
ເຜີຍແຜ່ ເຊື່ອມຊຶມ ມະຕິຂອງກົມການເມືອງສູນກາງພັກ ຢູ່ເຂດພາກກາງ

    ສະຫາຍ ພົນໂທ  ສຈ ປອ ວົງຄຳ ພົມມະກອນ ກຳມະການສູນກາງພັກ, ຮອງລັດຖະມົນຕີ  ກະຊວງປ້ອງກັນປະເທດ ເປັນປະທານ
  
    ວັນທີ 9 ສິງຫາ 2024 ນີ້, ຢູ່ກອງພົນທີ  1 ໄດ້ເປີດກອງປະຊຸມເຜີຍແຜ່, ເຊື່ອມຊຶມ  ມະຕິເລກທີ 04/ກມສພ  ວ່າດ້ວຍການສ້າງເສດຖະ
    ກິດ ເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ ແລະ ຜັນຂະຫຍາຍມະຕິ  ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
    ໃຫ້ກຳລັງຫຼວງ-ກຳລັງທ້ອງຖິ່ນ ເຂດພາກກາງ, ໂດຍການເປັນປະທານຂອງ  ສະຫາຍ ພົນໂທ ສຈ ປອ ວົງຄຳ ພົມມະກອນ ກຳມະການສູນກາງ
    ພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີ ສະຫາຍ  ພົນຈັດຕະວາ ທະນູກອນ ສຸລິຍະແສງ ຮອງຫົວໜ້າຫ້ອງວ່າການກະຊວງ, ຜູ້ຕາງ
    ໜ້າກົມໂຄສະນາ, ຄະນະພັກ-ຄະນະບັນຊາ  9 ກົມກອງເຂດພາກກາງ  ຄື: ກອງພົນທີ 1, ກອງພົນທີ 2, ກອງບັນຊາການທະຫານແຂວງໄຊຍະບູ
    ລີ, ແຂວງວຽງຈັນ, ວິທະຍາຄານນາຍທະຫານບົກກົມມະດຳ, ວິທະຍາຄານພະລາທິການກອງທັບ, ກອງພັນໃຫຍ່ 497, ກອງພັນໃຫຍ່ 605,
    ກອງພັນໃຫຍ່ 941 ແລະ  ພະນັກງານຫຼັກແຫຼ່ງທົ່ວກອງພົນ ເຂົ້າຮ່ວມ. 
     ສະຫາຍ ພົນຈັດຕະວາ  ທະນູກອນ ສຸລິຍະແສງ ໄດ້ຜ່ານມະຕິ ເລກທີ 04/ກມສພ; ອີງຕາມແນວທາງປ່ຽນແປງໃໝ່ຂອງພັກ, ມະຕິກອງ
    ປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ແລະ  ບັນດາມະຕິ ຂອງຄະນະບໍລິຫານງານສູນກາງພັກ ໃນໄລຍະຜ່ານມາ, ເພື່ອຜັນຂະ
    ຫຍາຍທິດທາງການສືບຕໍ່ສ້າງເສດຖະກິດຕະຫຼາດ  ຕາມທິດສັງຄົມນິຍົມ. ການສ້າງເສດຖະກິດ ເອກະລາດເປັນເຈົ້າຕົນເອງ  ເນື້ອແທ້ແມ່ນການ
    ຍົກສູງສະຕິຊາດ, ເສີມຂະຫຍາຍສະຕິປັນຍາ, ກຳລັງແຮງ ແລະ ຄວາມສາມາດແຂ່ງຂັນຂອງຄົນໃນຊາດ  ເພື່ອຂຸດຄົ້ນທ່າແຮງບົ່ມຊ້ອນດ້ານຊັບ
    ພະຍາກອນມະນຸດ, ຊັບພະຍາກອນທຳມະຊາດ, ທີ່ຕັ້ງພູມສັນຖານ, ວັດທະນະທຳ-ສັງຄົມ  ຢ່າງມີການວາງແຜນ, ມີຍຸດທະສາດ  ແລະ ຄຳນຶງ
    ເຖິງປະສິດທິພາບ, ປະສິດທິຜົນ  ແລະ ຄວາມຄຸ້ມຄ່າຂອງຊັບພະຍາກອນ ເພື່ອຕອບສະໜອງໃຫ້ແກ່ການປົກປັກຮັກສາ ແລະ  ການພັດທະນາ
    ທີ່ຍືນຍົງ, ສ້າງຄວາມຢູ່ດີກິນດີໃຫ້ປະຊາຊົນພາຍໃນຊາດ; ການສ້າງເສດຖະກິດເອກະລາດ  ເປັນເຈົ້າຕົນເອງ ຕ້ອງເລີ່ມຈາກຕ່ຳຫາສູງ, ນ້ອຍຫາ
    ໃຫຍ່ ບົນພື້ນຖານການບຸກບືນສູ້ຊົນສູງສຸດ ແລະ  ຕ້ອງໃຊ້ເວລາເໝາະສົມດ້ວຍຈິດໃຈເຄັ່ງຮ້ອນ, ມີບາດກ້າວເດີນຈະແຈ້ງ; ນອກນັ້ນ ຍັງຕ້ອງມີ
    ພື້ນຖານການຜະລິດ, ການບໍລິການ, ສ້າງໃຫ້ມີຜະລິດຕະພັນທີ່ຫຼາກຫຼາຍ, ພັດທະນາລະບົບການເງິນ-ເງິນຕາໃຫ້ເຂັ້ມແຂງ  ແລະ ເປັນເຈົ້າເຊື່ອມ
    ໂຍງເຂົ້າກັບສາກົນ. ສະຫາຍ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ  ໄດ້ເຜີຍແຜ່ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງ
    ທີ 8 ສະໄໝທີ XI; ກອງປະຊຸມດັ່ງກ່າວໄດ້ດຳເນີນໃນລະຫວ່າງ  ວັນທີ 13-17 ພຶດສະພາ 2024 ທີ່ຫ້ອງວ່າການສູນກາງພັກ, ໂດຍພາຍໃຕ້ການ
