
ກົມໂຄສະນາອົບຮົມ ສະຫຼຸບວຽກງານປະຈຳ 6 ເດືອນຕົ້ນປີ 2025

ສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ ຫົວໜ້າກົມໂຄສະນາອົບຮົມກົມໃຫຍ່ການເມືອງກອງທັບ ເປັນປະທານ
ວັນ 19 ສິງຫາ 2025 ນີ້, ກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ໄດ້ຈັດຕັ້ງສະຫຼຸບວຽກງານປະຈຳ 6 ເດືອນຕົ້ນປີ ແລະ
ວາງທິດທາງແຜນການ 6 ເດືອນທ້າຍປີ 2025, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ ຫົວໜ້າກົມ
ໂຄສະນາອົບຮົມກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາ, ແຂກຖືກເຊີນ ແລະ ພະນັກງານ-ນັກຮົບທົ່ວກົມ ເຂົ້າຮ່ວມ.
ສະຫາຍ ພັນເອກ ແສງອາລຸນ ແກ້ວສະຫວ່າງ ຮອງຫົວໜ້າກົມໂຄສະນາອົບຮົມ ໄດ້ຜ່ານບົດສະຫຼຸບວຽກງານປະຈຳ 6 ເດືອນຕົ້ນປີ
ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025, ເຊິ່ງໄດ້ຍົກໃຫ້ເຫັນຜົນສໍາເລັດຜ່ານການຈັດຕັ້ງປະຕິບັດໜ້າວຽກງານຕາມພາລະບົດ
ບາດຂອງກົມ ໃນໄລຍະ 6 ເດືອນຜ່ານມາ ເປັນຕົ້ນແມ່ນ ວຽກງານອົບຮົມ ໄດ້ຮ່າງເນື້ອໃນຄໍາສັ່ງແນະນໍາ ຂອງກົມໃຫຍ່ການເມືອງກອງ
ທັບ ວ່າດ້ວຍການຈັດຕັ້ງອົບຮົມການເມືອງ ປະຈຳ ປີ 2025 ແລະ ຕິດຕາມຊຸກຍູ້ ການເປີດອົບຮົມການເມືອງ ປະຈຳປີ ແລະ ເກັບກຳສະ
ພາບການເມືອງ-ແນວຄິດ, ຫາງສຽງສັງຄົມ ຢູ່ບັນດາອົງການ, ກົມກອງ-ທ້ອງຖິ່ນໃນທົ່ວກອງທັບ ພ້ອມທັງ ສະຫຼຸບລາຍງານໃຫ້ຂັ້ນເປັນ
ປົກກະຕິ, ຄົ້ນຄວ້າ-ປັບປຸງ ແລະ ຮຽບຮຽງຄືນ ເອກະສານສຶກສາອົບຮົມການເມືອງ-ແນວຄິດ ( ສໍາລັບຂັ້ນນາຍສິບ ), ສຳເລັດການສະຫຼຸບ
-ສັງລວມທິດສະດີ ແລະ ພຶດຕິກຳ 40 ປີແຫ່ງການປ່ຽນແປງໃໝ່ຮອບດ້ານ ທີ່ມີຫຼັກການຂອງພັກ ຂົງເຂດວຽກງານການເມືອງ-ແນວຄິດ
ໃນກອງທັບ (ແຕ່ປີ 1986-2026), ສົມທົບກັບໂຮງຮຽນທິດສະດີການເມືອງກອງທັບ ເປີດຊຸດບຳລຸງທິດສະດີ-ແນວທາງຂອງພັກ ໄລຍະ
ສັ້ນ ໃຫ້ພະນັກງານທີ່ຮຽນຈົບຈາກສາຍລັດ ສຳເລັດຕາມແຜນການ, ເຂົ້າຮ່ວມເປັນອະນຸກຳມະການ ຈັດຕັ້ງດໍາເນີນຊີວິດການເມືອງ ໃນ
ໂອກາດດໍາເນີນກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ອົງຄະນະພັກ ກະຊວງປ້ອງກັນປະເທດ, ອະນຸກຳມະການສອບເສັງຈົບ
