ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໜ່ວຍພັກກອງກໍ່ສ້າງ-ສ້ອມແປງດໍາເນີນກອງປະຊຸມໃຫຍ່ ຄັ້ງທີ II


   ກອງປະຊຸມໃຫຍ່ ຄັ້ງທີ II ຂອງກອງກໍ່ສ້າງ-ສ້ອມແປງ ກົມໃຫຍ່ພະລາທິການກອງທັບ ໄດ້ໄຂຂຶ້ນ ແລະ ອັດລົງດ້ວຍຜົນສໍາເລັດ ໃນວັນທີ 27 ມີນາ 2023. ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ ກໍາມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ພະລາທິ ການກອງທັບ, ມີສະຫາຍ ພັນເອກ ທອງອ້ວນ ຄໍາວັນທອງ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ພະລາທິການກອງທັບ, ມີແຂກທີ່ຖືກເຊີນ, ຕະຫຼອດຮອດ ບັນດາຄະນະໜ່ວຍພັກ, ສະມາຊິກພັກສົມບູນ ເຂົ້າຮ່ວມ.

   ສະຫາຍ ພັນໂທ ດວງສີ ແສງອາລຸນ ເລຂາໜ່ວຍພັກກອງກໍ່ສ້າງ-ສ້ອງແປງ, ກົມໃຫຍ່ພະລາທິການກອງທັບ ໄດ້ຜ່ານບົດລາຍງານການເມືອງທັງສອງ ພາກ, ເຊິ່ງໃນຕະຫຼອດໄລຍະຜ່ານມາເຫັນໄດ້ວ່າມີທັງດ້ານດີ, ຜົນສໍາເລັດຢ່າງຕັ້ງໜ້າ ແລະ ດ້ານອ່ອນຄົງຄ້າງທີ່ຈະໄດ້ສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າ, ໜ່ວຍ ພັກກອງກໍ່ສ້າງ-ສ້ອມແປງແມ່ນໜ່ວຍພັກເອກະລາດໃຕ້ການຊີ້ນໍາ-ນໍາພາ ໂດຍກົງຮອບດ້ານຈາກຄະນະພັກອົງການກົມໃຫຍ່ພະລາທິການກອງທັບ ແລະ ເປັນເສນາທິການທາງດ້ານວິຊາສະເພາະໃຫ້ກົມກໍ່ສ້າງ-ຄຸ້ມຄອງຊັບສິນກົມໃຫຍ່ພະລາທິການກອງທັບ, ຜ່ານມາຄະນະໜ່ວຍພັກໄດ້ຍົກສູງດ້ານການເມືອງ -ແນວຄິດເປັນຂອດສໍາຄັນຕົ້ນຕໍເພື່ອນໍາພາສະມາຊິກພັກ, ພະນັກງານ-ນັກຮົບເຮັດສໍາເລັດໜ້າທີ່ການເມືອງຂອງຕົນ, ໂດຍຖືເອົາເນຶ້ອໃນຈິດໃຈ 5 ຫຼັກການ 3 ທິດນໍາຂອງຄະນະພັກຂັ້ນເທິງເປັນບ່ອນອີງ, ນໍາເອົາບັນດາເອການສານຄໍາສັ່ງ, ຂໍ້ກໍານົດກົດລະບຽບຂອງພັກມາຈັດຕັ້ງເຜີຍແຜ, ຜັນຂະຫຍາຍເຂົ້າສູ່ຊີວິດ ຕົວຈິງ, ດໍາເນີນຊີວິດພັກຢ່າງປົກກະຕິ, ເຮັດໃຫ້ໜ່ວຍພັກມີຄວາມສະຫງົບ, ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ສາມາດຕີຖອຍໄດ້ບັນຫາ ປະກົດ ການຫຍໍ້ທໍ້ພາຍໃນພັກ, ກົມກອງມີຄວາມປອດໄພ 100%, ການຂະຫຍາຍພັກແມ່ນອີງໃສ່ຫຼັກການຂອງພັກຢ່າງເປັນລະບົບ, ຖືກຕ້ອງ, ຫັດກຸມ, ເຊິ່ງສາ ມາດຂະຫຍາຍພັກໄດ້ 4 ສະຫາຍ.

