ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະນາຍທະຫານໜຸ່ມກອງທັບປະຊາຊົນຫວຽດນາມ


    ວັນທີ 16 ພະຈິກ 2022 ນີ້, ສະຫາຍ ພົນຕີ ວໍລະສານ ວິລັດດາວົງ ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນລາວ ພ້ອມຄະນະ ໄດ້ຕ້ອນ
ຮັບຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນຫວຽດນາມ ເຊິ່ງນຳໂດຍ ສະຫາຍ ພັນເອກ ພິເສດ ເຈີ້ນ ຫວ໋ຽດນັງ ຫົວໜ້າຄະນະຊາວໜຸ່ມກອງທັບປະຊາ ຊົນຫວຽດນາມ ໃນໂອກາດເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ລະຫວ່າງວັນທີ 15-21 ພະຈິກ 2022 ນີ້.

     ສະຫາຍ ພົນຕີ ວໍລະສານ ວິລັດດາວົງ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ຄະນະດັ່ງກ່າວທີ່ໄດ້ເດີນທາງມາເຄື່ອນໄຫວຢ້ຽມຢາມ
ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ເຊິ່ງເປັນການປະກອນສ່ວນອັນສຳຄັນເຂົ້າໃນການສະເຫຼີມສະຫຼອງ ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນການ
ທູດ ລາວ-ຫວຽດນາມ ຄົບຮອບ 60 ປີ, ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ ໃຫ້ເປັນຂະບວນຟົດ
ຟື້ນ ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອຄວາມສາມັກຄີແບບພິເສດໃນການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ-ລັດ ກໍຄື ສອງກອງທັບທີ່ເຄີຍມີມາແຕ່ດົນນານແລ້ວນັ້ນໃຫ້ໝັ້ນຄົງທະນົງແກ່ນຕະຫຼອດໄປ ສະຫາຍຍັງໄດ້ອວຍພອນໃຫ້ການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງຄະນະດັ່ງກ່າວໃນຄັ້ງນີ້ຈົ່ງມີຜົນສຳເລັດຢ່າງຈົບງາມ. ໂດຍກ່ອນໜ້ານີ້. ວັນທີ 15 ພະຈິກ 2022 ນີ້, ກໍໄດ້ຈັດພິທີຕ້ອນຮັບຢ່າງເປັນທາງ ການ ຢູ່ທີ່ໂຮງແຮມ ລາວເທວ ໂດຍການຕ້ອນຮັບຂອງ ສະຫາຍ ພົນຕີ ວໍລະສານ ວິລັດດາວົງ ຮອງຫົວໜ້າກົມໃຫຍ່ການເມືອງ ພ້ອມຄະນະ.

     ໂອກາດດັ່ງກ່າວ ສະຫາຍ ພັນເອກ ພິເສດ ເຈີ້ນ ຫວ໋ຽດນັງ ຫົວໜ້າຄະນະຊາວໜຸ່ມ ກອງທັບປະຊາຊົນຫວຽດນາມ ໄດ້ລາຍງານໃຫ້ສະຫາຍຮອງຫົວ ໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນລາວ ໄດ້ຮັບຊາບກ່ຽວກັບການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ເພື່ອເປັນການ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນໃນຂົງເຂດວຽກງານຊາວໜຸ່ມ, ການສຶກສາກ່ຽວກັບມູນເຊື້ອຄວາມສາມັກຄີພິເສດການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ, ຫວຽດນາມ-ລາວ ພ້ອມທັງສະແດງຄວາມຂອບໃຈຕໍ່ສະຫາຍ ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນລາວ ພ້ອມຄະນະ
ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ. ຈາກນັ້ນຄະນະດັ່ງກ່າວໄດ້ໄປວາງກະຕ່າດອກໄມ້ ແລະ ເຂົ້າຢ້ຽມຊົມຢູ່ຫໍພິພິຕະພັນໄກສອນ ພົມວິຫານ ພ້ອມທັງຈະໄດ້ ທ່ຽວຊົມສະຖານທີ່ທ່ອງທ່ຽວຢູ່ນະຄອນຫຼວງວຽງຈັນອີກດ້ວຍ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 17/11/2022