ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພົນ​ເອກ ຈັນ​ສະໝອນ ຈັນ​ຍາ​ລາດ ຕ້ອນຮັບ ຫົວໜ້າ​ວິທະຍາຄານ​ເສນາ​ທິ​ການ​ກອງທັບ ຣັດ​ເຊຍ


    ໃນ​ວັນ​ທີ 14 ທັນວາ 2022 ນີ້, ສະຫາຍ ພົນ​ເອກ ຈັນ​ສະໝອນ ຈັນ​ຍາ​ລາດ ຮອງລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ​ ແຫ່ງ ​ສປປ ລາວ ໄດ້​ຕ້ອນຮັບ ສະຫາຍ ພົນ​ໂທ ວໍ​ລາ​ດີ​ເມຍ ຊາ​ຣຸດ​ນິ​ສະ​ກີ ຫົວໜ້າ​ວິທະຍາຄານ​ເສນາ​ທິ​ການ​ກອງທັບ ຣັດ​ເຊຍ ພ້ອມ​ດ້ວຍ​ຄະນະ, ເນື່ອງ​ໃນ​ໂອກາດທີ່​ເດີນທາງ​ມາ​ຢ້ຽມ ຢາມ ແລະ ເຮັດ​ວຽກ ຢູ່ ​ສປປ ລາວ ໃນ​ລະຫວ່າງ​ວັນ​ທີ 13-16 ທັນວາ 2022 ນີ້.

     ສະຫາຍ ພົນ​ເອກ ຈັນ​ສະໝອນ ຈັນ​ຍາ​ລາດ ໄດ້​ກ່າວ​ສະແດງ​ຄວາມ​ຍິນ​ດີ​ຕ້ອນຮັບ ແລະ ຕີ​ລາຄາ​ສູງ​ຕໍ່​ສາຍ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ອັນ​ເປັນ​ ມູນເຊື້ອທີ່​ມີ​ມາ​ແຕ່​ດົນ​ນານ ແລະ ໄດ້​ຮັບ​ການ​ສືບຕໍ່​ເພີ່ມ​ທະວີ​ຮັດ​ແໜ້ນ​ການ​ພົວພັນ​ຮ່ວມ​ມື ແລະ ເສີມ​ຂະຫຍາຍ​ສາຍ​ພົວພັນ​ມິດຕະພາບ ລະຫວ່າງ ສອງ​ ກອງທັບ ລາວ-ຣັດ​ເຊຍ ໃຫ້​ນັບມື້​ແໜ້ນ​ແຟ້ນ​ຈະເລີນ​ງອກ​ງາມ​ຍິ່ງໆ​ຂຶ້ນ, ຕະຫຼອດ​ໄລຍະ​ທີ່​ຜ່ານ​ມາ​ກະຊວງປ້ອງ​ກັນ​ປະເທດ ແຫ່ງ ສ ຣັດ​ເຊຍ ທີ່​ໄດ້​ໃຫ້ການ​ ຊ່ວຍເຫຼືອ​ອັນ​ລ້ຳ​ຄ່າ​ແກ່ ​ສປປ ລາວ ກໍ​ຄືກອງທັບ​ປະຊາຊົນ​ລາວໃນ​ຫຼາຍ​ດ້ານ ເປັນຕົ້ນ​ແມ່ນການ​ກໍ່ສ້າງ​ພະນັກງານ-ນັກຮົບຂະແໜງການ​ຕ່າງໆ ລວມ​ທັງສະ ໜັບສະໜູນ​ຊ່ວຍເຫຼືອ ​ສປປ ລາວ ໃນ​ທຸກ​ດ້ານ​ເຊັ່ນ: ດ້ານ​ການເມືອງ, ເສດ​ຖະກິດ, ການ​ສຶກ​ສາ, ສາທາລະນະ​ສຸກ, ວິທະຍາສາດ​ເຕັກ​ໂນ​ໂລ​ຊີ, ການ​ປ້ອງ ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະຫງົບ ແລະ ດ້ານ​ອື່ນໆ. ສະເພາະ​ດ້ານ​ວຽກ​ງານ​ປ້ອງ​ກັນ​ຊາດກອງທັບ ຣັດ​ເຊຍ ໄດ້​ມີ​ການ​ພົວພັນ​ສະໜິດ​ແໜ້ນ​ນຳ​ກັນ​ມາ​ແຕ່​ ດົນ​ນານ​ ແລະ ໃນ​ປັດຈຸບັນຍິ່ງ​ກ້າວ​ເຂົ້າ​ສູ່​ລວງ​ເລິກ ແລະ ເປັນ​ຮູບ​ປະ​ທຳ​ຫຼາຍ​ຂຶ້ນ ສະແດງ​ອອກນອກຈາກ​ການ​ຮ່ວມ​ມື​ທາງ​ດ້ານ​ການ​ແລກປ່ຽນ​ຄະນະ​ຜູ້​ ແທນ​ຂັ້ນ​ສູງ​ຂອງ​ສອງ​ກອງທັບ​ນຳ​ກັນ​ເປັນ​ປະຈຳ​ປີ​ແລ້ວ ກໍ​ຍັງ​ໄດ້​ມີ​ການພົວພັນ​ທາງ​ດ້ານ​ການ​ກໍ່ສ້າງ​ບຸກ​ຄະ​ລາ​ກອນ, ການ​ຊ້ອມ​ຮົບ​ຮ່ວມ​ກັນ​ການ​ຊ່ວຍເຫຼືອ ​ດ້ານ​ເຕັກນິກ​ການ​ທະ​ຫານ, ການ​ຊ່ວຍເຫຼືອ​ດ້ານ​ມະນຸດສະທຳ ແລະ ການ​ສະໜອງ​ອຸປະກອນ​ເຕັກນິກ​ການ​ທະຫານສອງ​ກະຊວງ​ປ້ອງ​ກັນ​ປະເທດ ລາວ-ຣັດ ​ເຊຍ ໄດ້​ມີ​ສັນຍາ​ຮ່ວມ​ກັນ​ຫຼາຍ​ລະດັບ ທັງ​ຂັ້ນ​ລັດຖະບານ, ກະຊວງ​ປ້ອງ​ກັນ​ປະເທດ ທັງ​ນີ້, ກໍ​ເພື່ອ​ແນໃສ່​ຮັດ​ແໜ້ນ​ສາຍ​ພົວພັນ​ຮ່ວມ​ມື​ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ ລະຫວ່າງສອງ​ລັດຖະບານ, ກະຊວງ​ປ້ອງ​ກັນ​ປະເທດ ລາວ-ຣັດ​ເຊຍ ອັນ​ເປັນ​ການ​ຍົກ​ລະດັບ​ຄວາມ​ສາມາດ​ຂອງ​ກອງທັບ​ປະຊາຊົນ​ລາວ ໃນ​ການ​ ປົກ​ປັກ​ຮັກສາ​ຜືນ​ແຜ່ນ​ອັນ​ຄົບ​ຖ້ວນ​ຂອງ​ຊາດ​ໄວ້​ໃຫ້​ໝັ້ນຄົງ.

