ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະນຳກະຊວງປ້ອງກັນປະເທດ ພົບປະຢ້ຽມຢາມ ພະນັກງານເສຍອົງຄະ ທີ່ສູນ 790


    ສ້າງຕັ້ງກອງທັບປະຊາຊົນລາວ ຄົບ 77 ປີ (20 ມັງກອນ 1949-20 ມັງກອນ 2026), ສະຫາຍ ພົນຕີ ແສງມະນີວອນ ຄຳມະນີ
ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ພ້ອມດ້ວຍຄະນະໄດ້ລົງຢ້ຽມຢາມ ແລະ ພົບປະບັນດາອະດີດນາຍ ແລະ ພົນທະຫານ ທີ່ສູນເສຍ
ອົງຄະພິເສດ 790 ໃນວັນທີ 15 ມັງກອນ 2026 ນີ້, ໂດຍມີພະນັກງານການນຳຂອງສູນ, ພະນັກງານອາວຸໂສບຳນານ ອະດີດນາຍ ແລະ ພົນ
ທະຫານ ສູນເສຍອົງຄະພິເສດ 790 ໃຫ້ການຕ້ອນຮັບ.

     ກ່ອນຈະເຂົ້າສູ່ພິທີທາງການກໍໄດ້ຮັບຊົມ ການສະແດງສີລະປະ-ວັນນະຄະດີ ໂດຍປະກອບມີ ບົດເພງ;ບົດຟ້ອນຈາກໜ່ວຍສີລະປະສະ
ໝັກຫຼີ້ນຂອງສູນ 790 ແລະ ກອງສີລະປະກອນກອງທັບ ເຊິ່ງມີເນື້ອຮ້ອງ ແລະ ທ່ວງທຳນອ່ງທີ່ມ່ວນອ່ອນຊອນ ທັງມີເນື້ອໃນສ່ອງແສງໃຫ້
ເຫັນການກຳເນີດເຕີບໃຫຍ່ຂອງກອງທັບປະຊາຊົນລາວ ລວມເຖິງມູນເຊື້ອວິລະກຳຂອງນັກຮົບປະຕິວັດໃນອະດີດຈົນຮອດປັດຈຸບັນ. ຈາກນັ້ນ
ກໍໄດ້ຮັບຟັງການລາຍງານໂດຍຫຍໍ້ ກ່ຽວກັບທີ່ຕັ້ງ, ໜ້າທີ່ ພາລະບົດບາດ ຕະຫຼອດຮອດບັນດາຜົນງານມູນເຊື້ອດ້ານຕ່າງໆ ຈາກສະຫາຍຄະ
ນະພັກ-ຄະນະບັນຊາ ສູນເສຍອົງຄະພິເສດ 790. ໃນພິທີ ສະຫາຍ ພົນຕີ ແສງມະນີວອນ ຄຳມະນີ ໄດ້ຫວນຄືນປະຫວັດມູນເຊື້ອແຫ່ງການ
ກຳເນີດເຕີບໃຫຍ່ຂະຫຍາຍຕົວ ລວມທັງຜົນງານ ແລະ ໄຊຊະນະທີ່ກອງທັບປະຊາຊົນລາວ ຍາດມາໄດ້ ຕະຫຼອດໄລຍະ 77 ປີຜ່ານມາ, ກອງ
ທັບປະຊາຊົນລາວ ໄດ້ກຳເນີດຂຶ້ນໃນທ່າມກາງປະເທດຊາດຖືກພວກລ່າເມືອງຂຶ້ນຝຣັ່ງ ເຂົ້າມາຮຸກຮານ ແລະ ຄອບຄອງ ໂດຍພາຍໃຕ້ການນໍາ
ພາຂອງ ພັກປະຊາຊົນລາວບັນດາເຜົ່າ ໄດ້ລຸກຮື້ຂຶ້ນຕໍ່ສູ້ຕ້ານການຮຸກຮານຢ່າງເປັນຂະບວນຟົດຟື້ນ ໃນທົ່ວປະເທດ. ພ້ອມນີ້, ສະຫາຍ ຍັງກ່າວ
ຕື່ມວ່າ: ຕະຫຼອດໄລຍະເວລາຜ່ານມານັ້ນພັກ-ລັດ ໄດ້ເອົາໃຈໃສ່ເບິ່ງແຍງ ດູແລ ໃກ້ຊິດຕິດແທດຕາມຄວາມສາມາດ ແລະ ກໍາລັງທີ່ມີ ດ້ວຍ
ຄວາມເປັນຫ່ວງເປັນໃຍ ຄືກັບຄົນຢູ່ໃນຄອບຄົວດຽວກັນ, ພະຍາຍາມຊອກຫາທຸກວິທີທາງເພື່ອຊ່ວຍເຫຼືອ ແລະ ອໍານວຍຄວາມສະດວກໃຫ້
ແກ່ພະນັກງານຜູ້ເສຍອົງຄະ ບໍ່ວ່າຈະເປັນທາງດ້ານການເງິນ, ງົບປະມານ, ດ້ານວັດຖຸ ແລະ ຈິດໃຈ ໃນການປະຕິບັດນະໂຍບາຍດ້ານຕ່າງໆ ຕໍ່
ພະນັກງານເສຍອົງຄະ ຍ້ອນການສູ້ຮົບ ແລະ ຮັບໃຊ້ການສູ້ຮົບ, ພະນັກງານບໍານານ ແລະ ພະນັກງານຜູ້ມີຜົນງານ ແລະ ຄຸນງາມຄວາມດີ ໃນ
ພາລະກິດຮັບໃຊ້ການປະຕິວັດຊາດ ປະຊາທິປະໄຕ ຕາມນິຕິກໍາ ແລະ ຄວາມສາມາດຕົວຈິງທີ່ມີ. ເຖິງແມ່ນວ່າບາງຄັ້ງ ຍັງບໍ່ທັນສາມາດຕອບ
ສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການ ຕາມການສະເໜີໄດ້ທັນກັບເວລາກໍຕາມ ແຕ່ພວກເຮົາກໍໄດ້ພະຍາມ ເພື່ອແກ້ໄຂ ແລະ ສາມາດ
ຕອບ ສະໜອງໄດ້ໂດຍພື້ນຖານ.

     ເນື່ອງໂອກາດລົງມາພົບປະຢ້ຽມຢາມ ສູນເສຍອົງຄະພິເສດ 790 ໃນຄັ້ງນີ້, ສະຫາຍ ພົນຕີ ແສງມະນີວອນ ຄຳມະນີ ຕາງໜ້າໃຫ້ຄະນະ
ນຳກະຊວງປ້ອງກັນປະເທດ ກໍຄືພະນັກງານ-ນັກຮົບທົ່ວກອງທັບ ສະແດງຄວາມຮູ້ບຸນຄຸນ ແລະ ກ່າວອວຍພອນໄຊ ມາຍັງ ບັນດາພະນັກງານ
ອາວຸໂສຈົ່ງມີສຸຂະພາບເຂັ້ມແຂງ ພາລະນາໄມສົມບູນ. ນອກຈາກນີ້, ກໍຍັງນຳເອົາວັດຖຸປັດໄຈຈຳນວນໜຶ່ງມາມອບໃຫ້ແກ່ຄະນະພັກ-ຄະນະ
ບັນຊາກໍຄື ບັນດາສະຫາຍ ພະນັກງານເສຍອົງພິເສດ790 ຕື່ມອີກດ້ວຍ.

ແຫຼ່ງຂ່າວໂດຍ ຈິດ ເພັດພູທອງ
ວັນທີ 19/01/2026