
ກອງປະຊຸຸມສະຫຼຸບຖອດຖອນບົດຮຽນວຽກງານ
ເຮັດໃຫ້ສະພາບມີຄວາມສະຫງົບ ປະຈຳປີ 2025

ສະຫາຍ ພົນໂທ ສາຍໃຈ ກົມມະສິດ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເປັນປະທານ
ກອງປະຊຸຸມສະຫຼຸບຖອດຖອນບົດຮຽນວຽກງານເຄື່ອນໄຫວເຮັດໃຫ້ສະພາບມີຄວາມສະຫງົບ ປະຈຳປີ 2025 ແລະ ທິດທາງ
ແຜນການປະຈໍາປີ 2026 ໄດ້ຈັດຂຶ້ນໃນວັນທີ 26 ມັງກອນ 2026 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນໂທ ສາຍໃຈ ກົມ
ມະສິດ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-
ຄະນະບັນຊາ ບັນດາກົມໃຫຍ່,ຫ້ອງວ່າການກະຊວງປ້ອງກັນປະເທດ, ຫ້ອງການ ປກຊ-ປກສ ສູນກາງ, ບັນດາກົມກອງກຳລັງຫຼວງ-
ກຳລັງທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ພົນໂທ ສາຍໃຈ ກົມມະສິດ ໄດ້ກ່າວເປີດກອງປະຊຸມວ່າ: ໃນຊຸມປີ 2025 ຜ່ານມາ ກໍຄືໃນປັດຈຸບັນສະພາບການຂອງ
ໂລກ ແລະ ພາກພື້ນ ຍັງມີຫຼາຍເຫດການທີ່ຜັນແປໄປຢ່າງສັບສົນ ມີທັງສິ່ງເອື້ອອຳນວຍ ແລະ ທ້າທາຍຍາກທີ່ຈະຄາດຄະເນໄດ້, ສຳລັບ
ຢູ່ພາຍໃນ ສປປ ລາວ ເຮົາກຸ່ມຄົນບໍ່ດີຍັງສືບຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິ ຕໍ່ລາວເຮົາດ້ວຍຫຼາຍຮູບການທັງປິດລັບ ແລະ ເປີດເຜີຍ, ຖື
ເອົາການແບ່ງແຍກຄວາມສາມະຄີພາຍໃນ, ຄວາມສາມັກຄີ ລະຫວ່າງ ຊົນຊາດ, ຊົນເຜົ່າ, ໂດຍສວຍໃຊ້ຊ່ອງຫວາງ, ບົກຜ່ອງ ຂອງການ
ຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ແລະ ປະກົດການຫຍໍ້ທໍ້ພາຍໃນ, ສວຍໃຊ້ສື່ສັງຄົມອອນລາຍເປັນເຄື່ອງມືໃນການ ໂຄສະນາບິດເບືອນ, ໃຊ້
ຮ້າຍປ້າຍສີ, ທັບຖົມໂຈມຕີແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ການຄຸ້ມຄອງບໍລິຫານ ແລະ ການປະຕິບັດນະໂຍບາຍດ້ານ
ຕ່າງໆ ຂອງລັດຖະບານເຮົາຢ່າງຕັ້ງໜ້າ, ເຮັດໃຫ້ສັງຄົມເຂົ້າໃຈຜິດ, ໃນ 1 ປີຜ່ານມາກຸ່ມຄົນບໍ່ດີຢູ່ຕ່າງປະເທດ ໄດ້ເຄື່ອນໄຫວຖະແຫຼ່ງການ
