ລັດຖະມົນຕີກະຊວງປ້ອງກັນປະເທດ ເຂົ້າຮ່ວມພິທີເປີດງານແຂ່ງຂັນກິລາແຫ່ງຊາດ ແລະ ໂອ້ລົມນັກກິລາກອງທັບ
ວັນທີ 13 ທັນວາ 2022 ນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ
ໄດ້ເດີນທາງ
ເຂົ້າຮ່ວມພິທີເປິດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງເປັນເຈົ້າພາບ ແລະ ໄດ້ພົບປະໂອ້ລົມນັກກິລາກອງທັບຢູ່ສະໜາມພັກນັກກິລາ
ໂຮງຮຽນບ້ານສາຍລົມ, ມີບັນດາສະຫາຍຄະນະນຳກະຊວງປ້ອງກັນປະເທດ, ຄະນະຮັບຜິດຊອບນັກກິລາ, ຄະນະຄູເຝິກ ແລະ ນັກກິລາເຂົ້າຮ່ວມ.
ສະຫາຍ ພັນໂທ ແກ້ວສະຫວ່າງ ສະຕິທອງ ຫົວໜ້າການທະຫານ ກອງກິລາກອງທັບ ໄດ້ລາຍງານການເຄື່ອນໄຫວແຂ່ງຂັນກິລາຢູ່ແຂວງຊຽງຂວາງ ເຊິ່ງຄະນະທັບນັກກິລາກອງທັບ ໄດ້ແຂ່ງຂັນສຳ ເລັດແລ້ວ 6 ປະເພດກິລາຄື: ກິລາມວຍປ້ຳ, ແລ່ນ-ລານ, ເທຄວັນໂດ, ຄາລາເຕໂດ, ປັນຈັກຊີລັດ ແລະ ມວຍສາກົນ, ສ່ວນກິລາທີ່ກຳລັງເຄື່ອນໄຫວແຂ່ງຂັນຢູ່ໃນປັດຈຸບັນມີ 10 ປະເພດກິລາ, ຜ່ານການແຂ່ງ ຂັນສາມາດຍາດໄດ້ 23 ຫຼຽນຄຳ, 23 ຫຼຽນເງິນ ແລະ 18 ຫຼຽນທອງແດງ ລວມ 64 ຫຼຽນ ຈັດຢູ່ໃນອັນດັບທີ 3 ຂອງຕາຕະລາງຫຼຽນລາງວັນ, ເຊິ່ງໃນນັ້ນໄດ້ຈາກກິລາມວຍປ້ຳ 5 ຫຼຽນຄຳ, 5 ຫຼຽນເງິນ, 1 ຫຼຽນທອງແດງ, ແລ່ນ-ລານ 5 ຫຼຽນຄຳ, 8 ຫຼຽນເງິນ, 3 ຫຼຽນທອງແດງ, ເທຄວັນໂດ 3 ຫຼຽນຄຳ, 3 ຫຼຽນເງິນ, 3 ຫຼຽນທອງແດງ, ຄາຣາເຕໂດ 1 ຫຼຽນຄຳ, 4 ຫຼຽນເງິນ, 2 ຫຼຽນທອງແດງ, ປັນຈັກຊີລັດ 5 ຫຼຽນຄຳ, 3 ຫຼຽນເງິນ, 8 ຫຼຽນທອງແດງ, ມວຍສາກົນ 4 ຫຼຽນຄຳ, 1 ຫຼຽນທອງແດງ, ກະຕໍ້ 1 ຫຼຽນ ຄຳ, 2 ຫຼຽນເງິນ, 1 ຫຼຽນທອງແດງ ແລະ ຫຼຽນທີ່ໄດ້ແລ້ວຍັງບໍ່ໄດ້ມອບເປັນທາງການມີ 11 ຫຼຽນຄຳ, 13 ຫຼຽນເງິນ, 10 ຫຼຽນທອງແດງ.
ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຂອງນັກກິລາທີ່ສາມາດຍາດໄດ້ຫຼຽນລາງວັນ, ພ້ອມທັງໄດ້ກ່າວອວຍພອນ ແລະ ໃຫ້ກຳລັງໃຈຕໍ່ບັນດານັກກິລາທີ່ຈະສືບຕໍ່ແຂ່ງຂັນ ຈົ່ງເຮັດສຸດຄວາມສາມາດຕາມທີ່ໄດ້ເຝິກຊ້ອມບວກກັບປະສົບການ ທີ່ມີ ແລະ ສ້າງຜົນງານໃນກິລາແຫ່ງຊາດຄັ້ງນີ້ໃຫ້ໄດ້ຕາມເປົ້າໝາຍທີ່ວາງໄວ້. ພ້ອມກັນນັ້ນ, ກໍໄດ້ມອບເງິນຊຸກຍູ້ຄະນະນັກກິລາກອງທັບປະຊາຊົນລາວ ຈຳນວນ 50 ລ້ານກີບ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 14/12/2022