
ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ  ລົງຊຸກຍູ້
  ຊີ້ນຳວຽກງານ ປກຊ - ປກສ  ທົ່ວແຂວງອຸດົມໄຊ

    ສະຫາຍ  ພົນຕີ ສີດາລໍ ຈົ່ງເຕັງເຈຍຊາ ຄະນະພັກກະຊວງປ້ອງກັນປະເທດ  ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ເປັນປະທານ
    ໃນວັນທີ 27 ພຶດສະພາ 2024 ນີ້, ທີ່ກອງບັນຊາການທະຫານແຂວງອຸດົມໄຊ  ໄດ້ເປີດກອງປະຊຸມຊຸກຍູ້, ຊີ້ນຳວຽກງານສຶກສາປ້ອງ
    ກັນຊາດ-ປ້ອງກັນຄວາມສະຫງົບທົ່ວແຂວງອຸດົມໄຊ, ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ພົນຕີ ສີດາລໍ  ຈົ່ງເຕັງເຈຍຊາ ຄະນະພັກ
    ກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ສົມຈິດ ປັນຍາສັກ ຮອງເຈົ້າ
    ແຂວງ  ປະທານສຶກສາອົບຮົມວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ມີຄະນະພັກ-ຄະນະກອງບັນຊາການທະຫານ-ຕຳຫຼວດ,
    ພະແນກຖະແຫຼ່ງຂ່າວ-ວັດທະນາທຳ ແລະ ທ່ອງທ່ຽວແຂວງ, ພະແນກສຶກສາ ແລະ ກິລາແຂວງ, ໂຮງຮຽນວິທະຍາໄລເຕັກນິກ ແລະ ໂຮງ
    ຮຽນ ມສ ແຂວງ ເຂົ້າຮ່ວມ. 
     ໃນກອງປະຊຸມ ສະຫາຍ ພົນຈັດຕະວາ  ຄຳເຜີຍ ໂສມພັນ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງບັນຊາການທະຫານແຂວງ
    ອຸດົມໄຊ ໄດ້ຂຶ້ນລາຍງານໂດຍຫຍໍ້ໃນການຈັດຕັ້ງປະຕິບັດວຽກງານສຶກສາປ້ອງກັນຊາດ-ປ້ອງກັນຄວາມສະຫງົບ  ໃນ1 ປີຜ່ານມາ, ພ້ອມທັງ
    ຍົກໃຫ້ເຫັນຜົນງານດ້ານດີ, ດ້ານອ່ອນ ແລະ ບາງບົດຮຽນທີ່ຖອດຖອນໄດ້, ເປັນຕົ້ນແມ່ນວຽກງານກໍ່ສ້າງຮາກຖານການເມືອງ-ພັດທະນາ
    ຊົນນະບົດຮອບດ້ານ  ແລະ ແກ້ໄຂໜໍ່ແໜງທີ່ກໍ່ໃຫ້ເກີດຄວາມບໍ່ສະຫງົບ, ວຽກງານປັບປຸງກໍ່ສ້າງກໍາລັງທາງດ້ານການເມືອງ-ແນວຄິດ  ແລະ
    ການຈັດຕັ້ງ, ການປະຕິບັດໜ້າທີ່ຂອງບັນດາອົງການ, ກົມກອງ, ເຊິ່ງສະແດງອອກໄດ້ເປີດ ອົບຮົມ-ຫັດແອບ  ວຽກງານສຶກສາປ້ອງກັນຊາດ-
    ປ້ອງຄວາມສະຫງົບເປົ້າໝາຍ 3 ໃຫ້ພະນັກງານຫຼັກແຫຼ່ງການນຳແຂວງ, ເມືອງໄດ້ 1 ຊຸດ ມີຈຳນວນພົນ 42 ສະຫາຍ, ເປີດອົບຮົມການ
    ຮຽນການສອນວຽກງານພື້ນຖານປ້ອງກັນຕົວ  ໃຫ້ບັນດາໂຮງຮຽນວິທະໄລ ແລະ ຊັ້ນ ມໍ 7 , ເປີດອົບຮົມຫັດໃຫ້ກອງຫຼອນ-ກອງປ້ອງກັນ
    ຕົວ, ອົບຮົມ-ຫັດແອບບ້ານປ້ອມໝັ້ນ-ກຸ່ມບ້ານສູ້ຮົບໄດ້ 2 ບ້ານມີຜູ້ເຂົ້າຮ່ວມ 290 ສະຫາຍ. 
     ໂອກກາດດຽວກັນນີ້, ສະຫາຍ ພົນຕີ ສີດາລໍ ຈົ່ງເຕັງເຈຍຊາ  ຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ເສນາທິການ
    ກອງທັບ, ໄດ້ເນັ້ນໜັກໃຫ້ເພີມທະວີສຶກສາອົບຮົມວຽກງານ  ປກຊ-ປກສໃຫ້ກ້ວາງຂວາງ, ເລິກເຊິ່ງ ແລະ  ເຂົ້າເຖິງບັນດາກຸ່ມເປົ້າໝາຍ
  ພ້ອມຈັດຕັ້ງຜັນຂະຫຍາຍໜ້າທີ່ ໃຫ້ແຕ່ລະພາກສ່ວນຢ່າງລະອຽດ, ພ້ອມກັນຊີ້ນຳ-ນຳພາຢ່າງໃກ້ຊິດຕິດແທດ, ຄະນະກຳມະການວຽກງານ
  ສຶກສາ ປກຊ-ປກສ  ຈົ່ງເປັນໃຈກາງສ້າງແຜນການຕ່າງໆ  ເພື່ອອຳນວຍຄວາມສະດວກໃຫ້ແກ່ການຈັດຕັ້ງປະຕິບັດບັນດາໜ້າວຽກໃຫ້ຊັດເຈນ,
  ຈະແຈ້ງ, ລົງຊຸກຍູ້ຄະນະກຳມະການຂັ້ນຕ່າງໆ, ຕິດຕາມ, ກວດກາການຮຽນ-ການສິດສອນຂອງໂຄງການຫຼັກສູດຢູ່ແຕ່ລະໂຮງຮຽນ, ແຕ່ລະ
  ຂັ້ນໃຫ້ໄດ້ຕາມລະດັບຄາດໝາຍ, ເປັນເຈົ້າການສະຫຼຸບຕີລາຄາປະເມີນຜົນການຈັດຕັ້ງປະຕິບັດໃຫ້ຂັ້ນເທິງຮັບຊາບ, ເອົາໃຈໃສ່ປະຕິບັດຕາມ
  ສິດໜ້າທີ່ຂອງຕົນ ໃຫ້ຖືກຕ້ອງສອດຄອງກັບສະພາບຕົວຈິງ, ພ້ອມກັນເຮັດສຳເລັດໜ້າທີ່ຕາມການມອບໝາຍ.
 ແຫຼ່ງຂ່າວໂດຍ ສົມພູນ
    ວັນທີ 29/05/2024