ກ່າວຫາໂຈມຕີຕໍ່ ສປປ ລາວ, ຈັດຕັ້ງ ແລະ ສຸມໃສ່ຊີ້ນໍາກຸ່ມໜີຄະດີຢູ່ປ່າ, ພາກສ່ວນໄຕ້ດິນ ຢູ່ບ້ານທີ່ມັນສ້າງຂຶ້ນ, ພ້ອມທັງ ຊ່ວຍເຫຼືອງົບ
ປະມານຜ່ານຊ່ອງທາງຄົນຢູ່ພື້ນຖານໃນການສົ່ງຢືນ ເພື່່ອເຄື່ອນໄຫວກໍ່ຄວາມບໍ່ສະຫງົບ. ດັ່ງນັ້ນ, ກອງປະຊຸມຂອງພວກເຮົາໃນຄັ້ງນີ້, ຈຶ່ງ
ເປັນກອງປະຊຸມທີ່ມີຄວາມໝາຍຄວາມສຳຄັນຍິ່ງ ໃນການສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດວຽກງານເຮັດໃຫ້ສະພາບມີຄວາມສະຫງົບ
ໃນປີ 2025 ຜ່ານມາ ເພື່ອເສີມຂະຍາຍຈຸດດີ, ປັບປຸງບັນດາຈຸດອ່ອນຂໍ້ຄົງຄ້າງ ແລະ ພ້ອມກັນຄົ້ນຄວ້າເປັນເອກະພາບທິດທາງແຜນການທີ່
ຈະສຸມໃສ່ຈັດຕັ້ງປະຕິບັດໃນປີ 2026, ພ້ອມທັງ ຮຽກຮ້ອງໃຫ້ບັນດາສະຫາຍ ຈົ່ງຍົກສູງຄວາມຮັບຜິດຊອບ, ເປັນເຈົ້າການສຸມສະຕິປັນຍາ
ເຂົ້າໃນການຄົ້ນຄວ້າ, ຍົກໃຫ້ເຫັນບັນຫາເພື່ອປັບປຸງແກ້ໄຂ ແລະ ປະກອບຄໍາເຫັນໃສ່ເນື້ອໃນຕ່າງໆ ຂອງກອງປະຊຸມໃນຄັ້ງນີ້ ໃຫ້ມີຜົນສໍາ
ເລັດເປັນຢ່າງດີ. ຈາກນັ້ນ, ສະຫາຍ ພັນເອກ ວິໄລວົງ ຈັນທະວີ ຮອງຫົວໜ້າກົມສູ້ຮົບ ກົມໃຫຍ່ເສນາທິການກອງທັບ ໄດ້ຜ່ານບົດສະຫຼຸບ
ວຽກງານເຄື່ອນໄຫວເຮັດໃຫ້ສະພາບມີຄວາມສະຫງົບ ປະຈຳປີ 2025 ແລະ ທິດທາງແຜນການ ປີ 2026 ໃນຂອບເຂດທົ່ວປະເທດ ວ່າ:
ບັນດາກົມກອງກໍາລັງຫຼວງ-ກໍາລັງທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ໄດ້ເປັນເຈົ້າການຈັດຕັ້ງກໍາລັງເຄື່ອນ ໄຫວຕາມຂອບເຂດຮັບຜິດຊອບ
ຂອງກົມກອງເປັນປົກກະຕິ ແລະ ເອົາໃຈໃສ່ປ້ອງກັນເວນຍາມປົດຄ້າຍ, ສໍານັກງານ ອົງການສາງຄັງ, ຂົວທາງຕ່າງໆ, ຢ່າງແຂງແຮງ ເຮັດໃຫ້
ຂອບເຂດຮັບຜິດຊອບຂອງກົມກອງມີຄວາມສະຫງົບໂດຍພື້ນຖານ, ໂດຍໄດ້ປະສານສົມທົບກັບກົມກໍ່ສ້າງຮາກຖານກົມໃຫຍ່ການເມືອງ
ກອງທັບ ຊີ້ນໍາກໍາລັງກໍ່ສ້າງຮາກຖານຕາມ 4 ເນື້ອໃນ 4 ຄາດໝາຍ, ຊີ້ນໍາ 19 ກອງປະຕິບັດງານ, ຈໍານວນພົນ 405 ສະຫາຍ, ກວມ 15
ແຂວງ, 24 ເມືອງ, 28 ຈຸດສຸມ 196 ບ້ານ, ສົມທົບກັບຮາກຖານມູນເຊື້ອຂອງກໍາລັງຫຼວງ, ກຳລັງທ້ອງຖິ່ນ, ໃນຂອບເຂດທົ່ວປະເທດ
