ສະເຫຼີມສະຫຼອງວັນສ້າງຕັ້ງກົມອຸດສາຫະກໍາປ້ອງກັນຊາດຄົບຮອບ 30ປີ
ພາຍໃຕ້ການຊີ້ນໍາ-ນໍາພາຈາກຄະນະພັກອົງການກົມໃຫຍ່ພະລາທິການ-ເຕັກນິກ (ໄລຍະປີ1993-2013) ແລະ ຄະນະພັກກົມໃຫຍ່ເຕັກນິກ(2014-ປັດຈຸ
ບັນ) ດ້ວຍຄວາມເອົາໃຈໃສ່ບຸກບືນສູ້ຊົນຂອງພະນັກງານ-ນັກຮົບ,ພະ ລາກອນ, ກໍາມະກອນ,ໃນຂະແຫນງວຽກງານອຸດສາຫະກໍາປ້ອງກັນຊາດ ໄດ້ມີການພັດທະ
ນາເຕີບໃຫຍ່ຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບ, ໃນເບື້ອງຕົ້ນຫາກໍ່ສ້າງຕັ້ງກົມອຸດສາຫະກໍາປ້ອງກັນຊາດ ມີ3 ຫົວຫນ່ວຍ ຂຶ້ນກັບຄື: ໂຮງງານ
ມິດຕະພາບລາວ-ຫວຽດນາມ,ໂຮງງານປະສານເຫຼົ່າຫຼວງພະບາງ ແລະ ໂຮງງານສ້ອມແປງລົດ-ເຮືອ, ຕໍ່ມາໄດ້ມີບັນດາຫົວຫນ່ວຍສ້າງຕັ້ງຂຶ້ນໃຫມ່ ມາຮອດປະ
ຈຸບັນມີ 5 ໂຮງງານບໍລິຫານ,5 ຫົວຫນ່ວຍຜະລິດທຸລະກິດ ແລະ ບໍລິການ (ມີ 4 ຫົວຫນ່ວຍຮ່ວມມືກັບຕ່າງປະເທດ),ການສ້າງຕັ້ງກົມອຸດສາຫະກໍາປ້ອງກັນ
ຊາດເປັນເຫດກາການເມືອງທີ່ສໍາຄັນໃນປະຫວັດສາດຂອງຊາດແລະ ຂອງກອງທັບ, ເປັນນິມິດຫມາຍອັນສໍາຄັນຢ່າງຍິ່ງທີ່ສະແດງ ໃຫ້ເຫັນເຖິງການເຕີບໃຫຍ່
ຂະຫຍາຍຕົວຂອງກອງທັບປະຊາຊົນລາວ, ເປັນການຕອບສະຫນອງກັບຄວາມຮຽກຮ້ອງຕ້ອງການຂອງປະ ເທດຊາດ ເພື່ອສ້າງກອງທັບ ໃຫ້ກາຍເປັນກໍາລັງຫຼັກ
ແຫຼ່ງໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ,ກົມອຸດສາຫະກໍາປ້ອງກັນຊາດກໍາເນີດເກີດຂຶ້ນໃນສະພາບແວດລ້ອມເສດຖະກິດ-ສັງຄົມ
ຂອງປະເທດຊາດ ພົບຄວາມຫຍຸ້ງຍາກຫຼາຍປະການ. ພວກຈັກກະພັດ ແລະ ອິດທິກໍາລັງປໍລະປັກ ໄດ້ປະຕິບັດກົນອຸບາຍຫັນປ່ຽນໂດຍສັນຕິ ເພື່ອຫວັງມ້າງເພ
ທໍາລາຍລະບອບໃຫມ່ຂອງພວກເຮົາ ແຕ່ພາຍໃຕ້ການນໍາພາອັນສະຫຼາດສອງໃສຂອງພັກປະຊາຊົນປະຕິວັດລາວ, ໂດຍສະເພາະແມ່ນຄະນະພັກກະຊວງ ປ້ອງກັນ
ປະເທດ,ຄະນະພັກກົມໃຫຍ່ເຕັກນິກກອງທັບ, ພະນັກງານ-ສະມາຊິກພັກ,ນາຍ ແລະ ພົນທະຫານ ກົມອຸດສາຫະກໍາປ້ອງກັນຊາດ ແຕ່ລະລຸ້ນໄດ້ເສີມຂະຫຍາຍ
