ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມອບ-ຮັບ ໂຄງການ​ກໍ່ສ້າງ​ຄ້າຍ​ກອງພັນ 413


    ພິທີ​ມອບ-ຮັບ​ໂຄງການ​ກໍ່ສ້າງ​ຄ້າຍ​ກອງພັນ 413 ທີ່​ຂຶ້ນ​ກັບ​ກອງພັນ​ໃຫຍ່ 202 ກອງ​ພົນ​ທີ 2 ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 19 ທັນວານີ້, ໂດຍ​ການ​ເຂົ້າ​ຮ່ວມ
​ຂອງ ສະຫາຍ ພົນ​ຕີ ຄຳ​ເພັດ ສີ​ຊາ​ນົນ ຫົວໜ້າ​ກົມ​ໃຫຍ່​ພະລາທິການກອງທັບ, ມີ​ສະຫາຍ ສຸພາບ ຂັນ​ຕິ​ພົງ​ສະຫວັນ ຮອງ​ປະທານ​ບໍລິສັດ​ແກ້ວ​ປະເສີດ​ກໍ່ ສ້າງ ແລະ ສ້ອມແປງ​ເຄຫາ​ສະຖານ​ຈຳກັດ, ມີ​ຄະນະ​ພັກ-ຄະນະ​ບັນຊາ​ກອງ​ພົນ​ທີ 2, ພ້ອມ​ດ້ວຍ​ໜ່ວຍ​ງານກວດກາ​ຈາກ​ກະຊວງ​ປ້ອງ​ກັນປະເທດ, ພະແນກ ການ-ຂະແໜງການ​ທີ່​ກ່ຽວຂ້ອງ ແລະ ຄະນະ​ພັກ-ຄະນະ​ບັນຊາກອງພັນ​ໃຫຍ່ 202 ເຂົ້າ​ຮ່ວມ.

     ສະຫາຍ ສຸພາບ ຂັນ​ຕິ​ພົງ​ ສະຫວັນ ໄດ້​ລາຍ​ງານ​ວ່າ: ໂຄງການ​ກໍ່ສ້າງ​ຄ້າຍ​ກອງພັນ 413 ເປັນ​ອາຄານ​ຊັ້ນ​ດຽວ ມີ​ທັງໝົດ 18 ອາຄານ ໂດຍແມ່ນທຶນ ຂອງ​ລັດຖະບານ ເຊິ່ງ​ໄດ້​ເລີ່ມລົງມື​ກໍ່ສ້າງ​ແຕ່​ເດືອນ​ເມສາ 2016 ມາ​ຮອດ​ປັດຈຸບັນ​ໄດ້ກໍ່ສ້າງສຳເລັດ 100% ໃນ​ມູນ​ຄ່າ 30.228.743.000 ກີບ. ໃນ​ພິ ທີ​ໄດ້​ເຊັນ​ບົດ​ບັນທຶກ​ມອບ-ຮັບ​ຢ່າງ​ເປັນ​ທາງ​ການ ເຊິ່ງ​ຕາງໜ້າ​ກ່າວ​ຮັບ​ໂດຍ ສະຫາຍ ພົນ​ຈັດຕະວາ ວຽງ​ແກ້ວ ສີ​ສຸ​ລາດ ຫົວໜ້າ​ການເມືອງ​ກອງ​ພົນ​ທີ 2.

     ໂອກາດ​ນີ້, ສະຫາຍ ພົນ​ຕີ ຄຳ​ເພັດ ສີ​ຊາ​ນົນ ໄດ້​ສະແດງ​ຄວາມ​ຂອບໃຈ​ຕໍ່​ບໍລິສັດ​ແກ້ວ​ປະເສີດ​ກໍ່ສ້າງ ແລະ ສ້ອມແປງ​ເຄຫາສະຖານ​ຈຳກັດ ທີ່​ໄດ້​ເອົາ ໃຈໃສ່ທຸ້ມເທ​ກຳລັງ​ຊັບ ແລະ ສະຕິ​ປັນຍາ​ເຂົ້າ​ໃນ​ການ​ກໍ່ສ້າງ​ຄ້າຍ​ກອງພັນ 413 ສຳເລັດ​ຕາມ​ແຜນການ​ທີ່​ວາງ​ໄວ້. ພ້ອມ​ດຽວ​ກັນ​ນີ້ ກໍຮຽກຮ້ອງ​ໃຫ້​ຄະນະ ​ ພັກ-ຄະນະ​ບັນຊາ​ກອງພັນ 413 ເອົາໃຈໃສ່​ສຶກ​ສາ​ອົບຮົມ​ພະນັກງານ-ນັກຮົບ ພ້ອມ​ກັນ​ປົກ​ປັກ​ຮັກສາ ແລະ ນຳ​ໃຊ້​ໄດ້​ຍາວ​ນານ.

ແຫຼ່ງທີ່ມາ: ສຸວັນໂນ ທະລັງສີ
ວັນທີ 20/12/2022