ຊັ້ນ-ປ້ອງກັນບົດ ຢູ່ບັນດາວິທະຍາຄານຕ່າງໆ ໃນສົກ 2024-2025 ແລະ ອະນຸກໍາມະການຮັບຜິດຊອບເປີດເຝິກອົບຮົມວິຊາຄູ ໃຫ້ພະ
ນັກງານ-ນັກຮົບ ໄປຊ່ວຍສິດສອນຢູ່ເຂດຫ່າງໄກສອກຫຼີກ. ວຽກງານໂຄສະນາ ໄດ້ຮ່າງເນື້ອໃນຄໍາສັ່ງແນະນໍາ ແລະ ແຈ້ງການແນະນໍາ ຂອງ
ກົມໃຫຍ່ການເມືອງກອງທັບ ວ່າດ້ວຍການຈັດຕັ້ງເປີດຂະບວນການແຂ່ງຂັນ, ໂຄສະນາ-ປາຖະກະຖາວັນປະຫວັດສາດສໍາຕ່າງໆ ຂອງຊາດ,
ຂອງພັກ, ຂອງກອງທັບ ແລະ ຂອງສາກົນ ປະຈຳປີ 2025 ແລະ ຈັດຕັ້ງເຜີຍແຜ່ໂຄສະນາ ຜົນສໍາເລັດກອງປະຊຸມຄົບຄະນະ ຄັ້ງທີ III
ຂອງຄະນະກຳມະການສູນກາງພັກກອມມູນິດຈີນ ສະໄໝທີ XX ຢູ່ບັນດາອົງການ, ກົມກອງ-ທ້ອງຖິ່ນ ໃນທົ່ວກອງທັບ, ສົມທົບກັບພາກ
ສ່ວນທີ່ກ່ຽວຂ້ອງຈັດຕັ້ງພິທີສະເຫຼີມສະຫຼອງ ແລະ ໂຄສະນາ-ປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ, ວັນສ້າງຕັ້ງ
ພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນໄຊຊະນະບັ້ນຮົບປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ ແລະ ວັນມະຫາໄຊຊະນະ
ເໜືອຟາຊິດເຢຍລະມັນ ຄົບຮອບ 80 ປີ ຢູ່ຂັ້ນກະຊວງ ພ້ອມທັງຕິດຕາມ, ຊຸກຍູ້ບັນດາອົງ ການ, ກົມກອງ-ທ້ອງຖິ່ນ ຈັດຕັ້ງສະເຫຼີມສະ
ຫຼອງ, ໂຄສະນາ-ປາຖະກະຖາວັນສໍາຄັນຂອງຊາດ, ຂອງພັກ, ຂອງກອງທັບ ລວມທັງໝົດ 49 ຄັ້ງ ແລະ ເປີດຂະບວນການແຂ່ງຂັນ ຮັກ
ຊາດ ແລະ ພັດທະນາ ປະຈຳປີ 2025 ລວມມີ 15 ກົມກອງ, ຄົ້ນຄວ້າ ແລະ ສ້າງບັນດາເອກະສານ ເຊັ່ນ: ບົດຄໍາເຫັນ, ບົດຄະນະຈັດຕັ້ງພິ
ທີ, ບົດປາໄສ ແລະ ບົດສຳພາດຕ່າງໆ ໃຫ້ຄະນະນໍາກະຊວງປ້ອງກັນປະເທດ ແລະ ຄະນະນໍາກົມໃຫຍ່ການເມືອງກອງທັບ, ຈັດພິມ ແລະ
ແຈກຢາຍປຶ້ມຄູ່ມືໂຄສະນາ-ປາຖະກະຖາ ແລະ ປຶ້ມຄູ່ມືວຽກງານປະດັບປະດາ ໃຫ້ບັນດາອົງການ, ກົມກອງທ້ອງຖິ່ນ, ສົມທົບກັບພາກສ່ວນ
ທີ່ກ່ຽວຂ້ອງ ຈັດຕັ້ງເຜີຍແຜ່ຜົນສໍາເລັດການເປັນປະທານກອງປະຊຸມ ລັດຖະມົນຕີປ້ອງກັນປະເທດອາຊຽນ ຄັ້ງທີ 18 ແລະ ອາຊຽນບວກ ຄັ້ງ
ທີ 11 ທີ່ກອງທັບປະຊາຊົນລາວເປັນເຈົ້າພາບ ສໍາເລັດຕາມແຜນການ. ວຽກງານວັດທະນະທຳ ໄດ້ເຄື່ອນໄຫວກວດກາ-ຊຸກຍູ້ຂະບວນການສ້າງ