4.121 ສະຫາຍ, ໃນນັ້ນສຸມໃສ່ 5 ແຂວງເຂດໃຈກາງ ແລະ ບັນດາເຂດຫຼໍ່ແຫຼມ, ຢູ່ລຽບຕາມຊາຍແດນທິດໃຕ້ ແລະ ກວມເອົາ 17 ແຂວງ,
1 ນະຄອນຫຼວງ, 3 ນະຄອນ, 145 ເມືອງ, 8507 ບ້ານ, ໃນຂອບເຂດທົ່ວປະເທດສາມາດປະເມີນຜົນໄດ້ຄື: ສ້າງຄອບຄົວ ແລະ ສ້າງບ້ານ
ປ້ອງກັນຊາດເຂັ້ມແຂງໄດ້ 2.900 ບ້ານ, 262.218 ຄອບຄົວ, ສ້າງບ້ານແຮກສ່ຽວກັບອໍານາດປົກຄອງບ້ານໄດ້ 1.7071 ກົມກອງ ຢ່າງມີ
ຈຸດສຸມໂດຍນໍາເອົາແນວທາງແຜນ ນະໂຍບາຍຂອງພັກ, ກົດໝາຍຂອງລັດ ລົງເຜີຍແຜ່ໃຫ້ອໍານາດການປົກຄອງ, ປະຊາຊົນບັນດາເຜົ່າຮັບຮູ້
ເຊື່ອມຊຶມ ແລະ ສຸມໃສ່ຕິດຕາມກຳແໜ້ນເປົ້າໝາຍໜໍ່ແໜງທີ່ເຄື່ອນໄຫວບໍ່ດີ, ມີການສຶກສາອົບຮົມ, ມີມາດຕະການສະກັດກັ້ນ, ນອກຈາກ
ນີ້ ຍັງໄດ້ເອົາໃຈໃສ່ຄຸ້ມຄອງປະຊາຊົນ, ຄຸ້ມຄອງສໍາມະໂນຄົວ, ປັບປຸງອໍານາດການປົກຄອງກອງຫຼອນ ໃຫ້ມີຄຸນນະພາບ ແລະ ໂຄສະນາສຶກ
ສາອົບຮົມໃຫ້ປະຊາຊົນ, ຊ່ວຍເຫຼືອປະຊາຊົນ, ໃນການພັດທະນາເສດຖະກິດ-ແກ້ໄຂຊີວິດການເປັນຢູ່ ໂດຍສະເພາະກຸ່ມບ້ານຈຸດສຸມພັດທະ
ນາ, ເຂດຫຼໍ່ແຫຼມອື່ນໆເຫັນວ່າມີທ່ວງທ່າດີຂຶ້ນ. ໃນປີ 2025 ຜ່ານມາໄດ້ຈັດຕັ້ງກໍາລັງອອກເຄື່ອນໄຫວ ນ້ອຍ, ໃຫຍ່ 1.780 ຄັ້ງ, ຈໍານວນພົນ
ເຂົ້າຮ່ວມ 63,418 ສະຫາຍ, ຕີສັດຕູ 1 ຄັ້ງ, ສົມທົບກັບກຳລັງ ປກສ ກັກຄົນບໍ່ດີຄ້າຂາຍຢາບ້າໄດ້ 106 ຄົນ, ຢຶດຢາບ້າໄດ້ 36.838.720
ເມັດ, ນໍ້າໜັກ 1,683,37 ກິໂລກຼາມ, ຢາໄອສ 786,22 ກິໂລກຼາມ, ເຮໂຣອິນ 92,5 ກິໂລກຼາມ, ເຄຕາມິນ 104,6 ກິໂລກຼາມ, ຢາໂຄເຄນ
850 ກິໂລ, ກັນຊາ 132 ກິໂລກຼາມ, ສົມທົບ ກັບກຳລັງ ປກສ ທໍາລາຍໄຮ່ຢາຝິ່ນ 34 ເຮັກຕາ, ກັບ 3 ໄລ, ຈຸດຕູບ 2 ຕຸບ, ຢຶດລົດໃຫຍ່ໄດ້
9 ຄັນ, ຢຶດລົດຈັກ 37 ຄັນ, ຢຶດປືນ 6 ກະບອກ, ຢຶດລູກປືນໄດ້ຈໍານວນ 629 ລູກ, ໝາກແຕກ F12 ໜ່ວຍ, ຢຶດເຮືອຫ່າງຍາວໄດ້ 2 ລໍາ,
ປືນແກັບ 115 ກະບອກ, C4=812=ແກັບ 975 ດອກ, ປືນແວງ 8 ກະບອກ, ປືນແຕ່ງ 7 ກະບອກ ແລະ ເງິນບາດ 1.869.300 ບາດ.
