ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະ​ຜູ້​ແທນ ກົມ​ໃຫຍ່​ການເມືອງກອງທັບ​ປະຊາຊົນຫວຽດນາມ
ເດີນທາງມາຢ້ຽມຢາມ ແລະ ເຮັດ​ວຽກ​ຢູ່ ​ສປປ ລາວ


    ໃນ​ລະຫວ່າງ​ວັນທີ 17-19 ພະຈິກ 2022 ນີ້, ຄະນະຜູ້ແທນກົມໃຫຍ່ການເມືອງກອງທັບປະ ຊາຊົນຫວຽດນາມ, ສະຫາຍ ພົນ​ເອກ ເລືອງເກືອງ ກຳມະ ການກົມການເມືອງສູນກາງ​ພັກກອມ​ມູ​ນິດ​ຫວຽດນາມ, ຫົວໜ້າກົມ​ໃຫຍ່​ການເມືອງກອງທັບປະຊາຊົນຫວຽດນາມ ໄດ້​ເດີນທາງມາ​ຢ້ຽມຢາມ ແລະ ເຮັດ ວຽກຢູ່ ​ສປປ ລາວ ຢ່າງ​ເປັນ​ທາງການ​ ເຊິ່ງ​ພິທີຕ້ອນຮັບ​ທາງການໄດ້​ຈັດ​ຂຶ້ນ​ໃນຕອນບ່າຍຂອງວັນ​ທີ 17 ພະຈິກ 2022 ຢູ່ທີ່ກະຊວງ​ປ້ອງ​ກັນ​ປະເທດ ໂດຍ ການຕ້ອນຮັບ​ຂອງ ສະຫາຍ ພົນ​ໂທ ທອງລອຍ ສິລິ​ວົງ ກຳມະການ​ສູນ​ກາງ​ພັກ ຮອງ​ລັດຖະມົນຕີ, ຫົວໜ້າ​ກົມ​ໃຫຍ່​ການເມືອງ​ກອງທັບ ພ້ອມ​ດ້ວຍ​ຄະນະ.

     ພາຍຫຼັງ​ສຳເລັດ​ພິ​ທິ​ຕ້ອນຮັບ​ຢ່າງ​ເປັນ​ທາງ​ການ ທັງ​ສອງ​ຝ່າຍ​ໄດ້​ພົບ​ປະ​ແລກປ່ຽນ​ສະພາບ​ການ​ວຽກ​ງານ​ດ້ານ​ຕ່າງໆ​ທີ່​ໄດ້​ຮ່ວມ​ມື​ກັນ​ຈັດ​ຕັ້ງ​ປະຕິບັດ​ໃນ ​ ໄລຍະ​ຜ່ານ​ມາ, ຄະນະ​ປະຕິບັດ​ງານ​ພິເສດລັດຖະບານ​ສອງ​ປະເທດ ລາວ-ຫວຽດນາມ ໄດ້​ຮັກສາ​ການ​ພົວພັນ, ພົບ​ປະກັນ​ເປັນ​ປົກກະຕິສະເພາະ​ໃນ​ປີ 2021- 2022 ໄດ້​ພ້ອມ​ກັນ​ຂຸດ​ຄົ້ນ​ອັດຖິທະຫານ​ອາສາ​ສະໝັກ ແລະ ຊ່ຽວຊານ​ຫວຽດນາມທີ່​ເສຍສະຫຼະ​ຊີວິດ​ໃນ​ປາງ​ສົງຄາມ​ຢູ່​ລາວ ໄດ້ຈຳນວນ 178 ອັດຖິ, ກະ ຊວງ​ປ້ອງກັນ​ປະເທດ​ ສສ ຫວຽດນາມ ຊ່ວຍ​ສ້າງ​ໂຮງຮຽນ​ທິດ​ສະ​ດີ​ການເມືອງ​ກອງທັບສຳເລັດ ແລະ ໄດ້​ເປີດ​ນຳ​ໃຊ້, ປັດຈຸບັນ​ພວມ​ດຳເນີນໂຄງການ​ກໍ່ສ້າງ ​ໂຮງຮຽນ​ວັດທະນະທຳ​ຊົນເຜົ່າກອງທັບ, ສຳເລັດ​ການ​ກໍ່ສ້າງປັບປຸງຫໍພິພິ​ທະ​ພັນ​ປະຫວັດສາດກອງທັບໃນ​ໄລຍະ​ທຳ​ອິດ ແລະ ສົ່ງຄະນະ​ວິຊາ​ການ​ມາ​ຊ່ວຍ ​ອອກ​ແບບ​ຕົບແຕ່ງ, ຈັດ​ວາງ​ພາຍ​ໃນ ແລະ ພາຍ​ນອກ; ຄະນະ​ວິຊາ​ການຈາກ​ຫໍສະໝຸດ​ກອງທັບ​ປະຊາຊົນ​ຫວຽດນາມ ໄດ້​ມາ​ຊ່ວຍເຫຼືອດ້ານ​ວິຊາ​ການ​ໃຫ້​ ແກ່​ຫໍສະໝຸດ​ກອງທັບ​ປະຊາຊົນ​ລາວ; ວິຊາ​ການຫວຽດນາມມາ​ຊ່ວຍ​ເຝິກ​ອົບຮົມ​ວຽກ​ງານ​ສືບສວນ-ສອບ​ສວນຄະດີ​ອາຍາ, ການ​ປິ່ນປົວ​ສຸຂະພາບ, ການ ພັກແລ້ງ, ການ​ແລກປ່ຽນ​ຄະນະ​ຜູ້​ແທນ. ແຕ່​ລະ​ໆດັບກໍ​ໄດ້ປະຕິບັດ​ຢ່າງ​ເປັນປົກກະຕິ​ຕາມ​ອະນຸ​ສັນຍາ​ຂອງ​ສອງ​ຝ່າຍ. ພ້ອມ​ທັງ​ໄດ້​ສະເໜີ​ທິດ​ທາງ​ຮ່ວມ​ມືໃນ ​ ປີ 2023 ກ່ຽວ​ກັບ​ທິດ​ທາງ​ລວມ ບົນ​ພື້ນຖານ​ແມ່ນ​ປະຕິ​ປັດ​ຕາມ​ອະນຸ​ສັນຍາ ລະຫວ່າງ ສອງ​ກະຊວງ​ປ້ອງ​ກັນ​ປະເທດ; ເພື່ອ​ສືບຕໍ່​ຮັກສາ ແລະ ເສີມ​ຂະ ຫຍາຍ​ມູນເຊື້ອ​ຄວາມ​ສາມັກຄີ​ຂອງ​ສອງ​ຊາດ, ສະເພາະຢ່າງ​ຍິ່ງ​ສອງ​ກົມ​ໃຫຍ່​ການເມືອງ​ກອງທັບ ໃຫ້​ນັບ​ມື້​ເຂົ້າ​ສູ່​ລວງ​ເລິກ ຄື: ຮັກສາ​ການ​ແລກປ່ຽນ​ຄະນະ ​ຜູ້​ແທນ​ໄປ-ມາ​ຢ້ຽມຢາມ​ຖອດ​ຖອນ​ບົດຮຽນ​ຊຶ່ງ​ກັນ ແລະ ກັນ ຕາມ​ແຜນການ​ຮ່ວມ​ມືປະຈຳ​ປີ 2022-2023; ກໍ່ສ້າງ-ບຳລຸງ​ພະນັກງານ​ໃຫ້​ແກ່​ກອງທັບ​ປະ ຊາຊົນ​ລາວ ແລະ ການ​ກໍ່ສ້າງ​ພະນັກງານ​ດ້ານ​ພາສາ​ລາວ​ໃຫ້​ຫວຽດນາມ ຕາມ​ອະນຸ​ສັນຍາ​ຂອງ​ສອງ​ກະຊວງ​ປ້ອງກັນ​ປະເທດ​ລາວ ແລະ ​ຫວຽດນາມ; ເພີ່ມ ​ ທະວີ​ການ​ໂຄສະນາ​ແລກປ່ຽນ​ວຽກ​ງານ​ຂ່າວສານ, ໜັງສືພິມ, ວິທະຍຸ, ໂທລະພາບ ແລະ ຮູບເງົາໃຫ້​ກວ້າງຂວາງ ແລະ ທັນ​ເວລາ; ສືບຕໍ່​ຮ່ວມ​ມື​ຊອກ​ຄົ້ນ ​ອັດຖິ​ທະຫານ​ອາສາ​ສະໝັກ ແລະ ຊ່ຽວຊານ​ຫວຽດນາມທີ່ເສຍສະຫຼະ​ຊີວິດ​ໃນ​ສະໄໝ​ສົງຄາມ​ຢູ່​ລາວ​ກັບຄືນ​ສູ່​ມາຕຸພູມ; ການປິ່ນປົວ​ສຸຂະພາບ​ໃຫ້​ພະນັກ ງານ, ທະຫານລາວຢູ່ໂຮງໝໍ​ຫວຽດນາມ ແລະ ຮັບປິ່ນປົວຊ່ຽວຊານການ​ທະຫານ, ພະນັກງານ ແລະ ນັກຮົບຫວຽດນາມຢູ່​ໂຮງໝໍ​ລາວ ພ້ອມທັງສືບຕໍ່ແລກ ປ່ຽນ​ການຢ້ຽມຢາມ​ພັກແລ້ງ; ສະເໜີ​ສືບຕໍ່​ຊ່ວຍ​ສ້າງໂຮງຮຽນ​ວັດທະນະທຳ​ຊົນເຜົ່າ​ກອງທັບໃຫ້​ສຳເລັດ ແລະ ຄາດກະ​ຈະສຳເລັດ​ໃນ​ປີ 2023; ສະເໜີ​ໃຫ້​ ກົມ​ໃຫຍ່​ການເມືອງ​ກອງທັບ​ປະຊາຊົນ​ຫວຽດນາມ ຊ່ວຍ​ສືບຕໍ່​ສ້ອມແປງ-ບູລະນະຫໍ​ພິ​ພິ​ທະ​ພັນ​ປະຫວັດສາດ​ກອງທັບ​ປະຊາຊົນ​ລາວ ໃຫ້​ສາມາດ​ເປີດ​ນຳ​ໃຊ້​ ໃນ​ໂອກາດ​ວັນສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 75 ປີ ທີ່​ຈະ​ມາ​ເຖິງ; ສະເໜີ​ຊ່ວຍເຫຼືອ​ດ້ານ​ວິຊາ​ການ​ໃຫ້​ແກ່​ຫໍສະໝຸດ​ກອງທັບ​ປະຊາຊົນ​ລາວຕື່ມ​ ອີກ; ສະເໜີ​ໃຫ້​ມີ​ການ​ສືບຕໍ່​ບຳລຸງ​ໄລຍະ​ສັ້ນໃຫ້​ວິຊາ​ການ​ຝ່າຍ​ລາວໃນ​ຂົງເຂດ​ວຽກ​ງານ​ພັກ-ວຽກ​ງານ​ການເມືອງ; ການເຄື່ອນໄຫວ-ພົບ​ປະ​ສອງ​ຝ່າຍ​ຄັ້ງ​ທີ 2 ຢູ່​ຊາຍ​ແດນ ​ລາວ-ຫວຽດນາມ ​ແຂວງ​ຫົວພັນ; ສຳ​ຫຼວດ​ສ້ອມແປງ​ເສັ້ນທາງ​ເລກ 9 ໂຮ່​ຈີ​ມິນ ​ທີ່​ແຂວງ​ສະຫວັນ​ນະ​ເຂດ ແລະ ການ​ຊ່ວຍເຫຼືອ​ປັບປຸງ​ພື້ນຖານ​ໂຄງ​ລ່າ​ງສູນ​ເສຍ​ອົງຄະ 12 ສູນ​ຢູ່ 12 ແຂວງ​ລາວ.

