ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະດັບຫຼຽນກາຊາວໜຸ່ມຕະລຸມບອນ ແລະ ຫຼຽນກາກຳມະບານ ໃຫ້ຄະນະນໍາ
ແລະ ອະດີດຄະນະນໍາກະຊວງປ້ອງກັນປະເທດ


ພິທີມອບຫຼຽນກາຊາວໜຸ່ມຕະລຸມບອນ ແລະ ຫຼຽນກາກຳມະບານ ຄັ້ງວັນທີ 17/12/2025

    ວັນທີ 17 ທັນວາ 2025 ນີ້, ທີ່ກະຊວງປ້ອງກັນປະເທດ ໄດ້ຈັດພິທີປະດັບຫຼຽນກາຊາວໜຸ່ມຕະລຸມບອນ ແລະ ຫຼຽນກາກຳມະບານ
ໃຫ້ຄະນະນໍາ ແລະ ອະດີດຄະນະນໍາ ກະຊວງປ້ອງກັນປະເທດ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ
ລັດຖະມົນຕີກະຊວງປ້ອງກັນປະເທດ, ມີ ສະຫາຍ ເລັດ ໄຊຍະພອນ ປະທານສູນກາງສະຫະພັນ ກຳມະບານລາວ ແລະ ສະຫາຍ ທອງລີ
ສີສຸລິດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ມີບັນດາສະຫາຍຄະນະນໍາກະຊວງປ້ອງກັນປະເທດ, ຄະນະນໍາ
ບັນດາກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ສູນກາງສະຫະພັນກຳມະບານລາວ,
ຫ້ອງການຊາວໜຸ່ມກອງທັບ, ຫ້ອງການກໍາມະບານກອງທັບ, ຫ້ອງການສະຫະພັນແມ່ຍິງກອງທັບ ແລະ ພະນັກງານ ຈາກອົງການຈັດຕັ້ງ
ທີ່ກ່ຽວຂ້ອງ ເຂົ້າຮ່ວມ.

     ໃນພິທີ ສະຫາຍ ນາງ ປະທຸມທອງ ຫຼວງວິໄລ ຄະນະບໍລິຫານງານສະຫະພັນກຳມະບານລາວ, ຫົວໜ້າກົມຈັດຕັ້ງ-ພະນັກງານ ສູນ
ກາງສະຫະພັນກຳມະບານລາວ ໄດ້ຂຶ້ນຜ່ານຂໍ້ຕົກລົງ ວ່າດ້ວຍການປະດັບຫຼຽນກາກຳມະບານລາວ ໃຫ້ບຸກຄົນທີ່ມີຜົນງານ, ໃນນັ້ນ ປະທານ
ຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ຕົກລົງ: ປະດັບຫຼຽນກາກຳມະບານລາວ ທີ່ເປັນຫຼຽນກາສູງສຸດ ຂອງສະຫະພັນກຳມະ
ບານລາວ ໃຫ້ແກ່: ຄະນະນໍາກະຊວງປ້ອງກັນປະເທດ ຈໍານວນ 10 ທ່ານ ທີ່ມີຜົນງານດີເດັ່ນ ໃນການນໍາພາ-ຊີ້ນໍາເຄື່ອນໄຫວວຽກງານກໍາມະ
ບານ ໄລຍະ 5 ປີ ແລະ ຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ແຕ່ປີ (2021 - 2024) ຂອງສະຫະພັນກໍາມະບານ ຄື: ສະຫາຍ ພົນ
ໂທ ຄໍາລຽງ ອຸທະໄກສອນ, ສະຫາຍ ພົນໂທ ວົງສອນ ອິນປານພີມ, ສະຫາຍ ພົນໂທ ສາຍໃຈ ກົມມະສິດ, ສະຫາຍ ພົນຕີ ຈັນດີ ສຸລິວົງສັກ,
ສະຫາຍ ພົນຕີ ຈອມເພັດ ໄຊຍະສຸກ, ສະຫາຍ ພົນໂທ ສຈ ປອ ວົງຄໍາ ພົມມະກອນ, ສະຫາຍ ພົນໂທ ສຈ ປອ ທອງລອຍ ສິລິວົງ, ສະຫາຍ
ພົນຕີ ປະສິດ ທ່ຽງທຳ ແລະ ຍັງມີ 2 ສະຫາຍ ທີ່ໄດ້ມອບໃຫ້ກ່ອນໜ້ານີ້ແລ້ວ ຄື: ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ແລະ ສະຫາຍ ພົນຕີ
ສົມພອນ ມິດຕະພອນ. ຈາກນັ້ນ, ສະຫາຍ ໜູຈາ ເຢ່ຍມາຈາງ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ
ໄດ້ຂຶ້ນຜ່ານຂໍ້ຕົກລົງ ວ່າດ້ວຍການມອບຫຼຽນຊາວໜຸ່ມຕະລຸມບອນ, ໃນນັ້ນ ຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຕົກລົງ:
ເຫັນດີມອບຫຼຽນຊາວໜຸ່ມຕະລຸມບອນ ເຊິ່ງເປັນການຍ້ອງຍໍສູງສຸດຂອງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ໃຫ້ແກ່ຄະນະນໍາກະຊວງ ແລະ
ບຸກຄົນຂອງຫ້ອງການຊາວໜຸ່ມກອງທັບ ກະຊວງປ້ອງກັນປະເທດ ທີ່ມີຜົນງານດີເດັ່ນ, ມີຄຸນງາມຄວາມດີໃນການອຸທິດເຫື່ອແຮງ, ສະຕິປັນຍາ
ແລະ ຊີ້ນຳ ວຽກງານຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ໃນໄລຍະຜ່ານມາ ຄື: ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ, ສະຫາຍ ພົນ
ໂທ ສຈ ປອ ທອງລອຍ ສິລິວົງ, ສະຫາຍ ພົນໂທ ສຈ ປອ ວົງຄໍາ ພົມມະກອນ, ສະຫາຍ ພົນໂທ ວົງສອນ ອິນປານພິມ, ສະຫາຍ ພົນຕີ ປະສິດ
ທ່ຽງທໍາ.

     ໂອກາດດັ່ງກ່າວ, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກໍໄດ້ສະແດງຄວາມຂອບໃຈມາຍັງ ສູນກາງສະຫະພັນກຳມະບານລາວ ແລະ ສູນ
ກາງຊາວໜຸ່ມປະຊາຊົນປະຕິວັດລາວ ທີ່ໄດ້ນໍາເອົາຫຼຽນກາຊາວໜຸ່ມຕະລຸມບອນ ແລະ ຫຼຽນກາກຳມະບານ ມາມອບໃຫ້ໃນຄັ້ງນີ້ ແລະ ສະຫາຍ
ຍັງໄດ້ຍົກໃຫ້ເຫັນການເຕີບໃຫຍ່ຂະຫາຍຕົວຂອງຊາວໜຸ່ມ ແລະ ກຳມະບານ ໃນເມື່ອກ່ອນ ຕື່ມອີກ.

ແຫຼ່ງຂ່າວໂດຍ ຂກທ
ວັນທີ 18/12/2025