   ນອກນັ້ນ, ດ້ານວິຊາສະເພາະທີ່ກົມກອງຮັບຜິດຊອບສາມາດຜະລິດຕຽງນອນເຫຼັກ ສະໜອງໃຫ້ກອງທັບ 2.820 ຊຸດ, ກໍ່ສ້າງເຮືອນຄົວນ໊ອກດາວ ໄດ້ 3 ຫຼັງ, ຜະລິດເຟີນີເຈີ ປະເພດໄມ້ ໄດ້ 149 ລາຍການ ແລະ ດ້ານພະລາທິການແກ້ໄຂຊີວິດການເປັນຢູ່ຂອງກົມກອງ, ຄອບຄົວກໍໄດ້ເຮັດເປັນປົກກະຕິ ແລະ ຍັງໄດ້ຜ່ານທິດທາງແຜນການນໍາພາຂອງໜ່ວຍພັກ ໃນ 5 ປີຕໍ່ໜ້າ ( 2023-2028 ) ອີກດ້ວຍ, ໃນກອງປະຊຸມ ບັນດາສະມາຊິກພັກສົມບູນຍັງໄດ້ໃຊ້ສິດ ປ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່ໄດ້ຕາມລະດັບຄາດໝາຍ, ກອງປະຊຸມຄັ້ງປະຖົມມະລຶກໄດ້ມີມະຕິເປັນເອກະສັນກັນເລືອກເອົາ ສະຫາຍ ພັນ ໂທ ດວງສີ ແສງອາລຸນ ເປັນເລຂາໜ່ວຍພັກ, ສະຫາຍ ພັນໂທ ບຸນນໍາ ພົມມະຈັນ ເປັນຮອງເລຂາ, ສະຫາຍ ພັນຕີ ຈອມໃຈ ສີພາລັດ ເປັນກໍາມະການ ກວດກາພັກ, ສະຫາຍ ຮ້ອຍເອກ ສະພາພັນ ແສງມະນີ ເປັນກໍາມະການ ແລະ ສະຫາຍ ຮ້ອຍໂທ ຈັນທະລາໄນ ໂສນາລິນ ເປັນກໍາມະການໜ່ວຍພັກ ແລະ ກອງປະຊຸມຍັງໄດ້ຜ່ານລາຍຊື່ສະມາຊິກພັກສົມບູນເພື່ອເຂົ້າຮ່ວມກອງປະຂຸມໃຫຍ່ຂັ້ນເທິງອີກດ້ວຍ. ສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ ໄດ້ເນັ້ນໜັກ ຄະນະໜ່ວຍພັກຊຸດໃໝ່ ຈົ່ງຍົກສູງສະຕິຄວາມຮັບຜິດຊອບເຂົ້າໃນການຊີ້ນໍາ-ນໍາພາຢ່າງລວມສູນ, ຫຼັກການ, ມີປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ, ແບ່ງບຸກຄົນຮັບຜິດຊອບ, ສຶກສາອົບຮົມການເມືອງ-ແນວຄິດເປັນກົກ, ປັບປຸງກໍ່ສ້າງພັກໃຫ້ມີຄຸນນະພາບ, ປັບປຸງກໍ່ສ້າງຖັນແຖວພະນັກງານວິຊາການໃຫ້ມີ ຄວາມຊຳນິຊຳນານ, ພັດທະນາວຽກງານວິຊາສະເພາະ ທີ່ກົມກອງຮັບຜິດຊອບໃຫ້ກ້າວສູ້ລະດັບສູງ, ໄດ້ມາດຖານ, ສາມາດຮັບເໝົາ ແລະ ເປັນທີ່ຍອມຮັບ ຂອງຂັ້ນເທິງກໍ່ຄືເຮັດໃຫ້ສັງຄົມຍອມຮັບໄດ້, ຊອກຫາແຫຼ່ງລາຍຮັບເຂົ້າສູ່ກົມກອງ, ບຸກຄົນໃຫ້ດີຂຶ້ນ.

ແຫຼ່ງທີ່ມາ:ໜັງສືພິມກອງທັບ
ວັນທີ 04/04/2023