     ໂອກາດ​ນີ້, ສະຫາຍ ພົນເອກ ເລືອງເກືອງ ກໍ​ໄດ້​ຕີ​ລາຄາ​ສູງ​ຕໍ່ການ​ຕ້ອນຮັບ​ອັນ​ອົບ​ອຸ່ນ ເພື່ອ​ເປັນ​ການ​ເພີ່ມ​ພູນ​ຄູນ​ສ້າງ​ຄວາມ​ສາມັກຄີ​​ແບບພິ​ເສດ, ສະ ໜິດສະໜົມ ລະຫວ່າງ​ປະຊາຊົນ​ສອງ​ຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ທັງ​ເປັນ​ການ​ປະກອບສ່ວນ​ເຂົ້າ​ໃນ​ການ​ຮັດ​ແໜ້ນສາຍ​ພົວພັນ​ຮ່ວມ​ມື​ໃນ ​ ທຸກ​ຂົງເຂດ​ວຽກ​ງານ​ໃຫ້​ໄດ້​ຮັບ​ການ​ພັດທະນາ ແລະ ສືບຕໍ່​ໃຫ້ການ​ສະໜັບສະໜູນ​ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ​ຕະຫຼອດ​ໄປ, ເປັນ​ການ​ເສີມຂະຫຍາຍ​ສາຍ ​ ພົວພັນມິດຕະພາບ, ຄວາມ​ສາມັກຄີ​ພິເສດ ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ພັກ, ສອງ​ລັດ, ສອງ​ກອງທັບ ແລະ ປະຊາຊົນ​ສອງ​ຊາດ, ຫວຽດນາມ -ລາວ-ລາວ-ຫວຽດນາມ ໃຫ້​ໄດ້​ຮັບ​ການ​ເສີມ​ຂະຫຍາຍ ແລະ ແຕກ​ດອກ​ອອກ​ຜົນ​ຍິ່ງໆ​ຂຶ້ນ. ໃນ​ໂອກາດ​ທີ່​ມາ​ຢ້ຽມຢາມ ​ສປປ ລາວ ຂອງ​ຄະນະ​ຜູ້​ແທນ​ດັ່ງ ກ່າວໃນ​ຄັ້ງ​ນີ້, ຍັງ​ໄດ້​ເຂົ້າ​ວາງ​ພວງມາລາ​ຢູ່​ອານຸສາວະລີ​ນັກຮົບ​ນິລະນາມ (ດາວແດງ) ເພື່ອ​ເປັນ​ການສະແດງ​ຄວາມ​ເຄົາລົບ​ຮັກ, ຄວາມ​ກະຕັນຍູຮູ້​ບຸນຄຸນ ຢ່າງ​ລົ້ນ​ເຫຼືອ​ເຖິງ​ຄຸນງາມຄວາມດີ, ນ້ຳໃຈ​ຕໍ່ສູ້​ຢ່າງ​ພິລະ​ອາດ​ຫານ ແລະ ບໍ່​ຍອມຈຳນົນ​ຂອງ​ບັນ​ພະ​ບູ​ລຸດ​ລາວ ກໍ​ຄື​ບັນດາ​ນັກຮົບ​ປະຕິວັດ​ສອງ​ຊາດ​ ລາວ- ຫວຽດ​ນາມ, ທີ່​ໄດ້​ເສຍສະຫຼະ​ຊີວິດ, ເລືອດ​ເນື້ອ​ເພື່ອ​ພາລະກິດ​ປະຕິວັດຕໍ່ສູ້ເພື່ອ​ປະເທດ​ຊາດ ຄະນະ​ຜູ້​ແທນ​ດັ່ງກ່າວ ຍັງ​ຈະ​ໄດ້​ເຄື່ອນ​ໄຫວ​ເຮັດ​ວຽກ​ຢູ່​ແຂວງ ​ ຫຼວງ​ພະ​ບາງ ແລະ ທ່ຽວ​ຊົມ​ສະຖານທີ່​ທ່ອງ​ທ່ຽວ​ຂອງ​ແຂວງ​ຫຼວງ​ພະ​ບາງ​ອີກ​ຈຳນວນ​ໜຶ່ງ.

ແຫຼ່ງທີ່ມາ: ນາງ ຈ່ອຍ ເພັດດາວອນ
ວັນທີ 18/11/2022