ພ້ອມນັ້ນ ກອງປະຊຸມຍັງໄດ້ຜັດປ່ຽນການຂຶ້ນປະກອບຄໍາຄິດຄໍາເຫັນໃສ່ບົດສະຫຼຸບ ແລະ ທິດທາງແຜນການ ຢ່າງກົງໄປກົງມາ. ໂອກາດນີ້,
ສະຫາຍ ພົນໂທ ສາຍໃຈ ກົມມະສິດ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ບັນດາສະຫາຍ ທີ່ໄດ້ເອົາໃຈໃສ່ປະກອບຄໍາຄິດ, ຄໍາ
ເຫັນຢ່າງຕັ້ງໜ້າ ເພື່ອຄົ້ນຄວ້າບັນຫາຕ່າງໆ ທີ່ກອງປະຊຸມໄດ້ຍົກຂຶ້ນເປັນຕົ້ນແມ່ນສະພາບການຂອງໂລກ ແລະ ພາກພື້ນ, ສະພາບການພາຍໃນ
ປະເທດ, ການຈັດຕັ້ງປະຕິບັດວຽກງານເຮັດໃຫ້ສະພາບມີຄວາມສະຫງົບ ຂອງບັນດາກົມກອງກໍາລັງຫຼວງ-ກໍາລັງທ້ອງຖິ່ນ ແລະ ວຽກງານປິ່ນ
ອ້ອມອື່ນໆ, ເຊິ່ງໝາກຜົນແຫ່ງຄວາມສໍາເລັດ ກໍຍ້ອນຄວາມເອົາໃຈໃສ່ຂອງບັນດາສະຫາຍ ທີ່ມີຄວາມຕັ້ງອົກຕັ້ງໃຈ ແລະ ຈິງໃຈ ຍົກບັນຫາຂຶ້ນ
ມາແລກປ່ຽນຖອດຖອນບົດຮຽນໃນຄັ້ງນີ້. ພ້ອມທັງ ເນັ້ນໜັກໃຫ້ບັນດາສະຫາຍຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນ ຈົ່ງພ້ອມກັນນໍາເອົາເນື້ອ
ໃນຈິດໃຈຜົນສໍາເລັດຂອງກອງປະຊຸມໃນເທື່ອນີ້ ໄປຈັດຕັ້ງຜັນຂະຫຍາຍເປັນແນວທາງ ເພື່ອເປັນບ່ອນອີງໃນການເຄື່ອນໄຫວວຽກງານເຮັດໃຫ້
ສະພາບມີຄວາມສະຫງົບ ປະຈຳປີ 2026 ໃຫ້ແທດເໝາະກັບສະພາບຕົວຈິງ ແລະ ມີປະສິດທິຜົນສູງສຸດ.
ແຫຼ່ງຂ່າວໂດຍ ຂກທ
ວັນທີ 27/01/2026