ສະເຫຼີມສະຫຼອງວັນສ້າງຕັ້ງໂຮງພິມກອງທັບ ຄົບຮອບ 60 ປີ
ພິທີສະເຫຼີມສະຫຼອງວັນສ້າງຕັ້ງໂຮງພິມກອງທັບ ຄົບຮອບ 60 ປີ (12 ທັນວາ 1962-12 ທັນວາ 2022) ໄດ້ຈັດຂຶ້ນໃນວັນທີ 9 ທັນວາ 2022 ນີ້,
ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນຕີ ວໍລະສານ ວິລັດດາວົງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີແຂກຖືກເຊີນຈາກພາກສ່ວນຕ່າງໆ,
ພະນັກ
ງານບຳນານ, ຄະນະພັກ-ຄະນະອຳນວຍການໂຮງພິມກອງທັບ ຕະຫຼອດຮອດພະນັກງານ-ນັກຮົບເຂົ້າຮ່ວມ.
ສະຫາຍ ພັນເອກ ລະຄອນແກ້ວ ແກ້ວກິນນາລີ ອຳນວຍການໂຮງພິມກອງທັບ ໄດ້ຫວນຄືນປະຫວັດມູນເຊື້ອແຫ່ງການກຳເນີດ,
ເຕີບໃຫຍ່ຂະຫຍາຍ
ຕົວຂອງໂຮງພິມກອງທັບ, ລວມທັງຜົນງານທີ່ຍາດມາໄດ້ຕະຫຼອດໄລຍະ 60 ປີ ຜ່ານມາ. ໂຮງພິມກອງທັບໄດ້ຮັບການປະກາດສ້າງຕັ້ງຂຶ້ນໃນວັນທີ 12
ທັນວາ 1962 ໂດຍແມ່ນ ທ່ານ ສະໝານ ວິຍະເກດ ຫົວໜ້າຫ້ອງການເມືອງກອງບັນຊາການສູງສຸດ ກອງທັບປົດປ່ອຍປະຊາຊົນລາວ
ເປັນຜູ້ປະກາດສ້າງ
ຕັ້ງ, ລະບົບການຈັດຕັ້ງໃນເວລານັ້ນເອີ້ນວ່າ “ຈຸພິມ” ທີ່ຂຶ້ນກັບພະແນກໂຄສະນາອົບຮົມຂອງຫ້ອງການເມືອງກອງທັບປົດປ່ອຍປະຊາຊົນລາວ,
ມີພາລະບົດ
ບາດໃນການພິມເອກະສານການເມືອງຮັບໃຊ້ກອງທັບປົດປ່ອຍປະຊາຊົນລາວ, ພິມຂ່າວປະຈຳອາທິດ ແລະ ຂ່າວປະຈຳເດືອນລົງສູ່ແນວໜ້າ ກໍຄື
ແນວຫຼັງ
ເຂດປົດປ່ອຍໃນທົ່ວປະເທດ, ພິມໃບປິວ ແລະ ຄຳຮຽກຮ້ອງຂອງພີ່ນ້ອງຮ່ວມຊາດລົງເຂດຄວບຄຸມຊົ່ວຄາວຂອງສັດຕູ. ນັບແຕ່ໄດ້ຮັບການສ້າງຕັ້ງຂຶ້ນ
ໂຮງ
ພິມກອງທັບກໍໄດ້ຮັບການມອບໝາຍໜ້າທີ່ອັນສຳຄັນຈາກ ພັກ-ລັດ ແລະ ກອງບັນຊາການສູງສຸດໃນເວລານັ້ນ ກໍຄືກອງທັບປະຊາຊົນລາວໃນປັດຈຸບັນ
ເຄື່ອນໄຫວເຮັດໜ້າທີ່ວິຊາສະເພາະຮັບປະກັນໃຫ້ແກ່ການພິມໜັງສືພິມກອງທັບ, ພິມປຶ້ມເອກະສານຮັບໃຊ້ກອງປະຊຸມໃຫຍ່ຂອງພັກຂັ້ນຕ່າງໆ, ປຶ້ມປະ
ຫວັດມູນເຊື້ອຂອງກອງທັບ, ຂອງບັນດາກົມກອງເຫຼົ່າຮົບ, ພິມເອກະສານສຳຄັນຂອງ ພັກ-ລັດ, ຂອງກອງທັບ ແລະ ສັງຄົມທົ່ວໄປທີ່ມາໃຊ້ບໍລິການ,
ໄປ
ຄຽງຄູ່ກັບການປະຕິບັດໜ້າທີ່ການເມືອງຂອງໂຮງພິມກອງທັບໃນແຕ່ລະໄລຍະນັ້ນ, ຄະນະພັກ-ຄະນະອຳນວຍການໂຮງພິມແຕ່ລະຮຸ່ນໄດ້ເອົາໃຈໃສ່ປັບປຸງ
ກໍ່ສ້າງຖັນແຖວພະນັກງານວິຊາສະເພາະດ້ວຍການຍົກລະດັບຄວາມຮູ້, ຄວາມສາມາດຢູ່ພາຍໃນ ແລະ ຕ່າງປະເທດ,
ໄດ້ຮັບການປະກອບເຄື່ອງຈັກພິມທີ່ທັນ
ສະໄໝເຂົ້າໃນການພິມ, ເອົາໃຈໃສ່ເຝິກອົບຮົມກໍ່ສ້າງພະນັກງານວິຊາສະເພາະໃຫ້ສາມາດນຳໃຊ້ເຄື່ອງຈັກທີ່ນຳໃຊ້ໃນການພິມແຕ່ລະໄລຍະ,
ພ້ອມທັງຄົ້ນ
