
ກອງທັບ ເປັນເຈົ້າຫຼຽນຄຳ ກິລາບານສົ່ງ

ການແຂ່ງຂັນກິລາບານສົ່ງ ໃນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນເປັນເຈົ້າພາບ ມາຮອດວັນທີ 24 ພະ
ຈິກ 2025 ນີ້, ທີ່ສະໜາມກິລາ ຫຼັກ 5 ກອງທັບ ໄດ້ມີການແຂ່ງຂັນຮອບຊິງຫຼຽນຄຳ ແລະ ຈັດພິທີມອບ-ຮັບຫຼຽນ ຢ່າງເປັນທາງການ,
ເຊິ່ງມີຫົວໜ້າຄະນະຊີ້ນຳນັກກິລາກອງທັບ ເຂົ້າຮ່ວມ ແລະ ໃຫ້ກຽດມອບຫຼຽນໂດຍ ສະຫາຍ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະ
ມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະຊີ້ນຳ, ຄະນະຮັບຜິດຊອບ, ຄູເຝິກ ແລະ ນັກກິລາແຕ່ລະ
ທີມ ເຂົ້າຮ່ວມ.
ການແຂ່ງຂັນຮອບຊິງຊະນະເລີດທີມຍິງ ກະຊວງປ້ອງກັນປະເທດ ພົບກັບ ນະຄອນຫຼວງວຽງຈັນເຈົ້າພາບ, ທີມຊາຍ ກະຊວງປ້ອງກັນ
ປະເທດ ພົບກັບ ແຂວງໄຊຍະບູລີ. ຜ່ານການແຂ່ງຂັນທີມຍິງ ກະຊວງປ້ອງກັນປະເທດ ເອົາຊະນະ ນະຄອນວຽງຈັນເຈົ້າພາບ 3-0 ແຊັດ
ດ້ວຍຄະແນນ 25-15, 25-12 ແລະ 25-12, ສ່ວນທີມຊາຍກະຊວງປ້ອງກັນປະເທດ ເອົາຊະນະ ແຂວງໄຊຍະບູລີ 3-0 ແຊັດ ດ້ວຍຄະ
ແນນ 25-15, 25-17 ແລະ 25-19. ເຮັດໃຫ້ກະຊວງປ້ອງກັນປະເທດ ຍາດໄດ້ຫຼຽນຄຳມາຄອງ ແລະ ກິລາບານສົ່ງຫາດຊາຍ (ຍິງ-ຊາຍ)
ທີມກະຊວງປ້ອງກັນປະເທດ ກໍສາມາດຍາດໄດ້ຫຼຽນຄຳມາຄອງ ລວມເປັນ 4 ຫຼຽນຄຳ ເຮັດໃຫ້ກະຊວງປ້ອງກັນປະເທດ ເປັນເຈົ້າຫຼຽນຄຳ
ກິລາບານສົ່ງຫາດຊາຍ ແລະ ໃນຮົ່ມ ໃນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນເປັນເຈົ້າພາບ.
ແຫຼ່ງຂ່າວໂດຍ ຂກທ
ວັນທີ 25/11/2025