ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດການແຕ່ງຕັ້ງບົ່ງຕົວ ກຳມະການຄະນະພັກ ແລະ
ປະທານກວດກາພັກ
ກອງພັນໃຫຍ່ 621


   ພິທີປະກາດການແຕ່ງຕັ້ງບົ່ງຕົວ ກຳມະການຄະນະພັກ ແລະ ປະທານກວດກາພັກ ກອງພັນໃຫຍ່ 621 ໄດ້ຈັດຂຶ້ນໃນວັນທີ 28 ມີນາ 2023, ໂດຍການ ເປັນປະທານຂອງ ພົນຈັດຕະວາ ແສງມະນີວອນ ຄຳມະນີ ຄະນະພັກກະຊວງ, ຫົວໜ້າກົມຈັດຕັ້ງພັກ ກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນ ຊາ ກອງພັນໃຫຍ່ 621 ພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

   ສະຫາຍ ພັນເອກ ວິລະຈິດ ວິວາວົງ ຮອງເລຂາຄະນະພັກ ຫົວໜ້າການທະຫານ ກອງພັນໃຫຍ່ 621 ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າ ດ້ວຍ ການແຕ່ງຕັ້ງບົ່ງຕົວ ສະຫາຍ ພັນໂທ ໂພໄຊ ຈອມພຸຍສິນ ຫົວໜ້າພະແນກການເມືອງ ກອງພັນໃຫຍ່ 621 ເປັນກຳມະການຄະນະພັກ ແລະ ປະທານ ກວດກາພັກ ກອງພັນໃຫຍ່ 621. ໂອກາດນີ້ ສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳມະນີ ໄດ້ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງຮັບໜ້າທີ່ໃໝ່ ໃຫ້ ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ຕັ້ງໜ້າເຝິກຝົນຫຼໍ່ໍຫຼອມຕົນເອງ ທາງດ້ານອຸດົມການປະຕິວັດ, ຄຸນທາດການເມືອງ, ຄຸນສົມບັດ ສິນທຳປະຕິວັດ, ເອົາໃຈໃສ່ພັດທະນາ ແບບແຜນວິທີເຮັດວຽກແບບວິທະຍາສາດ ທັນສະໄໝ, ເພື່ອພ້ອມກັນກ້າວໜ້າ, ເພີ່ມທະວີຄວາມສາມັກຄີເປັນປຶກ ແຜ່ນແໜ້ນໜາ, ມີຄວາມເປັນເອກະພາບໃນໝູ່ຄະນະ, ມີທັດສະນະມະຫາຊົນກວ້າງຂວາງ, ພ້ອມກັນນັ້ນກໍ່ຕ້ອງເອົາໃຈໃສ່ຊີ້ນຳ-ນຳພາກົມກອງ ໃນການ ຊອກຮູ້ຮ່ຳຮຽນ, ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານ-ນັກຮົບ ໃຫ້ມີຄວາມຮັບຮູ້ເຂົ້າໃຈເຊື່ອມຊຶມຕໍ່ແນວທາງການປ່ຽນແປງໃໝ່ຂອງ ພັກ, ກໍ່ສ້າງພັກໃຫ້ໄດ້ຕາມ 5 ຫຼັກການ 3 ທິດນຳ ຂອງພັກເພື່ອສ້າງໃຫ້ໄດ້ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ທົ່ວກົມກອງຂອງຕົນໃຫ້ໄດ້ຫຼາຍສະ ໄໝ.

ແຫຼ່ງທີ່ມາ:ພູທອນ ສີພູວົງ
ວັນທີ 05/04/2023