ຄວ້າປັບປຸງຄຸນນະພາບ-ເຕັກນິກການພິມໃຫ້ມີສີສັນສວຍງາມ, ເຊິ່ງສາມາດເຮັດສຳເລັດໜ້າທີ່ການເມືອງຂອງກົມກອງໄດ້ດີຕອດມາ. ຕະຫຼອດໄລຍະ 60
ປີຜ່ານມາ, ໂຮງພິມກອງທັບໄດ້ປະກອບສ່ວນສ້າງຜົນງານຫຼາຍດ້ານໃຫ້ແກ່ພັກ-ລັດ, ກອງທັບ ກໍຄືສັງຄົມ
ໃນການເປັນກະບອກສຽງອັນສຳຄັນຕໍ່ວຽກງານ
ປຸກລະດົມ, ໂຄສະນາ, ຂົນຂວາຍ, ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ກຳລັງປະກອບອາວຸດ ແລະ ສັງຄົມ,
ໄດ້ປະກອບສ່ວນຊ່ວຍເຫຼືອສັງຄົມໃນ
ຮູບແບບຕ່າງໆ ຄິດເປັນເງິນ 250 ລ້ານກວ່າກີບ, ເຊິ່ງໄດ້ຮັບການຍ້ອງຍໍຈາກພັກ-ລັດ, ຂັ້ນເທິງຫຼາຍລະດັບ ແລະ ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ
ໂຮງພິມກອງທັບ ຄົບຮອບ 60 ປີ, ສະຫາຍ ພົນຕີ ວໍລະສານ ວິລັດດາວົງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ
ກໍໄດ້ເປັນກຽດປະດັບຫຼຽນໄຊພິລະ
ອາດຫານຊັ້ນ II ໃຫ້ແກ່ໂຮງພິມກອງທັບ ທີ່ມີຜົນງານດີເດັ່ນໃນການປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອປະຕິວັດຂອງກົມກອງ
ໃນໄລຍະຜ່ານມາ
ຢ່າງສົມກຽດ.
ໂອກາດນີ້, ສະຫາຍຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການກຳເນີດເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານທີ່ ໂຮງພິມກອງທັບຍາດມາໄດ້ຕະຫຼອດໄລຍະ 60 ປີຜ່ານມາ, ພ້ອມທັງມີຄຳເຫັນໂອ້ລົມຮຽກຮ້ອງໃຫ້ຄະນະພັກ-ຄະນະອຳນວຍການໂຮງພິມກອງທັບ ຕັ້ງໜ້າ ປັບປຸງກໍ່ສ້າງກົມກອງໃຫ້ໜັກແໜ້ນເຂັ້ມແຂງໃນທຸກດ້ານ, ເອົາໃຈໃສ່ເຝິກແອບຮໍ່າຮຽນການເມືອງ, ການທະຫານ ແລະ ວິຊາສະເພາະຂອງກົມກອງໃຫ້ມີ ການຮັບປະກັນດີ, ເພີ່ມທະວີຄວາມສາມັກຄີໃຫ້ແໜ້ນແຟ້ນກວ້າງຂວາງ, ມີຄວາມເປັນເອກະພາບໃນທຸກຂົງເຂດວຽກງານ, ສືບຕໍ່ກໍ່ສ້າງພະນັກງານວິຊາ ການສືບທອດປ່ຽນແທນໃຫ້ມີຄຸນນະພາບ, ປັບປຸງແບບແຜນວິທີເຮັດວຽກໃຫ້ສອດຄ່ອງ, ເປັນເຈົ້າການປະຕິບັດນ້ຳໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງ ຄວາມເຂັ້ມແຂງດ້ວຍຕົນເອງ, ດຸໝັ່ນປະດິດສ້າງການພິມໃຫ້ສາມາດແຂ່ງຂັນກັບໂຮງພິມອື່ນໄດ້, ສ້າງຄວາມສົນໃຈເພື່ອດຶງດູດລູກຄ້າໃຫ້ຫຼາຍຂຶ້ນ ແລະ ສ້າງລາຍຮັບໃຫ້ໄດ້ຫຼາຍກວ່າເກົ່າ, ສືບຕໍ່ປະຕິບັດແນວທາງການຕ່າງປະເທດຂອງພັກ ໂດຍສະເພາະເພື່ອນມິດຍຸດທະສາດ ພິເສດແມ່ນກອງທັບປະຊາຊົນ ຫວຽດນາມ ແລະ ກອງທັບປົດປ່ອຍປະຊາຊົນຈີນ ໃນຂົງເຂດວິຊາສະເພາະ ແລະ ສືບຕໍ່ພົວພັນກັບອົງການສິ່ງພິມຂອງລັດ ເພື່ອແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນໃຫ້ເປັນປົກກະຕິ.
ແຫຼ່ງທີ່ມາ: ນາງ ຍ້ອມເພັດ
ວັນທີ 12/12/2022