ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມອບ-ຮັບ ກອງພັນສ້ອມແປງເຄື່ອນທີ່ເລກ 1 ແລະ ເລກ 2 ກອງທັບ


ພິທີ ມອບ-ຮັບ ກອງພັນສ້ອມແປງເຄື່ອນທີ່ເລກ 1 ແລະ ເລກ 2 ຢູ່ຫຼັກ 21 ​ວັນທີ 16 ທັນວາ 2025

    ວັນທີ 16 ທັນວາ 2025 ນີ້, ກະຊວງປ້ອງກັນປະເທດ ໄດ້ຈັດພິທີ ມອບ-ຮັບ ກອງພັນສ້ອມແປງເຄື່ອນທີ່ເລກ 1 ແລະ ເລກ 2 ຢູ່ຫຼັກ
21, ໂດຍການເຂົ້າຮ່ວມ ຂອງສະຫາຍ ພົນຕີ ສີພອນໄຊ ຄໍາທອງເຫວີນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີ ສະຫາຍ ພົນຈັດ
ຕະວາ ເຊເວຍຣົບ ເກນາດີ ຮອງຜູ້ບັນຊາການເຫຼົ່າຮົບຊ່າງແສງ ກຳລັງປະກອບອາວຸດ ແຫ່ງ ສ ຣັດເຊຍ, ມີຄະນະນໍາ 4 ກົມໃຫຍ່, ຫ້ອງວ່າ
ການກະຊວງ, ບັນດາແຂກເຊີນຈາກຫ້ອງການຜູ້ຕາງໜ້າກະຊວງ ປ້ອງກັນປະເທດແຫ່ງ ສ ຣັດເຊຍ, ພ້ອມດ້ວຍກົມກອງກ່ຽວຂ້ອງ ເຂົ້າຮ່ວມ.

     ການມອບ-ຮັບ ກອງພັນສ້ອມແປງເຄື່ອນທີ່ເລກ 1 ແລະ ເລກ 2 ກອງທັບ ແມ່ນປະຕິບັດຕາມສັນຍາ ວ່າດ້ວຍການຊ່ວຍເຫຼືອທາງດ້ານ
ເຕັກນິກການທະຫານ ລະຫວ່າງ ກະຊວງປ້ອງກັນປະເທດແຫ່ງ ສ ຣັດເຊຍ ແລະ ກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ໃນປີ 2017
ເພື່ອປະກອບສ່ວນເຮັດໃຫ້ກອງທັບປະຊາຊົນລາວ ເຕີບໃຫຍ່ເຂັ້ມແຂງ ແລະ ທັນສະໄໝ ເວົ້າລວມ, ເວົ້າສະເພາະ ແມ່ນແຜນການຮ່ວມມື
ປັບປຸງຍົກລະດັບສະມັດຕະພາບຄວາມອາດສາມາດໃນການສ້ອມແປງຟື້ນຟູພາຫະນະອາວຸດຍຸດໂທປະກອນເຕັກນິກໃຫ້ແກ່ກອງທັບປະຊາ
ຊົນລາວ. ເພື່ອເປັນການເສີມສ້າງການພົວພັນຮ່ວມມື ລະຫວ່າງ ສອງກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ແລະ ສ ຣັດເຊຍ ໃຫ້ແໜ້ນ
ແຟ້ນກວ່າເກົ່າ ເວົ້າລວມ, ເວົ້າສະເພາະແມ່ນແຜນຮ່ວມມືປັບປຸງຂະແໜງເຕັກນິກ ໃນໄລຍະໃໝ່ ທີ່ພວມສຸມໃສ່ປັບປຸງຂະຫຍາຍພື້ນຖານ
ໂຄງລ່າງຂອງຂະແໜງເຕັກນິກ ເພື່ອຮັບປະກັນຄວາມພ້ອມ ກຽມຮັບເອົາບັນດາເຄື່ອງອຸປະກອນທີ່ຝ່າຍຣັດເຊຍຊ່ວຍເຫຼືອໃນຕໍ່ໜ້າ, ສ້າງ
ກອງພັນສ້ອມແປງ 2 ແຫ່ງ ດັ່ງກ່າວ ໃຫ້ສາມາດຮອງຮັບການສ້ອມແປງພາຫະນະການເຕັກນິກທະຫານ ເຂົ້າມາສ້ອມແປງ-ຮັບປະກັນດ້ານ
ເຕັກນິກໃຫ້ແກ່ກອງທັບ. ການຊ່ວຍເຫຼືອ ຂອງກະຊວງປ້ອງກັນປະເທດແຫ່ງ ສ ຣັດເຊຍ ໃນການປັບປຸງຍົກລະດັບຄວາມອາດສາມາດຂອງ
ວຽກງານເຕັກນິກສ້ອມແປງຂອງກອງທັບພວກກເຮົາ ເຊິ່ງການຊ່ວຍເຫຼືອດັ່ງກ່າວ ແມ່ນຊັບສິນອັນລໍ້າຄ່າ ຄຸນນະພາບສູງ ຂອງກົມໃຫຍ່ເຕັກ
ນິກ ກໍຄືກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ເຊິ່ງພວກເຮົາຈະຄຸ້ມຄອງ, ບົວລະບັດປົກປັກຮັກສາໃຫ້ດີ ເພື່ອນໍາໃຊ້ຍາວນານ ແລະ ໃຫ້
ເກີດໝາກຜົນດີ.

