
ສະແດງສິລະປະວັດທະນະທໍາ ຊົມເຊີຍກອງປະຊຸມດໍາເນີນຊິວິດການເມືອງ ທົ່ວກອງທັບ

ໃນຕອນແລງ ຂອງວັນທີ 14 ກໍລະກົດ 2025 ນີ້, ກອງສິລະປະກອນກອງທັບ ໄດ້ຈັດການສະແດງ ສິລະປະວັດທະນະທໍາ ເພື່ອຊົມເຊີຍ
ກອງປະຊຸມດໍາເນີນຊີວິດການເມືອງທົ່ວກອງທັບ ແລະ ຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນປະເທດ,
ໂດຍການເປັນປະທານ ຂອງສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງ
ປ້ອງກັນປະເທດ, ມີບັນດາກຳມະການສູນກາງພັກ, ຄະນະພັກ-ຄະນະນໍາກະຊວງປ້ອງກັນປະເທດ, ບັນດາກົມໃຫຍ່, ຫ້ອງວ່າການ ກະຊວງ
ປ້ອງກັນປະເທດ, ເລຂາ, ຮອງເລຂາຄະນະພັກບັນດາອົງການ, ຫ້ອງການ, ກົມອ້ອມຂ້າງກະຊວງ, ກອງພົນ, ກອງບັນຊາການທະຫານອາກາດ,
ກອງບັນຊາການທະຫານຊາຍແດນ, ກອງບັນຊາການທະຫານແຂວງ-ນະຄອນຫຼວງ, ວິທະຍາຄານ, ກອງພັນໃຫຍ່, ໂຮງຮຽນ, ໂຮງໝໍ, ບໍລິສັດ
ວິສາຫະກິດກອງທັບ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ຈຸດປະສົງໃນການສະແດງ ສິລະປະວັດທະນະທໍາ ໃນຄັ້ງນີ້ ເພື່ອເປັນການສະເຫຼີມສະຫຼອງ 3 ວັນປະຫວັດສາດ ຄື: ວັນສ້າງຕັ້ງພັກປະຊາ
ຊົນປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະ ວັນຄ້າຍວັນເກີດ
ຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ແລະ ເພື່ອຊົມເຊີຍກອງປະຊຸມດໍາເນີນຊີວິດການເມືອງທົ່ວກອງທັບ, ພ້ອມກັນນັ້ນ ກໍເປັນ
ການສ້າງຂະບວນການເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກ ກະຊວງປ້ອງກັນປະເທດ ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້ ໃຫ້
ມີບັນຍາກາດຟົດຟື້ນ ເຊິ່ງໄດ້ສະແດງໃຫ້ເຫັນມູນເຊື້ອ, ວິຖີຊີວິດ, ສິລະປະ-ວັດທະນະທຳອັນດີງາມ ຂອງປະຊາຊົນລາວບັນດາເຜົ່າ ໂດຍຜ່ານ
ເນື້່ອຮ້ອງທຳນອງເພງ, ບົດຂັບລຳ, ບົດຟ້ອນ ແລະ ເຕັກນິກການສະແດງຕ່າງໆ. ລາຍການທີ່ນໍາມາສະແດງປະກອບມີ: 1. ເສບດົນຕຣີ ຄຣາຊິກ
3 ບົດເພງ: ເພງ ຈົດຈໍາບຸນຄຸນພັກ, ເພງ ແດນແຫ່ງອິດສະຫຼະ, ເພງ ດາວລ້ອມເດືອນ; 2. ລະຄອນເວທີ: ແພມົນຂອງໃຜ; 3. ຮ້ອງໝູ່ຊາຍ: ເພງ
ລຸງໄກສອນ ວີລະບູລຸດໃນດວງໃຈ; 4. ຮ້ອງໝູ່ຍິງ: ເພງ ນັກຮົບປະຊາ; 5. ຟ້ອນ: ນັກຮົບນິລະນາມ; 6. ຮ້ອງດ່ຽວຊາຍ: ເພງ ຊື່ລາວດັງກ້ອງ; 7.
ຂັບກຶມມຸ ເຈີມອາຍ ປະກອບຟ້ອນ; 8. ຮ້ອງຄູ່ ຍິງ-ຊາຍ: ເພງ ປາກັບນໍ້າ; 9. ລໍາສີພັນດອນ ປະກອບຟ້ອນ; 10. ຮ້ອງໝູ່ຍິງ: ເພງ ແສງສະຫວ່າງ
ຂອງພັກ, ເພງ ອ້າຍທະຫານກ້າກັ່ນ; 11. ຮ້ອງດ່ຽວຍິງ: ຊີວິດບານໃໝ່ເພງ ມົ້ງ ປະກອບຟ້ອນ; 12. ຮ້ອງຄູ່ຊາຍ: ເພງ ຊາວໜຸ່ມຄູ່ກັບການພັດທະ
ນາປະກອບເຕັ້ນ; 13. ຮ້ອງໝູ່ຊາຍ: ເພງ ປືນໃຫຍ່ເຄື່ອນທັບ, ເພງ ທະຫານຊາຍແດນ; 14. ປິດສາກ ກອງທັບລາວກ້າວເດີນ.
ແຫຼ່ງຂ່າວໂດຍ ຈອນນີ້ ອິນທະວົງ
ວັນທີ 17/07/2025