ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດການເລື່ອນ ຊັ້ນພັນເອກ ຂຶ້ນ ຊັ້ນພົນຈັດຕະວາ
ຈຳນວນ 24 ສະຫາຍ


   ວັນທີ 6 ເມສາ 2023 ນີ້, ກະຊວງປ້ອງກັນປະເທດໄດ້ຈັດພິທີປະກາດ ການເລື່ອນຊັ້ນພັນເອກຂຶ້ນຊັ້ນ ພົນຈັດຕະວາຈຳນວນ 24 ສະຫາຍ, ໂດຍການ ເປັນປະທານຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງ ກັນປະເທດ, ມີຄະນະນຳກະຊວງ, ຄະນະນຳບັນດາກົມໃຫຍ່, ຫ້ອງວ່າການກະຊວງ, ຄະນະພັກ-ຄະນະບັນຊາອົງການ, ກົມກອງອ້ອມຂ້າງກະຊວງ, ບັນດານາຍ ທະຫານຂັ້ນສູງຜູ້ໄດ້ຮັບການເລື່ອນຊັ້ນ ໃໝ່ເຂົ້າຮ່ວມ.

   ສະຫາຍ ດອນ ໄພວົງ ຫົວໜ້າກົມຄຸ້ມຄອງພະນັກງານຄະນະ ຈັດຕັ້ງສູນກາງພັກ ໄດ້ຂຶ້ນອ່ານ ລັດຖະດຳລັດຂອງ ປະທານປະເທດ ວ່າດ້ວຍການເລື່ອນຊັ້ນ ພັນເອກ ຂຶ້ນຊັ້ນ ພົນຈັດຕະວາ ໃນນີ້, ປະທານ ປະເທດອອກລັດຖະດຳ ລັດຕົກລົງເລື່ອນຊັ້ນ ພັນເອກ ຂຶ້ນຊັ້ນ ພົນຈັດຕະວາ ຈຳນວນ 24 ສະຫາຍ ຄື: ສະ ຫາຍ ພັນເອກ ທຽມຫອມ ຊະນະ ຫົວໜ້າ ກົມເຄມີ ກົມໃຫຍ່ເສນາທິການກອງທັບ, ສະຫາຍ ພັນເອກ ເພັດສະຫວ່າງ ຫຼ້າວົງຄຳ ຫົວໜ້າ ກົມໂຮງຮຽນ ກົມໃຫຍ່ເສນາທິການກອງທັບ, ສະຫາຍ ພັນເອກ ອຸ່ນທອງ ບຸດສຸວັນ ຫົວໜ້າ ຫ້ອງການ ກົມໃຫຍ່ເສນາທິການກອງທັບ, ສະຫາຍ ພັນເອກ ແປ້ນຄຳ ບຸດ ຈັນແພງ ຫົວໜ້າ ກົມໂຄສະນາ ອົບຮົມ ກົມໃຫຍ່ການເມືອງກອງທັບ, ສະຫາຍ ພັນເອກ ວັນນະວົງ ນັນທະວົງ ຫົວໜ້າ ກົມນະໂຍບາຍ ກົມໃຫຍ່ການ ເມືອງກອງທັບ, ສະຫາຍ ພັນ ເອກ ຕີເບດ ສີແພງຄູນ ຫົວໜ້າຫ້ອງການເມືອງ ກົມໃຫຍ່ພະລາທິການກອງທັບ, ສະຫາຍ ພັນເອກ ຈັນທະຈັກ ໄຊຍະວົງສາ ຫົວໜ້າກົມ ນ້ຳມັນເຊື້ອໄຟ ກົມໃຫຍ່ພະລາທິການກອງທັບ, ສະຫາຍ ພັນເອກ ຈັນສະໝອນ ມະຫາວົງ ຫົວໜ້າການທະຫານວິທະຍາຄານການແພດກອງ ທັບ, ສະຫາຍ ພັນເອກ ຟອງສະໝຸດ ພົນທິລາດ ຫົວໜ້າ ກົມເຕັກນິກເຫຼົ່າຮົບ ກົມໃຫຍ່ເຕັກນິກກອງທັບ, ສະຫາຍ ພັນເອກ ຄຳແປງ ບົວລະບັດ ຫົວໜ້າ ກົມ ຄຸ້ມຄອງລົດ ກົມໃຫຍ່ເຕັກນິກກອງທັບ, ສະຫາຍ ພັນເອກ ວິລະຕູ່ ວໍລະຈິດ ຫົວໜ້າຫ້ອງການເມືອງ ຫ້ອງວ່າການກະຊວງປ້ອງກັນປະເທດ, ສະຫາຍ ພັນເອກ ທະນຸກອນ ສຸລິຍະແສງ ຫົວໜ້າກົມ ຄົ້ນຄວ້າ-ສັງລວມ ຫ້ອງວ່າການກະຊວງປ້ອງກັນປະເທດ, ສະຫາຍ ພັນ ເອກ ບຸນຕຽນ ໄຊຍຳວົງທັນ ຮອງຫົວ ໜ້າ ກົມ 213, ສະຫາຍ ພັນເອກ ວົງຈັນ ພັນຈັນທະນາມ ຫົວໜ້າການເມືອງ ກອງພົນທີ 1, ສະຫາຍ ພັນເອກ ຄຳດີ ໄຊຍະວົງ ຫົວໜ້າການທະຫານກອງ ພົນທີ 2, ສະຫາຍ ພັນເອກ ຂັນທີ ສະໜາມອຸ່ນ ຫົວໜ້າ ການທະຫານ ກອງພົນທີ 5, ສະຫາຍ ພັນເອກ ຊຽງເພັງ ບົວລະວົງ ຫົວໜ້າການທະຫານກອງ ບັນຊາການທະຫານ ແຂວງ ຜົ້ງສາລີ, ສະຫາຍ ພັນເອກ ບຸນມີ ພາມີໄຊ ຫົວໜ້າ ການເມືອງກອງບັນຊາການທະຫານ ແຂວງ ບໍ່ແກ້ວ, ສະຫາຍ ພັນເອກ ຄຳເຜີຍ ໂສມພັນ ຫົວໜ້າ ການທະຫານ ກອງບັນຊາການທະຫານ ແຂວງ ອຸດົມໄຊ, ສະຫາຍ ພັນເອກ ວິລ່ຽມ ວົງທິສານ ຫົວໜ້າ ການທະຫານກອງບັນ ຊາການທະຫານ ແຂວງ ຫຼວງພະບາງ, ສະຫາຍ ພັນເອກ ທອງສີ ກຸນສະນະ ຫົວໜ້າການທະຫານ ກອງບັນຊາການທະຫານ ແຂວງເຊກອງ, ສະຫາຍ ພັນ ເອກ ໂຊກໄຊ ພິມມະລາ ຫົວໜ້າການເມືອງກອງບັນຊາການທະຫານ ແຂວງ ອັດຕະປື, ສະຫາຍ ພັນເອກ ບົວໄລ ສີລັກ ສາຫົວໜ້າ ການທະຫານ ວິທະ ຍາຄານນາຍທະຫານບົກກົມມະດຳ, ສະຫາຍ ພັນ ເອກ ວົງມະນີຈັນ ສາມະວົງ ຫົວໜ້າການທະຫານໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ.

   ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ມີຄຳເຫັນໂອ້ລົມຫຼາຍບັນຫາທີ່ ສຳຄັນພ້ອມທັງເນັ້ນໃຫ້ບັນດາສະຫາຍ ທີ່ໄດ້ຮັບການ ເລື່ອນຊັ້ນໃໝ່ຈົ່ງພ້ອມກັນຕັ້ງໜ້າຄົ້ນຄວ້າທິດສະ ດີ ມາກ-ເລ ນິນ, ແນວທາງນະໂຍບາຍ ຂອງພັກເປັນຕົ້ນເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກກໍຄືມະຕິກອງປະຊຸມໃຫຍ່ຄັ້ງທີ V ວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກ ກະຊວງປ້ອງກັນປະເທດໃຫ້ເປັນໂຄງການວຽກງານລະ ອຽດໃນຂອບເຂດຄວາມຮັບຜິດຊອບຂອງຕົນ ແລະ ນຳພາຈັດຕັ້ງປະຕິບັດໃຫ້ເກີດໝາກຜົນຕົວຈິງ, ຕ້ອງຮັກສາຄວາມສາມັກຄີເປັນເອກະພາບ, ປະຕິບັດ ແບບແຜນວິທີເຮັດວຽກຕາມຫຼັກການລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ, ມອບໃຫ້ບຸກຄົນຮັບຜິດຊອບຢ່າງຈະແຈ້ງ, ຈິງໃຈຊ່ວຍເຫຼືອ ແລະ ຖອດຖອນບົດຮຽນເຊິ່ງກັນ ແລະ ກັນ, ຕ້ານທັດສະນະແນວຄິດໃນຕົວຫຼືໂຍນຄວາມຮັບຜິດຊອບໃຫ້ກັນ, ບໍ່ວິຈານ ຫຼື ໃສ່ຮ້າຍປ້າຍສີສິ່ງທີ່ບໍ່ດີ ແບບຊະ ຊາຍ, ຕັ້ງໜ້າເຝິກຝົນ ຫຼໍ່ຫຼອມຕົນເອງທາງດ້ານຄຸນສົມບັດ ສິນທຳປະຕິວັດ, ອຸທິດຄວາມຮູ້, ສະຕິປັນຍາ ແລະ ຄວາມຮູ້ຄວາມສາມາດຂອງຕົນຮັບ ໃຊ້ປະເທດຊາດ, ຍົກສູງຄວາມຮັບຜິດຊອບ ການເມືອງຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ, ເຮັດໃຫ້ວຽກງານທີ່ຕົນຮັບຜິດຊອບມີຄວາມເດັ່ນ ຊັດຂຶ້ນ ຢ່າງຈະແຈ້ງພ້ອມທັງປະດິດສ້າງໃນການປະຕິບັດໜ້າທີ່, ຕ້ອງປົກປັກຮັກສາ ແລະ ເສີມຂະຫຍາຍ ມູນເຊື້ອອັນດີງາມ ຂອງກົມກອງໃຫ້ດີ, ເອົາໃຈໃສ່ດຳເນີນ ຊີວິດການເມືອງ ແຕ່ລະໄລຍະເປັນ ປົກກະຕິ, ຕຳນິຕິຊົມເຊິ່ງກັນ ແລະ ກັນດ້ວຍຄວາມຈິງໃຈ, ຕຳນິກັນເພື່ອຄວາມເປັນເອກະພາບທາງ ດ້ານແນວຄິດ ແລະ ການກະທຳ, ຫຼີກເວັ້ນອັກຄະຕິໂຄນລົ້ມກັນ, ສ້າງແບບແຜນດຳລົງຊີວິດ ທີ່ປອດໃສຂາວສະອາດ, ເຄື່ອນໄຫວໃກ້ສິດຕິດແທດ ກັບອ້າຍນ້ອງ ແລະ ກົມກອງ ຂອງຕົນຢູ່ສະເໝີ, ເອົາໃຈໃສ່ກໍ່ສ້າງພັກ, ກໍ່ສ້າງພະນັກງານໃຫ້ຖືກກັບທິດນຳ ແລະ ຫຼັກການຂອງພັກ, ກໍ່ສ້າງກົມກອງ ປອດໃສ, ປອດໄພ, ປອດຄະດີຕິດພັນ ກັບການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນໃຫ້ ບັນລຸຄາດໝາຍທີ່ຄະນະພັກກະຊວງວາງອອກ.

ແຫຼ່ງທີ່ມາ:ໜັງສືພິມກອງທັບ
ວັນທີ 07/04/2023