     ໂອກາດນີ້, ສະຫາຍ ພົນຈັດຕະວາ ເຊເວຍຣົບ ເກນາດີ ຮອງຜູ້ບັນຊາການເຫຼົ່າຮົບຊ່າງແສງ ກຳລັງປະກອບອາວຸດແຫ່ງ ສ ຣັດເຊຍ ຕາງ
ໜ້າກະຊວງປ້ອງກັນປະເທດແຫ່ງ ສ ຣັດເຊຍ ຂຶ້ນກ່າວມອບ ແລະ ສະຫາຍ ພົນຕີ ຈອມເພັດ ໄຊຍະສຸກ ຫົວໜ້າກົມໃຫຍ່ເຕັກນິກ ຂຶ້ນກ່າວ
ຮັບຢ່າງເປັນທາງການ. ສິ່ງດັ່ງກ່າວ ໄດ້ເປັນຂີດໝາຍສໍາຄັນໃຫ້ແກ່ການພົວພັນຮ່ວມມື ລະຫວ່າງ ສອງກອງທັບ ສອງກະຊວງປ້ອງກັນປະເທດ
ແຫ່ງ ສປປ ລາວ ແລະ ສ ຣັດເຊຍ ໃນການປະກອບສ່ວນພັດທະນາກອງທັບປະຊາຊົນລາວ ໃຫ້ມີການເຕີບໃຫຍ່ເຂັ້ມແຂງ. ໃນພິທີດັ່ງກ່າວ
ໄດ້ມີການມອບຫຼຽນມິດຕະພາບ ແລະ ໃບຍ້ອງຍໍຈາກກະຊວງປ້ອງກັນປະເທດ ໃຫ້ຕາງໜ້າຄະນະວິຊາການ ສ ຣັດເຊຍ 2 ສະຫາຍ ຄື: ສະ
ຫາຍ ບັບກິນ ຢູຣີ ອາເລັກ ຊານໂດຣວິດ ແລະ ສະຫາຍ ບາຣີເຊັນໂກ ເຊີຣເກເຢວິດ ເຊິ່ງໃຫ້ກຽດມອບໂດຍ ສະຫາຍ ພົນຈັດຕະວາ ຄໍາສິງ ລື
ເດດສົມບັດ ຮອງຫົວໜ້າກົມໃຫຍ່ເຕັກນິກ.

ແຫຼ່ງຂ່າວໂດຍ ສຸເວດ ສີດາຄໍາ
ວັນທີ 17/12/2025