ແຂວງຫົວພັນ ຈັດພິທີເປີດຫຼຽນໄຊວິລະຊົນຈຳລອງ
ພິທີເປີດຫຼຽນໄຊວິລະຊົນຈຳລອງຫົວພັນວິລະຊົນ ໄດ້ຈັດຂຶ້ນໃນວັນທີ 7 ທັນວາ 2022 ຢູ່ທີ່ເດີ່ນສວນມິດຕະພາບລາວຮຸ່ງ ຫົວພັນ-ແທັງຮວ່າ
ແຂວງ
ຫົວພັນ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພັນຄຳ ວິພາວັນ ກຳມະການກົມການສູນກາງພັກ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີທ່ານ ວັນໄຊ
ແພງ
ຊຸມມາ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຫົວພັນ, ມີບັນດາການນຳແຂວງ, ການນຳເມືອງ, ພະນັກງານ, ທະຫານ-ຕຳຫຼວດ,
ມີອຳນາດ
ການປົກຄອງບ້ານ ຕະຫຼອດຮອດປະຊາຊົນໃນເທສະບານເມືອງຊຳເໜືອເຂົ້າຮ່ວມນຳ.
ທ່ານ ອານົງລັກ ແສງສຸລິຍາ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງຊຳເໜືອ ຕາງໜ້າເຈົ້າຂອງໂຄງການກໍ່ສ້າງ
ໄດ້ລາຍງານໂດຍຫຍໍ້ກ່ຽວ
ກັບໂຄງການດັ່ງກ່າວ: ການກໍ່ສ້າງຫຼຽນໄຊວິລະຊົນຈຳລອງ ຫົວພັນວິລະຊົນ ແມ່ນໄດ້ເລີ່ມລົງມືກໍ່ສ້າງແຕ່ວັນທີ 24 ມັງກອນ 2022 ຫາວັນທີ 23 ກັນຍາ
2022 ແມ່ນໃຫ້ສຳເລັດ, ການກໍ່ສ້າງແທ່ນເສົາຕັ້ງຫຼຽນຈຳລອງ, ຜະລິດຫຼຽນຈຳລອງ, ແກະກີບດອກບົວໃສ່ຂອບຫຼ່ຽມເສົາ ແລະ ປັ້ນຮູບນູນໃສ່,
ກໍ່ສ້າງເສົາ
ຮອງຮັບຈຳລອງຫຼຽນວິລະຊົນເປັນຮູບ 10 ຫຼຽ່ມ, ເປັນໂຄງສ້າງເບຕົງເສີມເຫຼັກ, ກໍ່ດິນຈີ່ຕັນ ແລະ ຕົບແຕ່ງເປັນລວດລາຍເອກະລັກຕ່າງໆ.
ລວມມູນຄ່າ
ໃນການກໍ່ສ້າງທັງໝົດ 569.206.000 ກີບ. ແຫຼ່ງທຶນການກໍ່ສ້າງແມ່ນໄດ້ມາຈາກການປະກອບສ່ວນຂອງບັນດານັກທຸລະກິດ, ຜູ້ປະກອບການ,
ພໍ່ຄ້າຊາວ
ຂາຍ ແລະ ທຶນສົມທົບຂອງແຂວງຈຳນວນໜຶ່ງ.
ໂອກາດດຽວກັນນີ້, ທ່ານ ວັນໄຊ ແພງຊຸມມາ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຫົວພັນ ຍັງມີຄຳເຫັນຕໍ່ພິທີເປີດນຳໃຊ້ຫຼຽນຈຳລອງ ວິລະຊົນວ່າ: ຫຼຽນຈຳລອງຫົວພັນວິລະຊົນ ແມ່ນເປັນສັນຍາລັກຂອງແຂວງຫົວພັນ ສ່ອງແສງໃຫ້ເຫັນເຖິງຄວາມອົງອາດກ້າຫານໃນການຕໍ່ສູ້ປົດປ່ອຍຊາດ ໃນໄລຍະກ່ອນ ແລະ ການກໍ່ສ້າງພັດທະນາທາງດ້ານວັດທະນາທຳ-ສັງຄົມ ແລະ ເສດຖະກິດຂອງຊາວແຂວງຫົວພັນໃນແຕ່ລະໄລຍະ. ເປັນສູນການຮຽນຮູ້ ໃຫ້ນັກຮຽນຮູ້ປັນຍາຊົນ, ປະຊາຊົນບັນດາເຜົ່າຮ່ຳຮຽນເອົາມູນເຊື້ອຄຸນງາມຄວາມດີຂອງບັນດານັກຮົບ ແລະ ປະຊາຊົນບັນດາດເຜົ່າທີ່ໄດ້ເສຍສະຫຼະຊີວິດ ເພື່ອຊາດເພື່ອປະຊາຊົນໃນໄລຍະກ່ອນ. ໂອກາດນີ້, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຍັງໄດ້ໃຫ້ກຽດເປີດແຜນປ້າຍນຳໃຊ້ຫຼຽນ ຈຳລອງວິລະຊົນ ແລະ ຕີຄອງ 9 ບາດ ເພື່ອຄວາມເປັນສິລິມຸງຄຸນອີກດ້ວຍ.
ແຫຼ່ງທີ່ມາ: ສົມເພັດ ວິໄລຄຳ
ວັນທີ 09/12/2022