ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມອບ-ຮັບ ໜ້າທີ່​ຫົວໜ້າການທະຫານ ກົມ 213 ລະຫວ່າງ​ ຜູ້ເກົ່າ ແລະ​ ຜູ້ໃໝ່


ສະຫາຍ ພົນໂທ ວົງສອນ ອິນປານພິມ ເປັນປະທານ ມອບ​-ຮັບ ຫົວໜ້າກົມ 213 (ຜູ້ໃໝ່) ວັນທີ 13 ມັງກອນ 2026

    ມອບ-ຮັບ ໜ້າທີ່ ລະຫວ່າງ ສະຫາຍ ພົນຈັດຕະວາ ບົວວັນ ອາດຖະໜາໄຊ ຫົວໜ້າການທະຫານກົມ 213 (ຜູ້ເກົ່າ) ແລະ ສະຫາຍ ພົນ
ຈັດຕະວາ ທຸມມາ ພົມມະທຳ ຫົວໜ້າການທະຫານກົມ 213 (ຜູ້ໃໝ່) ໄດ້ຈັດຂຶ້ນໃນວັນທີ 13 ມັງກອນ 2026 ນີ້, ໂດຍການເປັນປະທານ
ຂອງ ສະຫາຍ ພົນໂທ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະນໍາ 4
ກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ຄະນະພັກ-ຄະນະບັນຊາ​ກົມ, ກອງຕະຫຼອດຮອດ​ ພະນັກງານຫຼັກແຫຼ່ງ ກົມ 213 ເຂົ້າຮ່ວມ.

     ໃນພິທີ​ ສະຫາຍ ພົນຈັດຕະວາ ບົວວັນ ອາດຖະໜາໄຊ ໄດ້ຜ່ານບົດສະຫຼຸບໂດຍຫຍໍ້ ການຊີ້ນໍາ-ນໍາພາ ໃນໄລຍະຜ່ານມາ,​ ຍົກໃຫ້ເຫັນບັນ
ດາວຽກງານທີ່ໄດ້ຈັດຕັ້ງປະຕິບັດຕາມພາລະບົດບາດໜ້າທີ່, ຄວາມຮັບຜິດຊອບ​ ເຊິ່ງໄດ້ສຸມໃສ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ - ປ້ອງກັນ
ຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກຢ່າງແຂງແຮງ, ຊີ້ນໍາກໍາລັງສືບຂ່າວກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ ຕາມ
4 ເນື້ອໃນ 4 ຄາດໝາຍ ຕິດພັນກັບວຽກງານ 3 ສ້າງ, ເອົາໃຈໃສ່ສຶກສາອົບຮົມແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ກົດລະບຽບ
ຂອງພັກ, ມະຕິຄໍາສັ່ງຕ່າງໆ ຂອງພັກ, ຂອງຄະນະພັກກະຊວງປ້ອງກັນປະເທດ, ມູນເຊື້ອອັນດີງາມຂອງພັກ, ຂອງຊາດ ແລະ ຂອງກອງທັບ, ໄດ້
ເອົາໃຈໃສ່ ການປັບປຸງສັບຊ້ອນພະນັກງານບັນຊາແຕ່ລະຂັ້ນຂອງຫ້ອງການ, ພະແນກການ, ກົມກອງ, ສູນ, ໂຮງຮຽນ ໃຫ້ຖືກກັບລະດັບຄວາມ
ຮູ້ຄວາມສາມາດ ແລະ ວິຊາສະເພາະ ໄປພ້ອມກັບການກໍ່ສ້າງພະນັກງານ 3 ຮຸ່ນ​ ສືບທອດປ່ຽນແທນ, ຍົກລະດັບດ້ານວິຊາສະເພາະໃຫ້ພະນັກ
ງານນໍາພາ-ບັນຊາ​ນັບມື້ສູງຂຶ້ນ, ໄດ້ເອົາໃຈໃສ່ຊີ້ນໍາວຽກງານປ້ອງກັນພາຍ ໃນ, ແກ້ໄຂຄະດີຕ່າງໆ ແລະ ໄດ້ກວດກາສະພາບຮອບດ້ານຢູ່ພາຍໃນ​
ມີຄວາມສະຫງົບຮຽບຮ້ອຍ,​ ຊີ້ນໍາ-ນໍາພາການຈັດຕັ້ງປະຕິບັດລະບົບອັດຕາ ຕາມທີ່ຂັ້ນເທິງໄດ້ກຳນົດເປັນຕົ້ນ: ເຂົ້າກິນ, ເງິນອັດຕາກິນ, ເຄື່ອງອຸ
ປະໂພກ - ບໍລິໂພກ ແລະ ມີການສະສົມແຮໄວ້ໃນຍາມຈໍາເປັນ,​ ການພົວພັນຮ່ວມມືກັບເພື່ອນມິດຍຸດທະສາດ ໄດ້ກ້າວເຂົ້າສູ່ລວງເລິກ ແລະ ມີ
ຄຸນນະພາບໃໝ່ ໂດຍສະເພາະແມ່ນ ການພົວພັນທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານກັບ ສສ ຫວຽດນາມ ແລະ
ການພົວພັນຄູ່ ຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງຍາວນານກັບ ສປ ຈີນ, ໄດ້ຍົກລະດັບການພົວພັນເປັນຄູ່ຮ່ວມຍຸດທະສາດ ກັບ ສ​ ຣັດເຊຍ,
ຮັກສາໄດ້ການພົວພັນມິດຕະພາບ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ກັບບັນດາປະເທດໃກ້ຄຽງ ແລະ ການຮ່ວມມືກັບປະເທດສະ
ມາຊິກອາຊຽນອື່ນໆ, ສຸມໃສ່ຊີ້ນຳບັນດາກົມກອງສືບຂ່າວ ໃຫ້ເປັນເຈົ້າການນໍາໃຊ້ກຳລັງວິຊາສະເພາະຂອງຕົນ​ ສົມທົບກັບບັນດາ ກົມກອງ-ທ້ອງ
ຖິ່ນ ຂອບເຂດທີ່ຕົນຮັບຜິດຊອບເຄື່ອນໄຫວສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆເຮັດໃຫ້ສະພາບມີຄວາມສະຫງົບໂດຍພື້ນຖານ,​ ຊີ້ນໍາກໍາລັງສືບຂ່າວ
ຢູ່ພາຍໃນ ແລະ ຕ່າງປະເທດ ສ້າງ ແລະ ປັບປຸງຂະຫຍາຍຕາໜ່າງສືບຂ່າວຢ່າງກວ້າງຂວາງ.​ ຈາກນັ້ນ,​ ກໍໄດ້ລົງນາມເຊັນບົດບັນທຶກມອບ-ຮັບໜ້າ
ທີ່ຢ່າງເປັນທາງການ​ ລະຫວ່າງ​ ຫົວໜ້າການທະຫານ ກົມ 213 ຜູ້ເກົ່າ ແລະ ຜູ້ໃໝ່.

