ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດການແຕ່ງຕັ້ງ ຂັ້ນນໍາພາ-ບັນຊາ ກອງຜະລິດກະສິກຳ ເລກ 2 ກອງທັບ


ສະຫາຍ ພົນຈັດຕະວາ ວົງສັກ ສີພັນດອນ ກໍາມະການຄະນະປະຈຳພັກ ກະຊວງປ້ອງກັນປະເທດ,
ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ ​ເປັນ​ປະທານ ຄັ້ງ​ວັນ​ທີ 03/09/2025

    ພິທີ ປະກາດການແຕ່ງຕັ້ງ ຂັ້ນນໍາພາ-ບັນຊາ ກອງຜະລິດກະສິກຳ ເລກ 2 ກອງທັບ ໄດ້ຈັດຂຶ້ນໃນວັນທີ 3 ກັນຍາ 2025 ນີ້, ໂດຍ
ການເປັນປະທານ ຂອງສະຫາຍ ພົນຈັດຕະວາ ວົງສັກ ສີພັນດອນ ກໍາມະການຄະນະປະຈຳພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມ
ໃຫຍ່ພະລາທິການກອງທັບ, ມີຄະນະກົມຜະລິດກະສິກຳ, ຫ້ອງການເມືອງ ກົມໃຫຍ່ພະລາທິການກອງທັບ, ຄະນະພັກ-ຄະນະບັນຊາ ແລະ
ພະນັກງານ-ນັກຮົບ ເຂົ້າຮ່ວມ.

     ສະຫາຍ ພັນເອກ ທອງຈັນ ພົງສີພັນ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ພະລາທິການກອງທັບ ໄດ້ຜ່ານຂໍ້ຕົກລົງຂອງ ກະຊວງ
ປ້ອງກັນປະເທດ ແລະ ຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການແຕ່ງຕັ້ງພະນັກງານຂັ້ນນໍາພາ-ບັນຊາ ກອງຜະລິດກະສິ
ກຳເລກ 2 ກອງທັບ, ອີງຕາມ ກົດໝາຍນາຍທະຫານ ກອງທັບປະຊາຊົນລາວ ວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍນາຍທະຫານ, ອີງຕາມ
ທິດທາງກ່ຽວກັບການປັບປຸງບູລະນະກົງຈັກການຈັດຕັ້ງນໍາພາ-ບັນຊາໃນກໍາລັງປະກອບອາວຸດໃຫ້ເຂັ້ມແຂງ, ໜັກແໜ້ນຮອບດ້ານ ເພື່ອ
ເຮັດສຳເລັດໜ້າທີ່ປົກປັກຮັກສາ ແລະ ພັດທະນາປະເທດຊາດ, ອີງຕາມ ການສະເໜີຂອງ ກົມໃຫຍ່ພະລາທິການກອງທັບ, ອີງຕາມ ການ
ຄົ້ນຄວ້າ ແລະ ນໍາສະເໜີ ຂອງກົມໃຫຍ່ການເມືອງກອງທັບ ໃນນັ້ນ, ຕົກລົງແຕ່ງຕັ້ງ ສະຫາຍ ພັັນໂທ ບຸນນຳ ພິມພະຈັນ ເປັນຫົວໜ້າ
ກອງຜະລິດກະສິກໍາ ເລກ 2 ກອງທັບ, ສະຫາຍ ພັນໂທ ສີສະມຸດ ອິນທະລັງສີ ເປັນຮອງຫົວໜ້າກອງ ຮັບຜິດຊອບວຽກງານການເມືອງ
ແລະ ບໍລິຫານ, ສະຫາຍ ພັນໂທ ນາງ ບົວວັນ ບົວສະຫວັນ ເປັນຫົວໜ້າພະແນກບໍລິຫານ, ສະຫາຍ ພັນຕີ ພຸດທະວົງ ອິດມອນຄຳ ເປັນ
ຫົວໜ້າພະແນກແຜນການ-ສັງລວມ, ສະຫາຍ ພັນຕີ ອາສື ລາວລີ ເປັນຮອງຫົວໜ້າພະແນກແຜນການ-ສັງລວມ, ສະຫາຍ ພັນຕີ ສຸກັນ
ແກ້ວດາວັນ ເປັນຮອງຫົວໜ້າພະແນກປູກຝັງ, ສະຫາຍ ພັນຕີ ນາງ ວັນເພັງ ໄຊມຸນຕີ ເປັນຮອງຫົວໜ້າພະແນກການເມືອງ ແລະ ສະຫາຍ
ຮ້ອຍເອກ ແມັກ ພົມມະຈັນ ເປັນຮອງຫົວໜ້າພະແນກບໍລິຫານ.

     ໂອກາດນີ້, ສະຫາຍ ພົນຈັດຕະວາ ວົງສັກ ສີພັນດອນ ໄດ້ຮຽກຮ້ອງໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງໜ້າທີ່ ໃໝ່ໃນຄັ້ງນີ້, ຈົ່ງເອົາໃຈໃສ່
ຖືເປັນສໍາຄັນຕໍ່ວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດເປັນກົກ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ, ມີຄຸນທາດການ
ເມືອງໜັກແໜ້ນ, ຄຸນສົມບັດ ສິນທໍາປະຕິວັດ, ຄວາມຈົງຮັກພັກດີຕໍ່ປະເທດຊາດ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດ ແລະ ກອງທັບ,
ມີນໍ້າໃຈເສຍສະຫຼະ ເພື່ອຜົນປະໂຫຍດສ່ວນລວມ, ປະຕິບັດ ແລະ ເຄົາລົບລະບຽບກົດໝາຍຂອງພັກ-ລັດ, ມະຕິ, ຄໍາສັ່ງ, ຂໍ້ກໍານົດ, ກົດ
ລະບຽບຕ່າງໆ ຂອງກອງທັບ ວາງອອກຢ່າງເຂັ້ມງວດ, ຕ້ານ ແລະ ແກ້ໄຂທຸກປະກົດການຫຍໍ້ທໍ້ທີ່ຈະເກີດຢູ່ໃນກົມກອງ, ເສີມຂະຫຍາຍ
ດ້ານຫົວຄິດປະດິດສ້າງຂອງຕົນເອງຢ່າງແຂງແຮງ ເຂົ້າໃນວຽກງານວິຊາສະເພາະທີ່ການຈັດຕັ້ງມອບໝາຍ, ບົນພື້ນຖານປະຕິບັດຫຼັກການ
ລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ, ແບ່ງວຽກງານໃຫ້ບຸກຄົນຮັບຜິດຊອບລະອຽດຈະແຈ້ງ ແລະ ເຮັດສໍາເລັດທຸກໜ້າທີ່ ທີ່ການ
ຈັດຕັ້ງຂັ້ນເທິງມອບໝາຍໃຫ້.

ແຫຼ່ງຂ່າວໂດຍ ຄໍາປະສົງ ລາດຊະວົງ
ວັນທີ 04/09/2025