     ສະຫາຍ ພົນ​ໂທ ວໍ​ລາ​ດີ​ເມຍ ຊາ​ຣຸດ​ນິ​ສະ​ກີ ໄດ້​ກ່າວ​ສະແດງ​ຄວາມ​ຂອບໃຈຕໍ່​ການ​ຕ້ອນຮັບ​ອັນ​ອົບ​ອຸ່ນ ແລະ ສະໜິດສະໜົມ ທີ່​ເຕັມ​ໄປ​ດ້ວຍ​ໄມຕີ​ຈິດ ​ ມິດຕະພາບ ແລະ ຄຳ​ເວົ້າ​ອັນ​ຈົບງາມ​ຂອງ​ລັດ​ຖະ​ມົນ​ຕີກ​ຊວງ​ປ້ອງ​ກັນ​ປະເທດ ໃນ​ຄັ້ງ​ນີ້ ພ້ອມ​ດຽວ​ກັນ​ນີ້, ຍັງ​ໄດ້​ແຈ້ງ​ຜົນ​ຂອງ​ການ​ພົບ​ປະ​ສອງ​ຝ່າຍ​ຮ່ວມ​ ກັບ ສະຫາຍ ພົນ​ຕີ ຄຳ​ຫຼ້າ ພັນ​ໄຊ​ຍະ​ສຸກ ຫົວໜ້າ​ການເມືອງ​ວິທະຍາຄານປ້ອງ​ກັນ​ຊາດ​ ໄກສອນ ພົມວິຫານ ໃຫ້​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ ໄດ້​ ຮັບ​ຊາບ, ເຊິ່ງ​ທັງ​ສອງ​ວິທະຍາຄານ​ຈະ​ສືບຕໍ່​ພົວພັນ​ຮ່ວມ​ມື​ຮ​​ອບ​ດ້ານ, ໂດຍ​ໄດ້​ຮ່ວມ​ກັນ​ລົງ​ນາມບັນທຶກ​ຄວາມ​ເຂົ້າໃຈ. ທີ່​ຜ່ານ​ມາວິທະຍາຄານ​ເສນາ​ທິ​ ການ​ກອງທັບ ຣັດເຊຍ ໄດ້​ມີ​ການ​ເຝິກອົບຮົມ​ນັກ​ສຶກ​ສາ​ລາວ​ຫຼາຍ​ຄົນ​ຢູ່​ໃນ​ສະ​ຖາ​ບັນ​ການ​ສຶກ​ສາ​ຕ່າງໆ, ເຊິ່ງ​ບັນດາ​ນັກ​ສຶກ​ສາ​ເຫຼົ່ານັ້ນ​ປັດຈຸບັນ​ໄດ້​ເຮັດ​ໜ້າ ທີ່​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ​ລາວ​ຢ່າງ​ມີ​ຜົນສຳເລັດ​ສູງ.

ແຫຼ່ງທີ່ມາ: ຈັນທະວົງ
ວັນທີ 15/12/2022