     ໂອກາດນີ້, ສະຫາຍ ພົນໂທ ວົງສອນ ອິນປານພິມ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ສະຫາຍ ຫົວໜ້າການທະຫານ (ຜູ້ເກົ່າ) ທີ່ໄດ້ສຸມເຫື່ອ
ແຮງ, ສະຕິປັນຍາ, ປະກອບສ່ວນເຂົ້າໃນວຽກງານ ນໍາພາ-ຊີ້ນໍາ ຈົນເຮັດສຳເລັດໜ້າທີ່ໃນໄລຍະຜ່ານມາ ພ້ອມທັງ, ຮຽກຮ້ອງມາຍັງສະຫາຍ ຫົວໜ້າ
ການທະຫານ (ຜູ້ໃໝ່) ຕ້ອງຍົກສູງພາລະບົດບາດການນໍາພາ-ຊີ້ນໍາ ຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ຖືເອົາວຽກງານສຶກສາອົບຮົມການເມືອງ-
ນໍາພາແນວຄິດ, ວຽກງານກໍ່ສ້າງພັກ-ພະນັກງານ ໃຫ້ມີຄວາມເຂັ້ມແຂງໜັກແໜ້ນ, ເພີ່ມທະວີ ຄວາມສາມັກຄີພາຍໃນໝູ່ຄະນະ, ປະຕິບັດຫຼັກການ
ລວມສູນປະຊາທິປະໄຕ, ມີຄວາມເປັນເອກະພາບໃນທຸກຂົງເຂດວຽກງານ, ຕັ້ງໜ້າປັບປຸງກໍ່ສ້າງກົມກອງ​ ໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ, ມີແບບ
ແຜນ ແລະ ທັນສະໄໝ ເພື່ອເຮັດສໍາເລັດໜ້າທີ່ການເມືອງທີ່ພັກ-ລັດ ມອບໝາຍໃຫ້.

ແຫຼ່ງຂ່າວໂດຍ ວັນນະລັກ ວົງພົມ
ວັນທີ 15/01/2026