
ກຳລັງ ປກຊ-ປກສ ປະສານຄວາມພ້ອມ ຮອບທີ 3 ສວນສະໜາມສະເຫຼີມສະຫຼອງ
ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ

ຊ້ອມສວນສະໜາມປະສານຄວາມພ້ອມຮອບ 3 ຢູ່ສະໜາມຫຼວງ ວັນທີ 12/11/2025
ວັນທີ 12 ພະຈິກ 2025 ນີ້, ຢູ່ທີ່ສະໜາມຫຼວງ ໄດ້ມີພິທີ ສະແດງທົດລອງ ການສວນສະໜາມສະເຫຼີມສະຫຼອງ ວັນສະຖາປະນາ ສປປ
ລາວ ຄົບຮອບ 50 ປີ ປະສານກ້ອນກຳລັງ ປກຊ-ປກສ ຄັ້ງທີ 3, ໂດຍມີສະຫາຍ ບຸນທອງ ຈິດມະນີ ຮອງປະທານປະເທດ, ຜູ້ປະຈໍາການຄະນະ
ເລຂາທິການສູນກາງພັກ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານ ປກຊ-ປກສ ຂັ້ນສູນກາງ, ສະ
ຫາຍ ພົນໂທ ຄຳລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ, ສະຫາຍ ພົນໂທ ຄຳກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີກະຊວງ
ປ້ອງກັນຄວາມສະຫງົບ,ມີບັນດາຄະນະນຳກະຊວງ, ບັນດາຄະນະນຳກົມໃຫຍ່, ຫ້ອງວ່າການ ປກຊ-ປກສ, ບັນດາຄະນະນຳລວມ, ບັນດາອານຸກໍາ
ມະການຮັບປະກັນ, ກ້ອນກໍາລັງສວນສະໜາມ ກຳລັງ ປກຊ-ປກສ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດໜ້າວຽກ ການກະກຽມດ້ານເນື້ອໃນ, ກໍາລັງພົນເຂົ້າຮ່ວມ, ເຄື່ອງອຸປະກອນການປະກອບ, ວິທີ
ການ, ວາລະດໍາເນີນການຈັດຕັ້ງ ງານໂຮມຊຸມນຸມ ແລະ ການຈັດຕັ້ງຫັດແອບສວນສະໜາມ ສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບ
ຮອບ 50 ປີ ໃຫ້ເປັນເອກະພາບ, ມີເນື້ອໃນ, ມີຄວາມໝາຍເລິກເຊິ່ງ ແລະ ສົມກຽດ. ກົມໃຫຍ່ເສນາທິການກອງທັບ ໃນນາມຄະນະຊີ້ນໍາກ້ອນ
ສວນສະໜາມ ໄດ້ປະສານສົມທົບກັບບັນດາອົງການກະຊວງ, ກະຊວງປ້ອງກັນຄວາມສະຫງົບ, ກົມກອງກຳລັງຫຼວງ ແລະ ກຳລັງທ້ອງຖິ່ນ ສ້າງ
ແຜນການ ຈັດຕັ້ງສະແດງທົດລອງ ການສວນສະໜາມສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ປະສານກ້ອນກຳລັງ ປກຊ
-ປກສ ຄັ້ງທີ 3 ເພື່ອລະນຶກເຖິງວັນສໍາຄັນທາງປະຫວັດສາດຂອງຊາດ, ເອກອ້າງຜົນງານໃນການສ້າງສາ ແລະ ພັດທະນາປະເທດຊາດ ຕະຫຼອດ
ໄລຍະ 50 ປີ ຕໍ່ແຂກພາຍໃນ ແລະ ຕ່າງປະເທດ ພ້ອມທັງ ຖືເອົາໂອກາດນີ້ ເຕົ້າໂຮມຄວາມສາມັກຄີປອງດອງຊາດ, ຂອງປະຊາຊົນລາວ ບັນດາ
ເຜົ່າໃນທົ່ວປະເທດ ໂດຍພາຍໃຕ້ການນຳພາ ຂອງພັກປະຊາຊົນ ປະຕິວັດລາວ ໃຫ້ເປັນປຶກແຜ່ນ, ສືບຕໍ່ປົກປັກຮັກສາ ແລະ ສ້າງສາພັດທະນາປະ
ເທດຊາດ ຕາມທິດຊີ້ນໍາ ຂອງພັກວາງອອກ ໃຫ້ບັນລຸຕາມຈຸດປະສົງຄາດໝາຍ. ຫຼັງຈາກສໍາເລັດການສະແດງ, ບັນດາການນຳ ໄດ້ສະແດງຄວາມ
ຊົມເຊີຍ ເຖິງຄວາມອົດທົນພະຍາຍາມຂອງທຸກສະຫາຍ ທີ່ພະຍາຍາມປັບປຸງບ່ອນທີ່ຍັງຄົງຄ້າງ, ພ້ອມທັງເນັ້ນໜັກ ໃຫ້ບັນດາຄະນະຮັບຜິດຊອບ
ແຕ່ລະກ້ອນກໍາລັງ ສືບຕໍ່ເອົາໃຈໃສ່ຫຼາຍຢ່າງ ໂດຍສະເພາະ ແມ່ນຈັງວະທ່າທີຕ່າງໆ, ໄລຍະຫາງແຕ່ລະກ້ອນ, ລະດັບການຍົກແຂນຂາ ຕ້ອງສູງຕໍ່າ
ສະເໝີກັນ, ສຽງເສບກັບສຽງພາກ ຕ້ອງໃຫ້ເຂົ້າກັນ, ກໍານົດຈຸດແຕ່ລະໜ້າວຽກ ໃຫ້ລະອຽດຊັດເຈນ ເພື່ອໃຫ້ມີຄວາມເປັນເອກະພາບ ແລະ ງົດ
ງາມ ພ້ອມທັງຮັບປະກັນບໍໃຫ້ມີຄວາມຜິດພາດ, ສາມາດສະແດງອອກມາໄດ້ສົມບູນທີ່ສຸດ ໃນມື້ສະເຫຼີມສະຫຼອງແທ້.
ແຫຼ່ງຂ່າວໂດຍ ສຸກສາຄອນ
ວັນທີ 13/11/2025