົມວິຫານ, ປະທານ ສຸ
ພານຸວົງ, ບັນດາຜູ້ນຳ, ນັກປະຕິວັດ, ວິລະຊົນ, ສະມາຊິກພັກ-ພະນັກງານ ຕະຫຼອດຮອດປະຊາຊົນລາວບັນດາເຜົ່າ ທີ່ໄດ້ອຸທິດໃຫ້ແກ່ພາລະກິດຕໍ່
ສູ້ກູ້ຊາດຢ່າງພິລະອາດຫານ ຈົນສາມາດຍາດໄດ້ເອກະລາດແຫ່ງຊາດ ແລະ ປົດປ່ອຍປະເທດຊາດ ໄດ້ຢ່າງສົມບູນ. ລັດປະຊາທິປະໄຕ ປະຊາຊົນ
ແມ່ນລັດທີ່ເກີດຈາກການຕໍ່ສູ້ເສຍສະຫຼະອັນໃຫຍ່ຫຼວງຂອງປະຊາຊົນລາວບັນດາເຜົ່າ, ລັດທີ່ມາຈາກປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາ
ຊົນ, ວັນທີ 2 ທັນວາ ແມ່ນວັນສຸດທີ່ມີຄວາມໝາຍສຳຄັນ ຂອງທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ, ແມ່ນວັນແຫ່ງໄຊຊະນະອັນຍິ່ງ
ໃຫຍ່ ໃນປະຫວັດສາດແຫ່ງການຕໍ່ສູ້ເປັນພັນໆ ປີ ຂອງຊາດລາວເຮົາ, ປະຊາຊົນລາວບັນດາເຜົ່າໄດ້ມີອິດສະຫຼະພາບ ແລະ ໄດ້ເປັນເຈົ້າຂອງປະ
ເທດຊາດຢ່າງແທ້ຈິງ, ປະເທດລາວ ໄດ້ມີເອກະລາດຢ່າງສົມບູນ ແລະ ມີອະທິປະໄຕຢ່າງຄົບຖ້ວນ, ມີຖານະເທົ່າທຽມກັບປະເທດອື່ນໆ ໃນເວທີ
ປະຊາຄົມໂລກ, ວັນທີ 2 ທັນວາ ແມ່ນວັນແຫ່ງສັນຕິພາບ, ວັນແຫ່ງການກ້າວສູ່ຍຸກສະ ໄໝໃໝ່ ແຫ່ງການສ້າງປະເທດລາວ ສັນຕິພາບ, ເອກະ
ລາດ, ປະຊາທິປະໄຕ, ເອກະພາບ, ວັດທະນະຖາວອນ.
ໂອກາດດັ່ງກ່າວ, ສະຫາຍ ພົນໂທ ວົງສອນ ອິນປານພິມ ໄດ້ປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ໃຫ້ ຄະນະນຳກະ
ຊວງປ້ອງກັນປະເທດ ລວມທັງໝົດຈຳນວນ 10 ສະຫາຍຄື: ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ຫົວໜ້າ ຫ້ອງວ່າການກະຊວງປ້ອງກັນປະເທດ,
ສະຫາຍພົນຕີ ພັນເເສງ ບຸນພັນ ຫົວໜ້າ ການເມືອງ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ສະຫາຍ ພົນຈັດຕະວາ ຈັນທາ ບຸນນະວົງ
ຫົວໜ້າກົມຈັດຕັ້ງພັກ, ສະຫາຍ ພົນຈັດຕະວາ ຄຳຜິວ ມະນິວົງ ຫົວໜ້າການເມືອງກອງພົນທີ 2, ສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ ຮອງ
ຫົວໜ້າ ກົມໃຫຍ່ພະລາທິການກອງທັບ, ສະຫາຍ ພົນຈັດຕະວາ ສາຍສະໝອນ ໄຊພູບານ ຮອງຫົວໜ້າ ກົມໃຫຍ່ເຕັກນິກກອງທັບ, ສະຫາຍ ພົນ
ຈັດຕະວາ ທຸມມາ ພົມມະທໍາ ຫົວໜ້າການທະຫານ ກົມ213, ສະຫາຍ ພົນຈັດຕະວາ ຄຳເເຫວນ ຫຼ້າບົວມະຫາໄຊ ຮອງຫົວໜ້າ ຫ້ອງວ່າການກະ
ຊວງປ້ອງກັນປະເທດ, ສະຫາຍ ພົນຈັດຕະວາ ໄຊສົງຄາມ ວໍລະຈິດ ຫົວໜ້າກົມເສດຖະກິດ ແລະ ພົນຈັດຕະວາ ໄຊຍະສອນ ເເກ້ວໂຍທີ ຫົວໜ້າ
ກົມຄົ້ນຄົ້ວສັງລວມ ຫ້ອງວ່າການກະຊວງປ້ອງກັນປະເທດ.
ແຫຼ່ງຂ່າວໂດຍ ໄຊສະຫວາດ
ວັນທີ 03/12/2025