ປະກາດການແຕ່ງຕັ້ງຄະນະພັກ-ຄະນະບັນຊາ ກອງພັນໃຫຍ່ 643
ພີທີປະກາດການຈັດຕັ້ງຄະນະພັກ-ຄະນະບັນຊາ ແລະ ບັນດາຂະແໜງການ, ກົມກອງຮາກຖານທີ່ຂຶ້ນກັບກອງພັນໃຫຍ່ 643 ໄດ້ຈັດຂຶ້ນໃນວັນທີ 28
ກຸມພາ 2023 ນີ້ ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ພູມີ ດາລາເພັດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຜູ້ຕາງໜ້າກົມຈັດຕັ້ງ
ພັກ, ກົມພະນັກງານ, ກົມປ້ອງກັນອາກາດ, ກົມເສນາ-ພະລາ ກອງທັບ, ກອງບັນຊາການທະຫານແຂວງຊຽງຂວາງ, ກອງພັນໃຫຍ່ 702, ໂຮງໝໍບໍລິເວນ
101, ພ້ອມດ້ວຍຄະນະພັກ-ຄະນະບັນຊາ ພະນັກງານ-ສະມາຊິກພັກທົ່ວກອງພັນໃຫຍ່ 643 ເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ສີທາ ດວງມາລາ ກຳມະການຄະນະພັກກະຊວງປ້ອງກັນປະເທດ ຫົວໜ້າກົມພະນັກງານ ແລະ ສະຫາຍ ພົນຈັດຕະວາ ແສງມະນີ ວອນ ຄຳມະນີ ກຳມະການຄະນະພັກກະ ຊວງຫົວໜ້າກົມຈັດຕັ້ງ ໄດ້ຜັດປ່ຽນກັນຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍນາຍທະຫານໂດຍປະຕິບັດ ຕາມທິດທາງກ່ຽວກັບການປັບປຸງບູລະນະກົງຈັກການຈັດຕັ້ງນຳພາບັນຊາໃນ ກຳລັງປະກອບອາວຸດໃນກອງທັບໃຫ້ໜັກແໜ້ນເຂັ້ມແຂງໃນທຸກຂົງເຂດວຽກ ງານຢ່າງຮອບດ້ານ ເພື່ອແນ່ໃສ່ເຮັດສຳ ເລັດໜ້າທີ່ປົກປັກຮັກສາ ແລະ ພັດທະນາປະເທດຊາດດັ່ງນັ້ນກະຊວງປ້ອງກັນປະເທດກໍຄືກົມໃຫຍ່ການເມືອງກອງ ທັບ ໄດ້ຕົກລົງໃຫ້ ສະຫາຍພັນໂທ ຄຳພັນ ສິງວິລະວົງ ຮອງຫົວໜ້າກອງພັນໃຫຍ່ຮັບຜິດຊອບວຽກງານພະລາທິການຫົວໜ້າພະແນກພະລາທິການ ກອງ ພັນໃຫຍ່ 643 ພັກການເພື່ອກຽມຮັບເບ້ຍບຳນານ ແລະ ແຕ່ງຕັ້ງໃຫ້ ສະຫາຍ ພັນໂທ ແສງເພັດ ອຸດທະລັງສີ ຮອງຫົວໜ້າພະແນກພະລາຂຶ້ນເປັນຮອງ ກອງພັນໃຫຍ່ຮັບຜິດຊອບວຽກງານພະລາທິການ ທັງເປັນຫົວໜ້າພະແນກພະລາທິການ ກອງພັນໃຫຍ່ 643 ປ່ຽນແທນ ສະຫາຍ ພັນໂທ ຄຳພັນ ສິງວິ ລະວົງ ແລະ ແຕ່ງຕັ້ງ ສະຫາຍ ພັນຕີ ຂັນຕີ ພິມມະວົງ ຫົວໜ້າຂະແໜງອຸປະໂພກຂຶ້ນເປັນຮອງຫົວໜ້າພະແນກພະລາທິການກອງພັນໃຫຍ່ 643, ແຕ່ງຕັ້ງ ສະຫາຍ ພັນໂທ ຄຳ ສຸມຸນທາ ຂຶ້ນເປັນຮອງພະແນກບໍລິຫານ- ສັງລວມ, ແຕ່ງ ຕັ້ງ ສະຫາຍ ພັນໂທ ພູວົງ ວິໄລສອນ ເປັນຫົວໜ້າຂະແໜງສັງລວມ, ແຕ່ງ ຕັ້ງ ສະຫາຍ ພັນຕີ ບູລີ ໝັ້ນຄົງສິນ ເປັນຮອງຫົວໜ້າພະແນກເຕັກນິກ, ແຕ່ງຕັ້ງ ສະຫາຍ ພັນຕີ ຄຳເພັດ ອອ່ນສີເຮືອງ ເປັນຫົວໜ້າຂະແໜງຄຸ້ມຄອງລົດ ແລະ ແຕ່ງຕັ້ງ ສະຫາຍ ພັນຕີ ວິໄລພອນ ພິມມະສອນ ເປັນຮອງຮັບຜິດ ຊອບວຽກງານເຕັກນິກ ກອງພັນ 977 ຂຶ້ນກັບກອງພັນໃຫຍ່643.
ໂອກາດນີ້, ສະຫາຍ ພົນຈັດຕະວາ ພູມີ ດາລາເພັດ ຮຽກຮ້ອງມາຍັງຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ຈົ່ງພ້ອມກັນເອົາໃຈໃສ່ເຝິກຝົນຫຼໍ່ຫຼ່ອມ ຕົນເອງ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີການເມືອງຂອງຕົນ, ເພື່ອພ້ອມກັນເຮັດສຳເລັດໜ້າທີຕາມແຜນການທີ່ໄດ້ຮັບມອບໝາຍຈາກການ ຈັດຕັ້ງຂັ້ນ ເທິງ ແລະ ພ້ອມກັນສູ້ຊົນພັດທະນາກົມກອງໃຫ້ກ້າວຂຶ້ນສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງພັກ-ລັດໃນໄລຍະໃໝ່, ສືບຕໍ່ສຶກສາ ອົບຮົບການເມືອງ-ແນວຄິດໃຫ້ນາຍ ແລະ ພົນທະຫານ ໂດຍຕິດພັນກັບການຈັດຕັ້ງປະຕິບັດຕາມ 4 ໜ້າທີໃຫຍ່ 26 ແຜນງານຂອງຄະນະພັກກະຊວງ ປ້ອງກັນປະເທດວາງອອກ ເພື່ອເຮັດໃຫ້ກົມກອງມີຄວາມເຂັ້ມຮອບດ້ານໃນຕໍ່ໜ້າ.
ແຫຼ່ງທີ່ມາ: ຄຳໝັ້ນ ຄົງວິໄລ
ວັນທີ 03/03/2023