ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ພະລາທິການກອງທັບ ປະກາດການອະນຸມັດໃຫ້ນາຍທະຫານ
ພັກການ ຮັບບຳນານ ແລະ ປະກາດການແຕ່ງຕັ້ງຂັ້ນພະແນກການ


ສະຫາຍ ພົນຈັດຕະວາ ວົງສັກ ສີພັນດອນ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ ​ເປັນ​ປະທານ

    ວັນທີ 09 ມັງກອນ 2026 ນີ້, ກົມໃຫຍ່ພະລາທິການກອງທັບ ໄດ້ຈັດພິທີປະກາດ ການອະນຸມັດໃຫ້ນາຍທະຫານພັກການ ຮັບບຳນານ
ແລະ ປະກາດການແຕ່ງຕັ້ງຂັ້ນພະແນກການ, ໂດຍເປັນປະທານ ຂອງສະຫາຍ ພົນຈັດຕະວາ ວົງສັກ ສີພັນດອນ ຮອງຫົວໜ້າກົມໃຫຍ່ພະລາທິ
ການກອງທັບ, ມີຄະນະພັກ-ຄະນະບັນຊາກົມ, ຫ້ອງການ, ກົມກອງກ່ຽວຂ້ອງ ເຂົ້າຮ່ວມ.

     ໃນພິທີ ສະຫາຍ ພົນຈັດຕະວາ ຕີເບດ ສີແພງຄຸນ ຫົວໜ້າຫ້ອງການເມືອງກົມໃຫຍ່ພະລາທິການກອງທັບ ໄດ້ຜ່ານຂໍ້ຕົກລົງຂອງກະຊວງ
ປ້ອງກັນປະເທດ ວ່າດ້ວຍການອະນຸມັດໃຫ້ນາຍທະຫານ ພັກການ ຮັບບຳນານ ຢູ່ກົມໃຫຍ່ພະລາທິການກອງທັບ ຈຳນວນ 14 ສະຫາຍ ຄື: ສະ
ຫາຍ ພັນໂທ ທາດເກດແກ້ວ ບຸຜາວົງ ຫົວໜ້າພະແນກບໍລິຫານການແພດ, ສະຫາຍ ພັນໂທ ຄໍາພາ ດວງປັນຍາ ຫົວໜ້າພະແນກກາຍຍະບຳບັດ,
ສະຫາຍ ພັນໂທ ພອນສະຫວັນ ກິດຕິໂນ ຫົວໜ້າຂະແໜງຈັດຕັ້ງພັກ ໂຮງໝໍບໍລິເວນ 109 ກອງທັບ, ສະຫາຍ ພັນໂທ ພອນໄຊ ໄລອ່ອນເພັງ
ຫົວໜ້າພະແນກສັງລວມ ກົມອຸປະໂພກ-ບໍລິໂພກ, ສະຫາຍ ພັນຕີ ນາງ ຄໍາໄຫຼ ມະນີວັນ ຊ່ວຍວຽກຂະແໜງອົບຮົມພະແນກວິເຄາະເລືອດວິທະ
ຍາ ໂຮງໝໍສູນກາງ103, ສະຫາຍ ພັນຕີ ນາງ ຄໍາໃບ ໄຊຍະແສງ ຊ່ວຍວຽກຂະແໜງປຸງແຕ່ງຢາພະແນກການຢາ ໂຮງໝໍສູນກາງ103, ສະຫາຍ
ຮ້ອຍເອກ ນາງ ເພັດມະນີ ພູມີມາລາ ຊວງຂະແໜງອົບຮົມພະແນກວິເຄາະເລືອດວິທະຍາ ໂຮງໝໍສູນກາງ 103, ສະຫາຍ ຮ້ອຍໂທ ນາງ ຄອນ
ນາລີ ໄຊຍະສອນ ຊ່ວຍວຽກອານາໄມອາຊີບ ພ/ນ ປິ່ນປົວຢາພື້ນເມືອງ ໂຮງໝໍບໍລິເວນ109, ສະຫາຍ ພັນໂທ ສີຫາ ພົມພັກດີ ຮອງຫົວໜ້າອໍາ
ນວຍການບໍລິສັດລັດວິສາຫະກິດນໍ້າມັນເຊື້ອໄຟວຽງຈັນ, ສະຫາຍ ຮ້ອຍເອກວິລະພັນ ສີມີໄຊ ວິຊາການສາງເຊໂນ ບໍລິສັດລັດວິສາຫະກິດເຊື້ອ
ໄຟວຽງຈັນ, ສະຫາຍ ພັນໂທ ສົມສະໜິດ ສີພັນຍາ ຫົວໜ້າພະແນກຈັດຕັ້ງບໍລິຫານ, ສະຫາຍ ພັນໂທ ວັນແສງ ນໍລິນທາ ຫົວໜ້າສາງຫຼັກ 40,
ສະຫາຍ ພັນໂທ ຄໍາໄຊ ປັນຍາລາດ ຫົວໜ້າຂະແໜງບໍລິຫານສາງນໍ້າມັນເຊື້ອໄຟເລກ 2 ແລະ ສະຫາຍ ພັນໂທ ຄໍາພັດ ແສງຄໍາຢອງ ຫົວໜ້າ
ສາງນໍ້າມັນເຊື້ອໄຟເລກ 4 ກອງທັບ.