ມູນເຊື້ອສູ້ຮົບພິລະອາດຫານຂອງກອງທັບເຮົາ, ມູນເຊື້ອເດັດດ່ຽວບໍ່ຍອມຈໍານົນຕໍ່ສູ້ກັບສັດຕູຜູ້ຮຸກຮານ ,ຕະຫຼອດໄລຍະ 30 ປີຜ່ານມາ,ກົມອຸດສາຫະກໍາປ້ອງ
ກັນຊາດໄດ້ມີການເຕີບໃຫຍ່ຂະຫຍາຍຕົວໃນທຸກດ້ານ ແລະ ເຮັດສໍາເລັດຫນ້າທີ່ ທີ່ໄດ້ຮັບການມອບຫມາຍ,ໄດ້ເອົາໃຈໃສ່ກໍ່ປັບປຸງກໍ່ສ້າງພັກຮັບປະກັນທາງດ້ານ
ປະລິມານແລະ ຄຸນນະພາບສູງສະແດງອອກໄດ້ຮັບການຢັ້ງຢືນເປັນຫນ່ວຍ ພັກປອດໃສ ເຂັ້ມແຂງ ຫນັກແຫນ້ນເພີ່ມຂຶ້ນກວມເອົາ 95% ຂອງຈໍານວນຫນ່ວຍ
ພັກທັງຫມົດໃນທົ່ວຂະແຫນງການອຸດສາຫະກໍາປ້ອງກັນຊາດ, ທາງດ້ານວຽກງານວິຊາສະເພາະສ້ອມແປງລົດຮັບໃຊ້ກອງທັບໄດ້ 771 ຄັນ, ຜະລິດເຄື່ອງຮັບໃຊ້
ກອງທັບ 558 ລາຍການ, ຜະລິດລູກປືນ AK ລູກຈິງໄດ້ 3.952.000 ລູກ, ຜະລິດລູກປືນ AK ລູກລົມໄດ້ 2.544.000ລູກ, ສ້ອມແປງອາວຸດທຸກຊະນິດ
ໄດ້ 4.447 ກະບອກ, ຄົ້ນຄວ້າຕິດຕັ້ງປືນ 122HL-70ໃສ່ລົດຕີນຢາງໄດ້ 8 ຄັນ, ຄົ້ນຄວ້າດັດແປງປືນ CQ ປະກອບຈັບຕິດໃສ່ປືນ AK-56-1 ແລະ ຜະລິດ
ເຄື່ອງຮັບໃຊ້ສັງຄົມໄດ້ 2.756ລາຍການ.ຈາກຜົນງານດັ່ງທີ່ກ່າວມາຂ້າງເທິງນັ້ນ, ກົມກອງລວມຫມູ່ແລະ ບຸກຄົນ ໄດ້ຮັບການຍ້ອງຍໍສັນລະ ເສີນຈາກຂັ້ນເທິງຄື:
ໄດ້ຮັບຫຼຽນໄຊແຮງງານຊັ້ນ II ກົມກອງລວມຫມູ່ 3 ຫນ່ວຍ, ບຸກຄົນ 6ຫນ່ວຍ, ຫຼຽນໄຊແຮງງານຊັ້ນ IIIກົມກອງລວມຫມູ່ 1 ຫນ່ວຍ, ບຸກຄົນ3 ຫນ່ວຍ,
ຫຼຽນໄຊພິລະອາດຫານຊັ້ນ II ກົມກອງລວມຫມູ່ 2 ຫນ່ວຍ,ບຸກຄົນ 6 ຫນ່ວຍ, ຫຼຽນໄຊພິລະອາດຫານຊັ້ນ III ກົມກອງລວມຫມູ່1 ຫນ່ວຍ, ບຸກຄົນ 8
ຫນ່ວຍ ແລະ ໃບຍ້ອງຍໍຂັ້ນກະຊວງບຸກຄົນ5 ໃບ, ໃບຢັ້ງຢືນກອງ 3 ປອດ2 ໃບ, ໃບຢັ້ງຢືນກົມກອງຮາກຖານເຂັ້ມ ແຂງຫນ່ວຍພັກຮູ້ນໍາພາຮອບດ້ານ 6 ໃບ
ແລະ ໃບຢັ້ງຢືນຫນ່ວຍພັກປອດໃສ ເຂັ້ມແຂງ ຫນັກແຫນ້ນ 3 ໃບ, ຈາກນັ້ນ, ກໍໄດ້ຮັບຟັງການປະກອບຄໍາເຫັນຂອງອາດີດຄະນະກົມອຸດສາຫະກໍາປ້ອງກັນ
ຊາດ, ຮັບຟັງການໂອ້ລົມຈາກສະຫາຍປະ ທານ ແລະ ຮັບຊົມການວາງສະແດງຜະລິດຕະພັນຂອງກົມອຸດສາຫະກໍາປ້ອງກັນຊາດອີກຈໍານວນຫນຶ່ງ.
ແຫຼ່ງທີ່ມາ:ຄໍາສອນ ພົມໄຊຍາ
ວັນທີ 08/05/2023