ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດການເລື່ອນຊັ້ນ ພັນຕີ ຂຶ້ນຊັ້ນ ພັນໂທ ຂອງບັນດາກົມກອງເຂດພາກເໜືອ II


ສະຫາຍ ພົນຕີ ແສງມະນີວອນ ຄຳມະນີ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ​ເປັນ​ປະທານ ​ຢູ່​ກົມ​ກອງ​ພາກ​ເໜືອ II

    ການເລື່ອນຊັ້ນ, ເລື່ອນທຽບຊັ້ນ ພັນຕີ ຂຶ້ນຊັ້ນ ພັນໂທ ໃຫ້ນາຍທະຫານ ຢູ່ບັນດາກົມກອງເຂດພາກ  ເໜືອ II, ໂດຍການເປັນປະ
ທານຂອງ ສະຫາຍ ພົນຕີ ແສງມະນີວອນ ຄຳມະນີ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພົນຈັດຕະວາ ວັນທອງ ພົງສະ
ຫວັນ ຫົວໜ້າການເມືອງກອງບັນຊາການທະຫານແຂວງຊຽງຂວາງ, ມີຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງຊຽງຂວາງ,
ກົມພະນັກງານ, ກອງບັນຊາການທະຫານແຂວງໄຊສົມບູນ, ຫົວພັນ, ກອງພັນໃຫຍ່ 643, 621, 584, ໂຮງຮຽນນາຍສິບເຫຼົ່າຮົບ, ກອງ
ປະຕິບັດງານ 208, ຕະຫຼອດຮອດນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນ ເຂົ້າຮ່ວມ.

     ໃນພິທີ ສະຫາຍ ພັນເອກ ອິນພອນ ໄຊຍະສິດ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກະ
ຊວງປ້ອງກັນປະເທດ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍທະຫານ ຢູ່ບັນດາກົມກອງເຂດພາກເໜືອ II, ອີງຕາມ ກົດໝາຍນາຍທະຫານກອງ
ທັບປະຊາຊົນລາວ ວ່າດ້ວຍການເລື່ອນຊັ້ນນາຍທະຫານ, ອີງຕາມການຄົ້ນຄົ້ວາ ແລະ ນໍາສະເໜີຂອງກົມໃຫຍ່ການເມືອງກອງທັບ, ກະ
ຊວງປ້ອງກັນປະເທດ ຕົກລົງ, ເລື່ອນຊັ້ນ, ເລື່ອນທຽບຊັ້ນ ພັນຕີ ຂື້ນ ຊັ້ນພັນໂທໃຫ້ນາຍທະຫານຢູ່ບັນດາກົມກອງເຂດພາກເໜືອ II, ຈໍາ
ນວນ 95 ສະຫາຍ. ‎ໂອກາດນີ້, ສະຫາຍ ພົນຕີ ແສງມະນີວອນ ຄຳມະນີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ພ້ອມທັງຮຽກຮ້ອງໃຫ້ຄະນະ
ພັກ-ຄະນະບັນຊາ, ໂດຍສະເພາະຜູ້ທີ່ໄດ້ຮັບການເລື່ອນຊັ້ນໃນຄັ້ງນີ້, ຈົ່ງສືບຕໍ່ເຝິກຝົນຫຼໍ່ຫຼອມພັດທະນາຕົນເອງ, ໃຫ້ມີຄວາມໜັກແໜ້ນ
ດ້ານຄຸນທາດການເມືອງ, ອຸດົມການປະຕິວັດ, ການເປັນແບບຢ່າງນໍາໜ້າເຄື່ອນໄຫວ, ການດໍາລົງຊີວິດຂອງຕົນເອງ, ຂອງຄອບຄົວ ແລະ
ການປະຕິບັດໜ້າທີ່ການເມືອງ, ຮັກສາ ແລະ ສົ່ງເສີມຄຸນງາມຄວາມດີ, ຜົນງານຄວາມກ້າວໜ້າຂອງຕົນເອງ, ສືບຕໍ່ສູ້ຊົນບຸກບືນຕົວກ້າວ
ຂຶ້ນ, ດ້ວຍການຮຽນຮູ້ໃນສະພາບຕົວຈິງ, ເຮັດສຳເລັດວຽກງານທີ່ຕົນເອງຮັບຜິດຊອບ, ໃຫ້ມີການປ່ຽນແປງທີ່ດີໃໝ່ເລື້ອຍໆ, ສ້າງຄວາມ
ເຊື່ອໝັ້ນຈາກການຈັດຕັ້ງ, ໝູ່ເພື່ອນສະຫາຍ ສ້າງທັດສະນະມະນຸດສຳພັນທິກະທັດຮັດງ່າຍດາຍ, ໃກ້ຊິດຕິດແທດເປັນຫ່ວງເປັນໄຍຕໍ່ອ້າຍ
ນ້ອງພະນັກງານ-ນັກຮົບ, ກໍ່ສ້າງຮາກຖານກັບປະຊາຊົນ, ຮັບຟັງຄໍາຄິດຄໍາເຫັນຂອງມະຫາຊົນ ບໍ່ຖືຕົນເອງສູງເກີນໄປ, ຕ້ອງຖະນຸຖະໜອມ
ກິ້ງເກືອກລິເລືອນຳມະຫາຊົນໃຫ້ມະຫາຊົນນັບຖື, ຮຽນຮູ້ ແລະ ປັບປຸງແບບແຜນວິທີນຳພາ-ວິທີເຮັດວຽກ, ການນໍາພາ-ບັນຊາກົມກອງບົນ
ພື້ນຖານ ຫຼັກການລວມສູນທີ່ເປັນເອກະພາບ, ສ້າງຄວາມສາມັກຄີພາຍໃນ, ຮັກສາບັນຍາກາດທີ່ດີ ໃນການບໍລິຫານ ນໍາພາ-ບັນຊາ, ນໍາ
ພາກົມກອງມີຂະບວນການຟົດຟື້ນຕໍ່ເນື່ອງ, ກົມກອງມີຄວາມສະຫງົບ, ປັບປຸງກໍ່ສ້າງກໍາລັງ, ສ້າງພັກ-ພະນັກງານ, ນໍາພາພັດທະນາຄ້າຍຄູ,
ສ້າງເສດຖະກິດຕາມ ສະພາບເງື່ອນໄຂຕົວຈິງ, ເຊື່ອໝັ້ນນໍາບັນດາສະຫາຍທີ່ໄດ້ຮັບການເລື່ອນຊັ້ນໃໝ່ໃນຄັ້ງນີ້ ຈະສືບຕໍ່ ພັດທະນາຕົນເອງ
ໃຫ້ການເປັນພະນັກງານ-ນາຍທະຫານ ທີ່ຄວາມກ້າວໜ້າໃນກົມກອງໃຫ້ມີ ຜົນງານອັນໃໝ່ທີ່ໃຫຍ່ກວ່າເກົ່າ.

ແຫຼ່ງຂ່າວໂດຍ ວັດທະນາ ພັນທະວົງ
ວັນທີ 22/12/2025