
ກອງປະຊຸມເປີດກວ້າງຂອງອົງຄະນະພັກ ກອງພົນທີ 3 ຄັ້ງທີ II ສະໄໝທີ VII

ວັນທີ 2 ມັງກອນ 2026 ນີ້, ກອງພົນທີ3 ໄດ້ຈັດຕັ້ງກອງປະຊຸມເປີດກວ້າງຂອງຄະນະພັກກອງພົນທີ3 ຄັ້ງທີ II ສະໄໝທີ VII ປະ
ຈໍາປີ 2025 ແລະ ວາງທິດທາງແຜນການປີ 2026 ຂຶ້ນ. ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ສາຍທອງ ປີຊາຈັນ ກໍາ
ມະການຄະນະພັກກະຊວງປ້ອງກັນປະເທດ ເລຂາຄະນະພັກ ຫົວໜ້າການເມືອງກອງພົນທີ3, ມີຄະນະພັກ-ຄະນະບັນຊາ, ມາຈາກອົງການ
5 ຫ້ອງ, ກອງພັນໃຫຍ່ 301, ກອງພັນໃຫຍ່ 302 ແລະ ພະແນກການທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ພັນເອກ ສຸກສະຫວັດ ດາລາສຸກ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງພົນທີ3 ໄດ້ຜ່ານບົດສະຫຼຸບຕີລາຄາການ
ຊີ້ນໍາ-ນໍາພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກກອງພົນທີ3 ທີ່ມີຜົນສໍາເລັດໃນການຊີ້ນໍາ-ນໍາພາ ບັນດາ
ວຽກງານທີ່ປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ຂອງຄະນະພັກກະຊວງປ້ອງກັນປະເທດ ຫຼາຍດ້ານເປັນຕົ້ນວຽກງານປັບປຸງກໍ່ສ້າງພັກ,
ປັບປຸງກໍ່ສ້າງກໍາລັງ ຊີ້ນໍາອົງການ-ການເມືອງ ຈັດຕັ້ງເຊື່ອມຊຶມແນວທາງນະໂຍບາຍ, ມະຕິ, ຄໍາສັ່ງ, ຂໍ້ກໍານົດກົດລະບຽບສະໄໝທີ XI
ຂອງພັກ, ຂອງລັດ, ຂອງກອງທັບ ມູນເຊື້ອປະຫວັດສາດສໍາຄັນຕ່າງໆ ເຮັດໃຫ້ຖັນແຖວພະນັກງານ, ສະມາຊິກພັກ-ນັກຮົບ ຢູ່ອົງການ-
ກົມກອງ ມີແນວຄິດການເມືອງໜັກແໜ້ນ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ມີຄວາມຕັດສິນໃຈສູງຜ່ານຜ່າຄວາມຫຍຸ້ງຍາກ ແລະ ເຮັດ
ສໍາເລັດໜ້າທີ່ການເມືອງຂອງຕົນ, ວຽກງານປັບປຸງກໍ່ສ້າງພັກຊີ້ນໍາ-ນໍາພາ ບັນດາຮາກຖານພັກສຸມໃສ່ປັບປຸງພັກຕາມ 3 ທິດນໍາ 5 ຫຼັກ
ການຖືເອົາຄຸນນະພາບເປັນກົກ, ປະລິມານເປັນສໍາຄັນ, ສຸມໃສ່ປັບປຸງກໍ່ສ້າງພັກໃນ 4 ດ້ານຄື: ການເມືອງ-ແນວຄິດ, ການຈັດຕັ້ງແບບ
ແຜນການນໍາພາ ແລະ ວິທີເຮັດວຽກ, ຍຶດໝັ້ນໃນຫຼັກການລວມສູນປະຊາທິປະໄຕຢ່າງເຂັ້ມງວດ, ວຽກງານກໍ່ສ້າງຮາກຖານການເມືອງ
ໄດ້ຊີ້ນໍາກອງຮ້ອຍປະຕິບັດງານ 205 ຫັນເອົາກໍາລັງລົງກໍ່ສ້າງຮາກຖານການເມືອງ ທາງກວ້າງ ແລະ ທາງເລິກ, ສ້າງທ່າສະໜາມ 3 ຂັ້ນ
ຕິດພັນກັບວຽກງານ 3 ສ້າງ, ປະຕິບັດ 4 ເນື້ອໃນ 4 ຄາດໝາຍຢູ່ເມືອງຄອບ ແລະ ເມືອງຊຽງຮ່ອນ ແຂວງໄຊຍະບູລີ ຕາມການມອບ
ໝາຍຂອງຂັ້ນເທິງ. ນອກນັ້ນ, ຍັງໄດ້ຊີ້ນຳບັນດາກົມກອງຈັດຕັ້ງດຳເນີນຊີວິດການເມືອງປັບປຸງປົວແປງພັກ, ພະນັກງານ, ສະມາຊິກພັກ,
ເຊື່ອມຊຶມແນວທາງແຜນນະໂຍບາຍຂອງພັກ-ລັດມອບໝາຍໃຫ້ເປັນຢ່າງດີ. ໃນກອງປະຊຸມຍັງພ້ອມກັນປະກອບຄຳຄິດຄຳເຫັນຢ່າງກົງ
ໄປກົງມາ ຕໍ່ບົດສະຫຼຸບ ແລະ ທິດທາງແຜນການ ເພື່ອເຮັດໃຫ້ການນຳພາແຕ່ລະຂັ້ນໃຫ້ມີຄວາມຮັບປະກັນທາງດ້ານຄຸນນະພາບ, ຖືກ
ຕ້ອງຕາມຫຼັກການຂອງພັກ, ເຮັດໃຫ້ຮາກຖານພັກມີຄວາມປອດໃສ ໜັກແໜ້ນ ເຂັ້ມແຂງ, ເປັນແກ່ນນຳໃນການນຳພາ-ບັນຊາໃນທຸກ
ຄົງເຂດວຽກງານຂອງກົມກອງ.
ແຫຼ່ງຂ່າວໂດຍ ຄໍາຜຸຍ ສີວິໄລ
ວັນທີ 05/01/2026