    ເປັນປະທານ  ຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ  ປະຊາຊົນປະຕິວັດລາວ, ປະທານປະເທດ  ແຫ່ງ
    ສປປ ລາວ; ເນື້ອໃນກອງປະຊຸມປະກອບມີ:  1. ຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານເງິນຕາ  6 ເດືອນ
    ຕົ້ນປີ  ແລະ ທິດທາງແຜນການ 6 ເດືອນທ້າຍປີ  2024 ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ  ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານ
    ເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດ  ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ; 2. ການປະຕິຮູບລັດວິສາຫະກິດ ( ໂດຍເລັ່ງໃສ່ 3 ລັດວິສາ
    ຫະກິດ  ຄື: ໄຟຟ້າລາວ, ການບິນລາວ, ນ້ຳມັນເຊື້ອໄຟລາວ  ); 3. ຕີລາຄາກ່ຽວກັບການຍົກສູງຄຸນນະພາບດ້ານການດຳເນີນຄະດີ  ຕາມຂະບວນ
    ການຍຸຕິທຳ, ຕາມມະຕິເລກທີ  112/ກມສພ, ລົງວັນທີ 2 ມິຖຸນາ 2020 ຂອງກົມການເມືອງສູນກາງພັກ; 4. ການປັບປຸງຄຸນນະພາບການສຶກສາ
    ແລະ ການແກ້ໄຂບັນຫາການປະລະການຮຽນ, ການຂາດແຄນຄູສອນ; 5. ການກະກຽມເອກະສານຕົ້ນຕໍ ຂອງກອງປະຊຸມໃຫຍ່  ຄັ້ງທີ XII ຂອງ
    ພັກ; 6. ກອງປະຊຸມ  ໄດ້ມອບໃຫ້ກົມກອງເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ ຊີ້ນຳລັດຖະບານ, ອົງການພັກ  ແລະ ລັດ, ຄະ
    ນະພັກແຕ່ລະຂັ້ນ  ຈັດຕັ້ງປະຕິບັດວຽກງານຈຸດສຸມແຕ່ນີ້ຮອດ ກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ 9 ສະໄໝທີ XI ໃນທ້າຍປີ 2024.
     ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການໃນການປັບປຸງກໍ່ສ້າງກຳລັງປະກອບອາວຸດໃຫ້ມີຄວາມໜັກແໜ້ນເຂັ້ມແຂງຢ່າງຕັ້ງໜ້າໄປ
    ຕາມບາດກ້າວເດີນຂອງພັກ; ສະຫາຍ ປະທານ  ໄດ້ກ່າວຊີ້ນຳໃຫ້ ຄະນະພັກ - ຄະນະບັນຊາ ແຕ່ລະຂັ້ນ, ພະນັກງານ-ສະມາຊິກພັກແຕ່ລະສະຫາຍ
    ຕ້ອງເຊື່ອມຊຶມ, ກຳແໜ້ນເນື້ອໃນບັນດາມະຕິຂອງສູນການພັກ  ໃຫ້ກາຍເປັນຄວາມຮັບຜິດຊອບ ແລ້ວນຳໄປຈັດຕັ້ງເຜີຍແຜ່ໃຫ້ພະນັກງານ-ນັກຮົບ
    ຢ່າງທົ່ວເຖິງ; ສືບຕໍ່ເກັບກຳສະພາບແນວຄິດຂອງພະນັກງານ-ນັກຮົບໄປພ້ອມກັບການສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ເຊື່ອມຊຶມ, ກຳ
    ແໜ້ນຕໍ່ແນວທາງນະໂຍບາຍຂອງພັກ-ລັດ  ຢ່າງຈະແຈ້ງ; ອອກແຮງນຳພາຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງກົມກອງ, ໜ້າທີ່ຄວາມຮັບຜິດຊອບ
    ຂອງຕົນເອງ, ຕັ້ງໜ້າອົບຮົມ-ຫັດແອບປັບປຸງລະບຽບແບບແຜນໃຫ້ເຂັ້ມງວດ, ຍູ້ແຮງຂະບວນການຕ່າງໆຂອງກົມກອງໃຫ້ຟົດຟື້ນແຂງແຮງ; ເພີ່ມ
    ທະວີ  ແລະ ຮັກສາແໜ້ນຄວາມສາມັກຄີໃນກົມກອງໃຫ້ແໜ້ນແຟ້ນ; ອອກແຮງປັບປຸງສະຖານທີ່ຄ້າຍຄູໃຫ້ເປັນລະບຽບຈົບງາມ, ພ້ອມຍູ້ແຮງຂະ
    ບວນການເພີ່ມພູນຜະລິດຜົນ  ປູກຝັງ-ລ້ຽງສັດ ໂດຍໝູນໃຊ້ທ່າແຮງບົ່ມຊ້ອນທີ່ມີຂອງກົມກອງ ເພື່ອເປັນເຈົ້າຕົນເອງ ແລະ  ສ້າງຄວາມເຂັ້ມແຂງ
    ດ້ວຍຕົນເອງ.
 ແຫຼ່ງຂ່າວໂດຍ ໂກຮັງ ພັນທະວົງ
  ວັນທີ 13/08/2024