     ຈາກນັ້ນ, ສະຫາຍ ພົນຈັດຕະວາ ຕີເບດ ສີແພງຄູນ ກໍໄດ້ຜ່ານຂໍ້ຕົກລົງ ການແຕ່ງຕັ້ງຕໍາແຫໜ່ງງານ ຂັ້ນພະແນກການ ຈຳນວນ 11 ສະຫາຍ
ຄື: ສະຫາຍ ພັນຕີ ນາງ ອໍາວອນ ເຜົ່າວົງໄຊ ເປັນຫົວໜ້າພະແນກເສນາຮັກຫ້ອງການບໍລິຫານກົມໃຫຍ່ພະລາທິການກອງທັບ, ສະຫາຍ ພັນຕີ ຄໍາ
ປັນ ແສນບຸນທຳມີ ເປັນຮອງຫົວໜ້າພະແນກເສນາຮັກ ຫ້ອງການບໍລິຫານກົມໃຫຍ່ພະລາທິການກອງທັບ, ສະຫາຍ ພັນໂທ ທິດສະໄໝ ວົງໄກ
ສອນ ເປັນຮອງຫົວໜ້າພະແນກສຸກເສີນ ສາຍຊ່ວຍຄີນິກໂຮງໝໍສູນກາງ 103 ກອງທັບ, ສະຫາຍ ພັນຕີ ນາງ ຈັນທີ ສີສະຫຼາດ ເປັນຮອງຫົວໜ້າ
ພະແນກສະຫະພັນນັກຮົບເກົ່າ ໂຮງໝໍສູນກາງ 103 ກອງທັບ, ສະຫາຍ ພັນຕິ ດີໂກ້ ວົງນະລາດ ເປັນຮອງຫົວໜ້າພະແນກກະທົບ ແລະ ຜ່າຕັດ
ກະດູກ ໂຮງໝໍສູນກາງ 103 ກອງທັບ, ສະຫາຍ ພັນຕີ ອຸ່ນແກ້ວ ໄໝນິນວົງ ເປັນຮອງຫົວໜ້າພະແນກຄົ້ນຄວ້າສັງລວມ ຫ້ອງການກົມໃຫຍ່ ພະ
ລາທິການກອງທັບ, ສະຫາຍ ພັນໂທ ກົງວິໄລ ອົມດາລາ ເປັນຫົວໜ້າພະແນກສັງລວມ ກົມອຸປະໂພກ-ບໍລິໂພກ, ສະຫາຍ ພັນໂທ ສີສະໝຸດ ວິ
ໄລສົມ ເປັນຮອງຫົວໜ້າພະແນກສັງລວມ ກົມອຸປະໂພກ-ບໍລິໂພກ, ສະຫາຍ ພັນຕີ ສິນລະຄໍາ ສີບົວລິພາ ເປັນຮອງຫົວໜ້າພະແນກມໍລະສຸມ-ສຸກ
ເສີນ ໂຮງໝໍບໍລິເວນ 106 ກອງທັບ, ສະຫາຍ ພັນໂທ ນາງ ຈັນທະໜອມ ສຸລິນທຳ ເປັນຮອງຫົວໜ້າພະແນກແຜນການ-ສັງລວມ ສາງຢາ ແລະ
ອຸປະກອນການແພດກອງທັບ ແລະ ສະຫາຍ ຮ້ອຍເອກ ສຸກສະຫວັນ ອິນທະວົງ ເປັນຮອງຫົວໜ້າພະແນກບັນຊີຢາ, ເຄມີ, ອຸປະກອນການແພດ
ສາງຢາ ແລະ ອຸປະກອນການແພດກອງທັບ.

ແຫຼ່ງຂ່າວໂດຍ ມິດຕະພາບ ບຸນພະນຸໄຊ
ວັນທີ 13/01/2026