
ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຊີ້ນໍາ, ກວດກາຄວາມພ້ອມ
ການເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ

ໃນວັນທີ 28 ກໍລະກົດ 2025 ນີ້, ສະຫາຍ ພົນຕີ ປະສິດ ທ່ຽງທໍາ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າຄະນະຊີ້ນໍາ
ລວມເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊີ້ນໍາ, ກວດກາ ຄວາມພ້ອມບັນດາໜ້າວຽກໃນການກໍ່
ສ້າງສະໜາມ ແລະ ພື້ນຖານໂຄງລ່າງການສ້ອມແປງອາຄານ ຮັບປະກັນໃຫ້ກໍາລັງເພື່ອນ ເຂົ້າຮ່ວມເຝິກຊ້ອມໄພພິບັດ ຮ່ວມ 3 ກອງທັບ
ລາວ-ຫວຽດນາມ-ກໍາປູເຈຍ ເຊິ່ງຈະໄດ້ຈັດຂຶ້ນໃນເດືອນສິງຫາ 2025 ນີ້, ຢູ່ທີ່ ວິທະຍາຄານພະລາທິການກອງທັບ.
ສະຫາຍ ພັນເອກ ຄໍາຜາຍ ອ້ວນວິໄລ ຮອງຫົວໜ້າກົມອົບຮົມ ກົມໃຫຍ່ເສນາທິການກອງທັບ ໄດ້ລາຍງານຄວາມພ້ອມດ້ານຕ່າງໆ
ໃນພາກສະໜາມ ເຊິ່ງຍົກໃຫ້ເຫັນບັນດາວຽກງານຮັບປະກັນຄວາມປອດໄພ, ການຈັດສັນສະຖານທີ່ເຝິກຊ້ອມຫັດແອບ, ການອະນາໄມ
ປັບປຸງສະຖານທີ່ພັກເຊົາ, ບ່ອນກິນຢູ່,ເຮືອນນອນ ໃຫ້ແທດເໝາະກັບສະພາບ ແລະ ເງື່ອນໄຂຕົວຈິງ ຂອງສະໜາມຫັດແອບ ເຊິ່ງຈະກໍາ
ນົດໃຫ້ເປັນສະຖານທີ່ພັກເຊົາ ຂອງກຳລັງແຕ່ລະກອງທັບ. ປັດຈຸບັນເຫັນວ່າ ໜ້າວຽກດ້ານຕ່າງໆ ມີຄວາມພ້ອມ ແລະ ກຽມຮັບໃຊ້ໃນ
ການເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ ລາວ-ຫວຽດນາມ-ກໍາປູເຈຍ ຕາມແຜນການ.
ໂອກາດນີ້, ສະຫາຍ ພົນຕີ ປະສິດ ທ່ຽງທໍາ ໄດ້ມີຄໍາເຫັນຊີ້ນໍາຫຼາຍບັນຫາທີ່ສໍາຄັນ, ສະແດງຄວາມຊົມເຊີຍພາກສ່ວນຮັບຜິດຊອບ
ທຸກສະຫາຍທີ່ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ດ້ານຕ່າງໆ ດ້ວຍຄວາມຮັບຜິດຊອບສູງ ພ້ອມທັງ, ຮຽກຮ້ອງໃຫ້ພ້ອມກັນ ສືບຕໍ່ເອົາໃຈໃສ່ຂຸ້ນ
ຂ້ຽວສຸມໃສ່ບັນດາໜ້າວຽກທີ່ຍັງຄ້າງຄາ ເພື່ອຮັບປະກັນໄດ້ຄວາມປອດໄພ ແລະ ບັນລຸໄດ້ຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້ ເພື່ອ
ໃຫ້ທັນກັບການເຝິກຊ້ອມຕົວຈິງ ໃນຕໍ່ໜ້ານີ້.
ແຫຼ່ງຂ່າວໂດຍ ສົມຄິດ ພູມມີຈິດ
ວັນທີ 29/07/2025