ກອງສິລະປະກອນກອງທັບ ສະຫຼຸບວຽກງານຮອບດ້ານ ປະຈຳປີ 2022
ວັນທີ 15 ທັນວາ 2022 ນີ້, ກອງສິລະປະກອນກອງທັບ ໄດ້ສະຫຼຸບການເຄື່ອນໄຫວວຽກງານຮອບດ້ານ ປະຈຳປີ 2022 ແລະ
ຜ່ານທິດທາງແຜນການ
ປະຈຳປີ 2023 ຂຶ້ນ, ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຕີ ວໍລະສານ ວິລັດດາວົງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີ ສະຫາຍ
ພັນເອກ ຄຳພາ ດວງພະຈັນ ຫົວໜ້າການທະຫານ ກອງສິລະປະກອນກອງທັບ, ມີບັນດາຄະນະພັກ-ຄະນະບັນຊາກົມ, ຫ້ອງການ, ກອງ, ພະແນກການ
ພ້ອມ
ດ້ວຍພະນັກງານ-ນັກຮົບໃນກອງເຂົ້າຮ່ວມ.
ສະຫາຍ ພັນໂທ ສຸວັນນີ ດວງປະເສີດ ຫົວໜ້າການເມືອງ ກອງສິລະປະກອນກອງທັບ ໄດ້ສະຫຼຸບຕີລາຄານຳພາ-ຊີ້ນຳຂອງຄະນະພັກ-ຄະນະບັນຊາໃນປີ ຜ່ານມາ, ຄະນະພັກ-ຄະນະບັນຊາໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານ-ນັກຮົບເປັນກົກດ້ວຍຫຼາຍຮູບການ, ຫຼາຍເນື້ອໃນ ເປັນຕົ້ນແມ່ນຈັດຕັ້ງເຜີຍແຜ່ເຊື່ອມຊຶມມະຕິ, ຄຳສັ່ງ, ເອກະສານຕ່າງໆຂອງພັກ-ລັດ, ຟັງປາຖະກະຖາວັນປະຫວັດສາດທີ່ສຳຄັນຂອງຊາດ ແລະ ຂອງເພື່ອນ ມິດສາກົນທີ່ຂັ້ນເທິງຈັດຂຶ້ນ, ເຮັດໃຫ້ພະນັກງານ, ນັກຮົບທຸກຄົນມີຄວາມແໜ້ນທາງດ້ານການເມືອງ-ແນວຄິດ, ເຊື່ອໝັ້ນຕໍ່ການນຳພາຂອງພັກ ແລະ ຫ້າວ ຫັນຕໍ່ໜ້າທີ່ວຽກງານຂອງຕົນ. ດ້ານວຽກງານວິຊາສະເພາະແມ່ນໄດ້ສ້າງຂະບວນການຈັດຕັ້ງສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ຄື: ວັນສ້າງຕັ້ງສາຍການທູດ ຄົບຮອບ 60 ປີ, ວັນເຊັນສົນທິສັນຍາການຮ່ວມມືຮອບດ້ານລະຫວ່າງ ລາວ-ຫວຽດນາມ ຄົບຮອບ 45 ປີ. ນອກຈາກນີ້, ຍັງມີ ຫຼາຍກິດຈະກຳທີ່ກະຊວງປ້ອງກັນປະເທດໄດ້ຈັດຕັ້ງຂຶ້ນ ເປັນຕົ້ນແມ່ນການເຝິກຊ້ອມກອບກູ້ໄພພິບັດ 3 ກອງທັບ ລາວ, ຫວຽດນາມ, ກຳປູເຈຍ, ການ ຊ້ອມຮົບຮ່ວມເຫຼົ່າຮົບຕີພິເສດກອງທັບປະຊາຊົນລາວ ແລະ ກອງທັບປະຊາຊົນຫວຽດນາມ, ການຊ້ອມຮົບລົດຕັງກອງທັບປະຊາຊົນລາວກັບກອງທັບລັດ ເຊຍ (ລາວ-ຣົດ) ພ້ອມກັນນັ້ນ, ຍັງໄດ້ປະດິດບົດຟ້ອນໃໝ່ໄດ້ 15 ບົດ, ປະສານດົນຕີໃຫ້ລາຍການໄປສະແດງໄດ້ 52 ບົດ, ເສບດົນຕີຮັບໃຊ້ງານພິທີການ ຕ່າງໆຢູ່ພາຍໃນປະເທດ 32 ຄັ້ງສະແດງຮັບໃຊ້ແຂກຕ່າງປະເທດ ທີ່ມາຢ້ຽມຢາມ ແລະ ປະຕິບັດໜ້າທີ່ຢູ່ລາວ 14 ຄັ້ງ, ສະແດງສະເຫຼີມສະຫຼອງປີສາມັກຄີ ລາວ-ຫວຽດນາມ ຢູ່ ສສ ຫວຽດນາມ 1 ຄັ້ງ. ຈາກນັ້ນກອງປະຊຸມຍັງໄດ້ມອບໃບຍ້ອງຍໍຂັ້ນກະຊວງປ້ອງກັນປະເທດໃຫ້ບຸກຄົນທີ່ມີຜົນງານດີເດັ່ນໃນບັ້ນ ເຄື່ອນໄຫວສະແດງຮັບໃຊ້ບັ້ນເຝິກຊ້ອມກອບກູ້ໄພພິບັດ 3 ກອງທັບ ລາວ, ຫວຽດນາມ ແລະ ກຳປູເຈຍ ຈຳນວນ 37 ສະຫາຍ, ໃຫ້ກຽດມອບໂດຍ ສະ ຫາຍ ພົນຕີ ວໍລະສານ ວິລັດດາວົງ, ຍ້ອງຍໍຂັ້ນກົມໃຫຍ່ການເມືອງ 28 ສະຫາຍ, ໃຫ້ກຽດມອບໂດຍ ສະຫາຍ ພັນເອກ ແກ້ວສຸວັນ ຜາງພິລາວົງ ຮອງຫົວ ໜ້າກົມໂຄສະນາ ກົມໃຫຍ່ການເມືອງກອງທັບ ຂຶ້ນຢ່າງສົມກຽດ.
ໂອກາດດັ່ງກ່າວ, ສະຫາຍ ພົນຕີ ວໍລະສານ ວິລັດດາວົງ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາທຸກຂັ້ນຕ້ອງສຸມໃສ່ການສຶກສາອົມຮົມການເມືອງ- ແນວຄິດໃຫ້ພະນັກງານ-ນັກຮົບເປັນກົກ, ເອົາໃຈໃສ່ປັບປຸງການຈັດຕັ້ງແຕ່ລະຂັ້ນໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ມີຄຸນນະພາບ, ມີການຈັດຕັ້ງເຂັ້ມ ແຂງ, ມີແບບແຜນວິທີເຮັດວຽກບົນຫຼັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ, ຕັ້ງໜ້າປະຕິບັດໜ້າທີ່ວິຊາສະເພາະ ສິລະປະການສະແດງຂອງຕົນໃຫ້ໄດ້ດີ ໂດຍຜ່ານການເຝິກຊ້ອມ, ເຝິກແອບບຳລຸງ-ກໍ່ສ້າງພະນັກງານ ແລະ ສ້າງແຜນການເຄື່ອນໄຫວສະແດງຮັບໃຊ້ຕົວຈິງ ໃຫ້ໄດ້ຫຼາຍ ແລະ ກວ້າງຂວາງ, ຄົ້ນຄວ້າປະດິດສ້າງລາຍການສະແດງໃຫ້ມີຫຼາກຫຼາຍສີສັນທັນກັບຍຸກສະໄໝ, ຖືກຕ້ອງ-ເໝາະສົມຕາມ 3 ຄຸນລັກສະນະຄື ລັກສະນະຊາດ, ລັກສະນະມະຫາຊົນ ແລະ ລັກສະນະກ້າວໜ້າ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 19/12/2022