
ປະສານໃຫຍ່ກ້ອນກໍາລັງສວນສະໜາມ ຄັ້ງທີ I ສວນສະໜາມສະເຫຼີມສະຫຼອງ
ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ

ພິທີ ສະແດງທົດລອງການສວນສະໜາມສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ
ວັນທີ 14 ພະຈິກ 2025 ນີ້, ຢູ່ສະໜາມຫຼວງ (ເດີ່ນພຣະທາດຫຼວງ) ໄດ້ມີພິທີ ສະແດງທົດລອງການສວນສະໜາມສະເຫຼີມສະຫຼອງ ວັນ
ສະຖາປະນາ ສປປ ລາວ ຄົບຮອບ 50 ປີ ປະສານໃຫຍ່ກ້ອນກໍາລັງສວນສະໜາມທຸກພາກສ່ວນ ຄັ້ງທີ່ I, ໂດຍມີສະຫາຍ ບຸນທອງ ຈິດມະນີ
ຮອງປະທານປະເທດ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ຜູ້
ຊີ້ນໍາວຽກງານ ປກຊ-ປກສ ຂັ້ນສູນກາງ, ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາສະຫາຍການ
ນໍາພັກ-ລັດ, ການນໍາບັນດາກະຊວງ-ອົງການ, ບັນດາສະຫາຍຄະນະຊີ້ນໍາລວມ, ອະນຸກຳມະການຮັບປະກັນ ແລະ ບັນດາກ້ອນກໍາລັງສວນສະ
ໜາມ ແລະ ກ້ອນຂະບວນຍ່າງຈາກບັນດາກະຊວງ-ອົງການ ອ້ອມຂ້າງສູ່ກາງພັກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດໜ້າວຽກ ການກະກຽມດ້ານເນື້ອໃນ, ກໍາລັງພົນເຂົ້າຮ່ວມ, ເຄື່ອງອຸປະກອນການປະກອບ, ວິທີ
ການ, ວາລະດໍາເນີນການຈັດຕັ້ງງານໂຮມຊຸມນຸມ ແລະ ການຈັດຕັ້ງຫັດແອບສວນສະໜາມ ສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບ
ຮອບ 50 ປີ ໃຫ້ເປັນເອກະພາບ, ມີເນື້ອໃນ, ມີຄວາມໝາຍເລິກເຊິ່ງ ແລະ ສົມກຽດ. ຄະນະຮັບຜິດຊອບຈັດຕັ້ງສະເຫຼີມສະຫຼອງວັນສະຖາປະ
ນາ ສປປ ລາວ ຄົບຮອບ 50 ປີ ໄດ້ຈັດຕັ້ງສະແດງທົດລອງການສວນສະໜາມສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ
ປະສານໃຫຍ່ທຸກກ້ອນກໍາລັງສວນສະໜາມ ແລະ ກ້ອນຂະບວນຍ່າງ ຄັ້ງທີ I ເພື່ອລະນຶກເຖິງວັນສໍາຄັນທາງປະຫວັດສາດຂອງຊາດ, ເອກອ້າງ
ຜົນງານໃນການສ້າງສາ ແລະ ພັດທະນາປະເທດຊາດ ຕະຫຼອດໄລຍະ 50 ປີ ຕໍ່ແຂກພາຍໃນ ແລະ ຕ່າງປະເທດ ພ້ອມທັງຖືເອົາໂອກາດນີ້ເຕົ້າ
ໂຮມຄວາມສາມັກຄີປອງດອງຊາດ, ຂອງປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ໂດຍພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິ ວັດລາວ
ໃຫ້ເປັນປຶກແຜ່ນ, ສືບຕໍ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມທິດຊີ້ນໍາ ຂອງພັກວາງອອກ ໃຫ້ບັນລຸຕາມຈຸດປະສົງຄາດໝາຍ.
ພາຍຫຼັງສໍາເລັດການສະແດງ, ບັນດາຄະນະຮັບຜິດຊອບຈັດຕັ້ງສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ໄດ້ສະແດງຄວາມ
ຍ້ອງຍໍຊົມເຊີຍ ຕໍ່ທຸກພາກສ່ວນທີ່ໄດ້ເອົາໃຈໃສ່ໃນການເຝິກຊ້ອມຫັດແອບປະສານໃຫຍ່ໃນຄັ້ງນີ້, ພ້ອມທັງເນັ້ນໜັກ ໃຫ້ບັນດາຄະນະຮັບຜິດ
ຊອບແຕ່ລະກ້ອນກໍາລັງສືບຕໍ່ເອົາໃຈ ໃສ່ຫຼາຍຢ່າງ ໂດຍສະເພາະ ແມ່ນກ້ອນກໍາລັງຂອງບັນດາກະຊວງ-ອົງການ ໃຫ້ມີຄວາມເອກກະພາບໃນ
ການເດີນ, ການຮັກສາຮູບແຖວຂວາງ, ການປະດັບປະດາລົດໃຫ້ມີຄວາມຈົບງາມ, ເພື່ອໃຫ້ມີຄວາມເປັນເອກະພາບ ແລະ ງົດງາມ ພ້ອມທັງ
ຮັບປະກັນບໍໃຫ້ມີຄວາມຜິດພາດ, ສາມາດສະແດງອອກມາໄດ້ສົມບູນທີ່ສຸດໃນມື້ສະ ເຫຼີມສະຫຼອງແທ້.
ແຫຼ່ງຂ່າວໂດຍ ຈອນນີ້
ວັນທີ 17/11/2025