ສະຫະພັນແມ່ຍິງ ກທອ ຈັດກິດຈະກຳຕ້ອນຮັບ
ວັນແມ່ຍິງສາກົນ ຄົບຮອບ 113 ປີ
ວັນທີ 28 ກຸມພາ 2023 ນີ້, ສະຫະພັນແມ່ຍິງ ກອງບັນຊາການທະຫານອາກາດ (ກທອ) ໄດ້ຈັດກິດຈະກຳຍ່າງ ແລະ ເຕັ້ນເພື່ອສ້າງຂະບວນການ ເນື່ອງ
ໃນໂອກາດສະເຫຼີມສະຫຼອງວັນແມ່ຍິງສາກົນຄົບຮອບ 113 ປີ (8 ມີນາ 1910-8 ມີນາ 2023) ໂດຍການເຂົ້າຮ່ວມຂອງ ສະຫາຍ ພັນເອກ ສິງພອນ
ແກ້ວຈຳປາ ຮອງຫົວໜ້າຫ້ອງການເມືອງກອງບັນຊາການທະຫານອາກາດ, ມີຄະນະພັກ-ຄະນະບັນຊາ ກອງພັນໃຫຍ່ 703, ພະແນກ, ຂະແໜງການ ແລະ
ຄະນະສະຫະພັນແມ່ຍິງ ພ້ອມດ້ວຍສະມາຊິກແມ່ຍິງເຂົ້າຮ່ວມ.
ການຈັດກິດຈະກຳຍ່າງ ແລະ ເຕັ້ນ ໃນຄັ້ງນີ້, ນອກຈາກເປັນການສ້າງຂະບວນການຟົດຟື້ນຕ້ອນ ຮັບວັນແມ່ຍິງສາກົນຄົບຮອບ 113 ປີ ທີ່ໃກ້ຈະມາເຖິງ ໃນໄວໆນີ້ແລ້ວ, ຍັງເປັນການສ້າງຂະບວນການເຮັດໃຫ້ກົມກອງມີບັນຍາກາດຟົດຟື້ນ, ເບີກບານມ່ວນຊື່ນ ແລະ ສ້າງໃຫ້ສະມາຊິກແມ່ຍິງມີສຸຂະພາບຮ່າງ ກາຍແຂງແຮງ ເພື່ອສືບຕໍ່ປະຕິບັດໜ້າທີ່ວຽກງານການເມືອງຂອງກົມກອງ ໃຫ້ມີຜົນສຳເລັດອັນຈົບງາມ, ພ້ອມທັງເປັນການຮັດແໜ້ນຄວາມສາມັກຄີຮັກ ແພງເຊິ່ງກັນ ແລະ ກັນ ລະຫວ່າງຂັ້ນລຸ່ມກັບຂັ້ນເທິງ ໃຫ້ແໜ້ນແຟ້ນເລິກເຊິ່ງກວ່າເກົ່າ, ອີກດ້ານໜຶ່ງກໍເພື່ອປະກອບສ່ວນສ້າງຜົນງານ ແລະ ສ້າງຂະບວນ ການໃຫ້ແກ່ການກະກຽມດຳເນີນກອງປະຊຸມ 3 ຂັ້ນຂອງພັກ ໃຫ້ມີບັນຍາກາດຟົດຟື້ນກວ້າງຂວາງ.
ໃນວັນດຽວກັນນີ້, ຄະນະຄອບຄົວການນຳ ພັກ-ລັດ ນຳໂດຍ ທ່ານ ປ້າຄຳສອນ ຈັນຍາລາດ ຄອບຄົວຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາ ລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະ ຊວງປ້ອງກັນປະເທດ ໄດ້ລົງຢ້ຽມຢາມກອງບັນຊາການທະຫານອາກາດ ແລະ ຈັດກິດຈະກຳແຂ່ງຂັນກິລາ ເປຕັງ ມິດຕະພາບຮ່ວມກັບຄະນະສະຫະພັນແມ່ຍິງ ກອງບັນຊາການທະຫານອາກາດ, ໂດຍມີ ສະຫາຍ ພົນຈັດຕະວາ ຄຳເຫຼັກ ແສງພະຈັນ ຜູ້ບັນຊາການທະ ຫານອາກາດ ພ້ອມດ້ວຍຄະນະພັກ-ຄະນະບັນຊາ ແລະ ຄະນະສະຫະພັນແມ່ຍິງ ກອງບັນຊາການທະຫານອາກາດໃຫ້ການຕ້ອນຮັບ.
ແຫຼ່ງທີ່ມາ: ສີທາ
ວັນທີ 06/03/2023