ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໂຮງຮຽນກໍ່ສ້າງນາຍສິບເລກ1 ຈັດກອງປະຊຸມສ່ອງແສງວຽກງານຮອບດ້ານ ປະຈຳໄຕມາດ IV


ສະຫາຍ ພົນຕີ ກົງທອງ ສຸຂະວົງ ຮອງຫົວໜ້າກົມໃຫ່ຍເສນາທິການກອງທັບ ​ເປັນ​ປະທານວັນ​ທີ 19/12/2025

    ທີ 19 ເດືອນ ທັນວາ 2025 ນີ້, ໂຮງຮຽນກໍ່ສ້າງນາຍສິບເລກ1 ໄດ້ເປັນເຈົ້າພາບຈັດກອງປະຊຸມສ່ອງແສງວຽກງານຮອບດ້ານ ປະ
ຈຳໄຕມາດ IV ປະຈໍາປີ 2025 ໂດຍການເປັນປະທານຂອງສະຫາຍ ພົນຕີ ກົງທອງ ສຸຂະວົງ ຮອງຫົວໜ້າກົມໃຫ່ຍເສນາທິການກອງທັບ,
ມີສະຫາຍ ພົນຈັດຕະວາ ສີລາວົງ ບຸນມີໄຊ ຫົວໜ້າການເມືອງ ໂຮງຮຽນກໍ່ສ້າງນາຍສິບເລກ1, ມີຄະນະພັກ-ຄະນະບັນຊາ ໂຮງຮຽນກໍ່
ສ້າງນາຍສິບເລກ1, ກອງພົນທີ 2, ກອງບັນຊາການທະຫານແຂວງໄຊຍະບູລີ, ກອງບັນຊາການທະຫານແຂວງ ຫຼວງພະບາງ, ໂຮງໝໍ 107,
ໂຮງງານປະສານເຫຼົ່າ, ສານທະຫານພາກເໜືອ, ອົງການໄອຍະການ ແລະ ບັນດາພະແນກການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

     ໃນກອງປະຊຸມຄະນະພັກ-ຄະນະບັນຊາແຕ່ລະກົມກອງ ກໍ່ໄດ້ຜັດປ່ຽນກັນລາຍງານສະພາບກົມກອງໂດຍຫຍໍ້ເຊິ່ງໄດ້ຍົກໃຫ້ເຫັນ ສິດ,
ພາລະບົດບາດ, ຂອບເຂດຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດວຽກງານຮອບດ້ານ ປະຈຳໄຕມາດ IV ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່
26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ແລະ ໄດ້ຈັດຕັ້ງປະຕິບັດປະຈຳການຕິດຕາມສະພາບກຽມພ້ອມສູ້ຮົບ ຕະຫຼອດ
24 ຊົ່ວໂມງ ແລະ ຖືເອົາວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດເປັນບັນຫາສຳຄັນ, ຫັນເອົາວຽກງານກໍ່ສ້າງຮາກຖານການເມືອງ
ຕາມແບບມູນເຊື້ອ ໃນຂອບເຂດຮັບຜິດຊອບຢ່າງເປັນປົກກະຕິ ແລະ ປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍ ຢູ່ລຽບຕາມບໍລິເວນຊາຍ
ແດນຂອງກົມກອງຮັບຜິດຊອບເພື່ອຕິດຕາມກວດກາ, ເກັບກຳສະພາບ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ໃຫ້ທັນກັບເວລາ ເຮັດໃຫ້ຂອບ
ເຂດມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ. ດ້ານວຽກງານກໍ່ສ້າງປັບປຸງກຳລັງໄດ້ເອົາໃຈໃສ່ອົບຮົມ-ຫັດແອບ ທາງດ້ານສິລະປະຍຸດ-ຍຸດ
ທະວິທີ ແລະ ປັບປຸງລະບຽບແບບແຜນຂອງແຕ່ລະກົມກອງໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ ເພື່ອສ້າງກຳລັງແຮງອັນແຂງແກ່ນ ແລະ ສ້າງ
ຄວາມຊໍານິຊໍານານໃຫ້ແກ່ພະນັກງານ-ນັກຮົບ, ທັງຮັບປະກັນຄວາມຄ່ອງແຄ້ວໃນການປະຕິບັດໜ້າທີ່ວຽກງານ, ພ້ອມກັນນັ້ນ ຍັງໄດ້ສຸມ
ໃສ່ການຜະລິດປູກຝັງ-ລ້ຽງສັດ ຕາມທ່າແຮງບົ່ມຊ້ອນເພື່ອແກ້ໄຂຊີວິດການເປັນຢູ່ຂອງກົມກອງ ແລະ ຄຸ້ມຄອງບົວລະບັດປົກປັກຮັກສາພາ
ຫະນະເຕັກນິກ-ອາວຸດກະສຸນຢ່າງເປັນປົກກະຕິ.

     ໂອກາດນີ້, ສະຫາຍ ພົນຕີ ກົງທອງ ສຸຂະວົງ ກໍ່ໄດ້ໂອ້ລົມຫຼາຍບັນຫາສຳຄັນ ແລະ ເໜັ້ນໃຫ້ຄະນະພັກ-ຄະນະບັນຊາແຕ່ລະກົມກອງ
ເພີ່ມທະວີຍົກສູງພາລະບົດບາດໃນການນຳພາ-ຊີ້ນໍາ ແລະ ເອົາໃຈໃສ່ເຮັດວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານ-
ນັກຮົບມີຄຸນທາດການເມືອງໜັກແໜ້ນ, ຊີ້ນຳກຳລັງລົງກໍ່ສ້າງຮາກຖານການເມືອງ, ສົມທົບກັບກຳລັງ ປ້ອງກັນຄວາມສະຫງົບ, ກອງຫຼອນ
ແລະ ອົງການປົກຄອງທ້ອງຖິ່ນ, ຈັດຕັ້ງກຳລັງລະບົບປະຈຳການກຽມພ້ອມສູ້ຮົບຕະຫຼອດ 24 ຊົ່ວໂມງ, ເພື່ອພ້ອມກັນເຮັດໃຫ້ສະພາບມີ
ຄວາມສະຫງົບໂດຍພື້ນຖານ.

ແຫຼ່ງຂ່າວໂດຍ ຮ.ອ ນ້ອຍຈັນໄພ ແກ້ວວັນເຮືອງ
ວັນທີ 23/12/2025