ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກະຊວງປ້ອງກັນປະເທດ ໄດ້ຈັດພິທີປະກາດການແຕ່ງຕັ້ງສະພາວິທະຍາສາດການທະຫານ


ສະຫາຍ ພົນໂທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ,
ຫົວໜ້າກົມໃຫຍ່ການເມືອງກອງທັບ ເປັນປະທານກອງປະຊຸມ ຄັ້ງວັນທີ 18/05/2026

    ວັນທີ 18 ພຶດສະພາ 2026 ນີ້, ກະຊວງປ້ອງກັນປະເທດ ໄດ້ຈັດພິທີປະກາດການແຕ່ງຕັ້ງສະພາວິທະຍາສາດ-ປະຫວັດສາດ ການ
ທະຫານ ໂດຍການເປັນປະທານຂອງ ສະຫາຍ ພົນໂທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງ
ປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະນໍາກະຊວງ, ສະພາວິທະຍາສາດການທະຫານ ຕະຫຼອດຮອດພາກສ່ວນ
ທີ່ກ່ຽວຂ້ອງ ເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ປອ ຂັວນມິ່ງ ບິດາສັກ ຫົວໜ້າກົມວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ຜ່ານຂໍ້ຕົກລົງກະຊວງປ້ອງ
ກັນປະເທດສະບັບເລກທີ 1581/ກປທ ລົງວັນທີ 9 ເມສາ 2026 ວ່າດ້ວຍການແຕ່ງຕັ້ງສະພາວິທະຍາສາດ-ປະຫວັດສາດ ການທະຫານ
ຂັ້ນກະຊວງປ້ອງກັນປະເທດ ໂດຍອີງຕາມເນື້ອໃນມະຕິກອງປະຊຸມໃຫຍ່ຄັ້ງທີ Xl ຂອງພັກກ່ຽວກັບການປັບປຸງກໍ່ສ້າງກອງທັບປະຊາຊົນ
ລາວ ໃຫ້ກາຍເປັນກອງທັບປະຕິວັດທີ່ມີແບບແຜນການ ແລະ ທັນສະໄໝ, ເປັນເສົາຄ້ຳອັນແໜ້ນແກ່ນໃຫ້ແກ່ພາລະກິດປົກປັກຮັກສາ
ແລະ ພັດທະນາປະເທດຊາດ, ອີງຕາມ ຂໍ້ກຳນົດຂອງກະຊວງປ້ອງກັນປະເທດ, ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງສະພາວິທະຍາ
ສາດ ການທະຫານ ໃຫ້ມີຄວາມສອດຄອງກັບໜ້າທີ່ວຽກງານ. ກະຊວງປ້ອງກັນປະເທດ ຕົກລົງແຕ່ງຕັ້ງປະທານ, ຮອງປະທານ, ຜູ້ປະຈໍາ
ການ ແລະ ຄະນະສະພາວິທະຍາສາດການທະຫານ ດັ່ງນີ້: ຕົກລົງແຕ່ງຕັ້ງ ສະຫາຍ ພົນໂທ ວົງສອນ ອິນປານພິມ ຄະນະເລຂາທິການສູນ
ກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ເປັນປະທານ, ສະຫາຍ ພົນຕີ ກົງທອງ ສຸຂະວົງ
ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເປັນຮອງປະທານ, ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ຫົວໜ້າຫ້ອງວ່າການກະຊວງປ້ອງກັນ
ປະເທດ ເປັນຮອງປະທານ, ສະຫາຍ ພົນຈັດຕະວາ ປອ ຂັວນມິ່ງ ບິດາສັກ ຫົວໜ້າກົມວິທະຍາສາດ-ປະຫວັດສາດ ການທະຫານ ເປັນ
ຮອງປະທານ ຜູ້ປະຈຳການ ແລະ ພ້ອມທັງແຕ່ງຕັ້ງຄະນະສະພາວິທະຍາສາດ-ປະຫວັດສາດ ການທະຫານ ຕື່ມອີກຈຳນວນ 17 ສະຫາຍ.

     ໂອກາດດຽວກັນນີ້, ຍັງໄດ້ຜ່ານແຜນການເຄື່ອນໄຫວວຽກງານສະພາວິທະຍາສາດການທະຫານ ໃນໄລຍະຜ່ານມາໂດຍມີຈຸດປະສົງ
ແລະ ເປົ້າໝາຍເພື່ອຮັບປະກັນໃຫ້ແກ່ການເຄື່ອນໄຫວວຽກງານສະພາວິທະຍາສາດການທະຫານໃນປີ 2026 ເພື່ອເປັນບ່ອນອີງໃຫ້ແກ່
ການຈັດຕັ້ງປະຕິບັດວຽກງານສະພາວິທະຍາສາດ ການທະຫານ, ຮັບປະກັນໃຫ້ແກ່ການເຄື່ອນໄຫວວຽກງານສະພາວິທະຍາສາດ ການທະ
ຫານ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ເພື່ອເຮັດໃຫ້ການຈັດຕັ້ງເຄື່ອນໄຫວວຽກງານສະພາວິທະຍາສາດ ການທະຫານ ມີຄວາມ
ສະດວກ ແລະ ນຳໄປສູ່ການຄົ້ນຄວ້າວິທະຍາສາດ-ເຕັກໂນໂລຊີ ແລະ ນະວັດຕະກຳໃໝ່ໃນກອງທັບ ແລະ ການເຄື່ອນໄຫວວຽກງານຮ່ວມ
ມືກັບຕ່າງປະເທດໂດຍສະເພາະແມ່ນປະເທດເພື່ອນມິດຍຸດທະສາດດ້ານການທະຫານໃນພາກພື້ນ ແລະ ສາກົນໃຫ້ມີຄວາມສອດຄອງຖືກ
ຕ້ອງຕາມແນວທາງຂອງພັກ.

ແຫຼ່ງຂ່າວໂດຍ ນາງ ພອນ ເພັດສຸລິນທອງ
ວັນທີ 19/05/2026