ນັກຮົບ-ກົມກອງວັດທະນະທຳ ແລະ ເຂົ້າຮ່ວມພິທີຮັບຮອງຢັ້ງຢືນ ກົມກອງວັດທະນະທໍາຂັ້ນກົມກອງ ຢູ່ກອງພັນ 415 ກອງບັນຊາການທະ
ຫານແຂວງຫຼວງພະບາງ, ກອງພັນ 424 ກອງພັນໃຫຍ່ 497 ແລະ ໂຮງໝໍບໍລິເວນ 107 ກອງທັບ, ຕິດຕາມ-ຊຸກຍູ້ການສ້າງລາຍການສະແດງ
ຂອງກອງສິລະປະກອນກອງທັບ ແລະ ໜ່ວຍສິລະປະສະໝັກຫຼິ້ນ ຂອງບັນດາອົງການ, ກົມກອງທ້ອງຖິ່ນ ເພື່ອເຄື່ອນໄຫວສະແດງຮັບໃນໂອ
ກາດວັນສໍາຄັນຕ່າງໆ. ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ປະດິດແຕ່ງບົດເພງ ແລະ ອອກອາກາດ ໃນໂອກາດຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່
ຜູ້ແທນສະມາຊິກພັກ ຄັ້ງທີ VI ອົງຄະນະພັກ ກົມໃຫຍ່ການເມືອງກອງທັບ, ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ອົງຄະນະພັກ
ກະຊວງປ້ອງກັນປະເທດ, 3 ວັນປະຫວັດສາດ ໃນປີ 2025.
ວຽກງານສື່ມວນຊົນ ໄດ້ຕິດຕາມ ແລະ ຊຸກຍູ້ການເຄື່ອນໄຫວເກັບກຳ, ການອອກຂ່າວຂອງບັນດາກອງສື່ໃນກອງທັບ ແລະ ເຊີນສໍານັກ
ຂ່າວສານຕ່າງໆ ນອກກອງທັບ ມາເຄື່ອນໄຫວເກັບກໍາຂ່າວກອງປະຊຸມ ແລະ ພິທີການຕ່າງໆ 29 ຄັ້ງ, ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຈັດ
ຕັ້ງເປີດຊຸດເຝິກອົບຮົມການເມືອງ ໄລຍະສັ້ນ ຊຸດທີ 1 ໃຫ້ພະນັກງານ-ນັກຮົບ 8 ກົມກອງສື່ ສຳເລັດຕາມແຜນການ, ກວດກາເອກະສານຂໍ
ອະນຸມັດເຄື່ອນໄຫວເຜີຍແຜ່ຂໍ້ມູນຂ່າວສານ ທາງເຟສບຸກ ຂອງບັນດາກົມກອງ ເພື່ອນໍາສະເໜີອະນຸມັດຈາກກົມໃຫຍ່ການເມືອງກອງທັບໄດ້
7 ຫົວໜ່ວຍກົມກອງ. ນອກຈາກນີ້, ວຽກງານແຜນການ-ສັງລວມ, ວຽກງານຮູບເງົາ-ໂທລະໂຄ່ງ, ວຽກງານວິຈິດສິນ, ວຽກງານພົວພັນຕ່າງ
ປະເທດ ແລະ ຂົງເຂດວຽກງານອື່ນໆ ທີ່ປິ່ນອ້ອມໜ້າທີ່ການເມືອງຂອງກົມ ກໍໄດ້ຮັບການຈັດຕັ້ງປະຕິບັດມີໝາກຜົນຕົວຈິງ. ຈາກນັ້ນ, ຜູ້ເຂົ້າ
ຮ່ວມກອງປະຊຸມ ໄດ້ພ້ອມກັນປະກອບຄຳຄິດເຫັນໃສ່ບົດສະຫຼຸບ ແລະ ທິດທາງແຜນການ ເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນຂຶ້ນຕື່ມ ພ້ອມ
ທັງໄດ້ຮັບຟັງຄໍາເຫັນໂອ້ລົມ ຈາກ ສະຫາຍ ຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ຕື່ມອີກ.
ແຫຼ່ງຂ່າວໂດຍ ນາງ ໜູແດງ
ວັນທີ 20/08/2024