ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫົວໜ້າ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ໂອ້​ລົມ​ນັກ​ກິລາ​ກ໊ອບ ທີ່​ເຂົ້າ​ຮ່ວມ​ແຂ່ງຂັນ​ໃນ​ງານ​ມະ​ຫະ​ກຳ​ກິລາ​ແຫ່ງ​ຊາດ ຄັ້ງ​ທີ XI


    ວັນ​ທີ 9 ທັນວາ 2022 ນີ້, ສະຫາຍ ພົນ​ໂທ ຄຳ​ລຽງ ອຸ​ທະ​ໄກສອນ ຮອງ​ລັດຖະມົນຕີ​ກະຊວງປ້ອງ​ກັນ​ປະເທດ, ຫົວໜ້າ​ກົມ​ໃຫຍ່​ເສນາ​ທິ​ການກອງທັບ ໄດ້​ພົບ​ປະ​ໂອ້​ລົມກັບຄະນະຮັບຜິດຊອບ ແລະ ນັກ​ກິລາ​ກ໊ອບ (ກະຊວງປ້ອງກັນປະເທດ) ທີ່​ກະກຽມ​ເຂົ້າ​ຮ່ວມ​ແຂ່ງຂັນໃນ​ງານ​ມະ​ຫະ​ກຳກິລາ​ແຫ່ງ​ຊາດ ຄັ້ງ​ທີ XI ທີ່ ແຂວງຊຽງ​ຂວາງ​ເປັນ​ເຈົ້າພາບ.

     ສະຫາຍ ພົນ​ຈັດຕະວາ ຄຳ​ຄິດ ໄຊ​ສົງຄາມ ປະທານບໍລິສັດເບ​​ສ ເທວ​ເລ​ຄອມ (best telecom) ຫົວໜ້າ​ຄະນະ​ຮັບຜິດຊອບ​ຊີ້​ນຳ​ລວມ​ນັກ​ກິລາກ໊ອບ ໄດ້​ລາຍງານ​ຫຍໍ້​ກ່ຽວ​ກັບ​ການຈັດຕັ້ງ​ຫັດ​ແອບ​ເຝິກຊ້ອມ​ຜ່ານ​ມາ ເປັນຕົ້ນ​ແມ່ນ​ໄດ້​ຮັບ​ຄວາມ​ເອົາໃຈໃສ່ຈາກການນຳ​ຂັ້ນ​ຕ່າງໆຂອງ​ກະຊວງ​ປ້ອງ​ກັນ​ປະເທດ, ຫົວໜ້າ​ຄະນະ​ຊີ້​ນຳໄດ້​ລົງ​ໃກ້ຊິດຕິດແທດ​ເປັນ​ປົກກະຕິ ໄດ້​ໃຫ້ການ​ນຳພາ​ຊີ້​ນຳ​ຢ່າງຮອບດ້ານ, ທຸ້ມເທສຸມເຫື່ອແຮງ, ດ້ານ​ວັດຖຸເພື່ອ​ປຸກລະດົມ​ແນວ​ຄິດ​ຈິດ ໃຈອ້າຍ​ນ້ອງ​ນັກ​ກິລາ​ມີ​ກຳລັງ​ແຮງ​ກາຍແຮງ​ໃຈ, ບັນດາ​ນັກ​ກິລາ​ແຕ່​ລະ​ສະຫາຍ​ແມ່ນໄດ້​ມີ​ຄວາມ​ເອົາໃຈໃສ່​ເຝິກຊ້ອມ​ຫັດ​ແອບປະຕິບັດ​ແຜນການ​ທຸກ​ຢ່າງ ບາງ​ສະຫາຍ​ກໍມີ​ສີມືມີ​ປະສົບ​ການ​ສູງ​ໃນ​ການ​ແຂ່ງຂັນ ສຳລັບ​ການຈັດຕັ້ງ​ເຝິກ​ຊ້ອມ-ຫັດແອບແມ່ນ​ໄດ້​ມີ​ຕາຕະລາງ​ແຜນການ​ຫັດ​ແອບ​ຢ່າງ​ເປັນ​ລະບົບ​ຕາມ ​ເຕັກນິກ, ເປັນຕົ້ນ​ແມ່ນ​ການ​ຫັດ​ແອບ​ສະໜາມ​ຕົວ​ຈິງ ເພື່ອ​ໃຫ້​ນັກ​ກິລາ​ມີ​ຄວາມ​ຊຳນິ​ຊຳນານ ແລະ ເກັບ​ກຳ​ສະພາບ​ຕົວ​ຈິງ​ໃນ​ການ​ເຝິກ​ຊ້ອມ.

     ໂອກາດ​ນີ້ ສະຫາຍ ພົນ​ໂທ ຄຳ​ລຽງ ອຸ​ທະ​ໄກສອນ ກໍ​ໄດ້​ສະແດງຄວາມ​ຍ້ອງຍໍ​ຊົມເຊີຍ​ຕໍ່​ຄະນະ​ຮັບຜິດຊອບ ແລະ ນັກ​ກິລາ ​ທີ່​ໄດ້​ເອົາໃຈໃສ່​ໃນ​ການ​ປະ ຕິບັດ​ຕາມ​ແຜນການ​ເຝິກ​ຊ້ອມ-ຫັດ​ແອບ, ພ້ອມ​ທັງ​ໂອ​້ລົມ​ຫຼາຍ​ບັນຫາ​ສຳຄັນ ແລະ ເນັ້ນ​ໜັກ​ໃຫ້​ຄະນະ​ຮັບຜິດຊອບ ແລະ ນັກ​ກິລາ​ ຈົ່ງ​ເອົາໃຈໃສ່​ເປັນ​ພິ ເສດ​ເຮັດ​ວຽກ​ງານ​ການເມືອງ-ນຳພາແນວຄິດ​ເປັນ​ປົກກະຕິ​ ປັບປຸງ​ໃຫ້​ມີ​ຄວາມ​ເຂັ້ມແຂງຄະນະ​ຮັບຜິດຊອບ​ຕ້ອງ​ເອົາໃຈໃສ່ຖອດ​ຖອນ​ບົດຮຽນ, ເຕັກນິກ, ປະສົບ​ການ ແລະ ນຳພາ​ນັກ​ກິລາ​ເຝິກ​ຊ້ອມໃຫ້​ເຫັນ​ເຖິງ​ບັນຫາ​ທີ່​ຍັງ​ຄົງ​ຄ້າງ​ເພື່ອ​ປັບປຸງ​ແກ້​ໄຂເຮັດ​ໃຫ້​ຄຸນ​ນະ​ພາບ​ນັກ​ກິລາ​ສູງ​ຂຶ້ນ ສຳລັບ​ນັກ​ກິລາ​ຕ້ອງ​ສຸມ​ ທຸກ​ສະຕິ​ປັນຍາ ແລະ ເຫື່ອແຮງ​ເຂົ້າ​ໃນ​ການຫັດ​ແອບ​ຕາມ​ແຜນການ ເພື່ອ​ກະກຽມ​ຄວາມ​ພ້ອມ​ທາງ​ດ້ານ​ສຸຂະພາບ​ຮ່າງກາຍ ແລະ ຈິດໃຈ, ໃຫ້​ມີ​ເຕັກນິກ, ວິທະຍາສາດ, ມີ​ຫົວຄິດ​ປະດິດ​ສ້າງ, ມີ​ຄວາມ​ສະຫງົບ​ປອດ​ໄພຈົນ​ເຖິງ​ເວລາ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ ແລະ ຕະຫຼອດ​ໄລຍະ​ຂອງການ​ແຂ່ງຂັນ​ເພື່ອ​ຍາດເອົາ​ໄຊ ຊະນະ​ເປັນ​ເຈົ້າ​ຫຼຽນ​ຄຳ ແລະ ເປັນ​ເຈົ້າ​ສະໜາມ​ໃນ​ທຸກ​ລາຍການ.

ແຫຼ່ງທີ່ມາ: ເກດຕະວັນ
ວັນທີ 13/12/2022