ກົມໃຫຍ່ການເມືອງກອງທັບ ຈັດກິດຈະກຳແຂ່ງຂັນ
ນັກຮ້ອງສຽງດີ ແລະ ກິລາສະໝັກຫຼິ້ນ
ວັນທີ 16 ມີນາ 2023 ນີ້, ກົມໃຫຍ່ການເມືອງກອງທັບ ໄດ້ຈັດກິດຈະກຳແຂ່ງຂັນນັກຮ້ອງສຽງດີ ແລະ ກິລາສະໝັກຫຼິ້ນ ໂດຍການເປັນປະທານຂອງສະ
ຫາຍ ພົນຕີ ວໍລະສານ ວິລັດດາວົງ ກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນ
ຊາ, ກົມ, ຫ້ອງການ, ກອງ, ຄະນະຊີ້ນຳ, ຄະນະຮັບຜິດຊອບ, ພ້ອມດ້ວຍນັກກິລາເຂົ້າຮ່ວມ.
ສະຫາຍ ພັນເອກ ວັນທອງ ພົງສະຫວັນ ຮອງຫົວໜ້າຫ້ອງການເມືອງກົມໃຫຍ່ການເມືອງກອງທັບ ໄດ້ແຜນການຂອງການຈັດກິດຈະກຳແຂ່ງຂັນນັກຮ້ອງ ສຽງດີ ແລະ ກິລາສະໝັກຫຼິ້ນຂອງກົມໃຫຍ່ການເມືອງກອງທັບ ໂດຍປະຕິບັດຕາມຄຳສັ່ງແນະນຳຂອງກົມໃຫຍ່ການເມືອງກອງທັບ ເພື່ອຈັດກິດຈະກຳຂ່ຳ ນັບຮັບຕ້ອນກອງປະຊຸມໃຫຍ່ຮາກຖານພັກ ແລະ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 68 ປີ ແລະ ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດ ເພື່ອຊາດ ຄົບຮອບ 77 ປີ ໃຫ້ມິີບັນຍາກາດຟົດຟື້ນຢ່າງຕໍ່ເນື່ອງ, ເຊິ່ງການຈັດກິດຈະກຳແຂ່ງຂັນຄັ້ງນີ້ປະກອບ 2 ມີເພດຄື: ການແຂ່ງຂັນນັກຮ້ອງສຽງດີ ມີ 3 ລາຍການ, ເພງດ່ຽວມີຜູ້ເຂົ້າແຂ່ງຂັນ 15 ສະຫາຍ ທີ່ມາຈາກ 15 ກົມກອງ, ຂັບລຳທ້ອງຖິ່ນມີຜູ້ເຂົ້າແຂ່ງຂັນ 10 ສະຫາຍ ທີ່ມາຈາກ 10 ກົມກອງ, ເພງລວມໝູ່ມີຜູ້ເຂົ້າແຂ່ງຂັນ 6 ຄະນະມາຈາກ 6 ກົມກອງ, ສ່ວນການແຂ່ງຂັນກິລາມີ 2 ລາຍການຄື: ບານສົ່ງຊາຍເຂົ້າຮ່ວມແຂ່ງຂັນ ມີ 18 ທີມ, ບານ ສົ່ງຍິງເຂົ້າຮ່ວມແຂ່ງຂັນມີ 7 ທີມ.
ໂອກາດດຽວກັນນີ້, ສະຫາຍ ພົນຕີ ວໍລະສານ ວິລັດດາວົງ ກໍໄດ້ໂອລົມຕໍ່ພິທີເປີດກິດຈະກຳແຂ່ງຂັນນັກຮ້ອງສຽງດີ ແລະ ກິລາສະໝັກຫຼິ້ນວ່າ: ໃຫ້ແຕ່ ລະສະຫາຍ ກໍຄືນັກກິລາເອົາໃຈໃສ່ປະຕິບັດຕາມວາລະເວລາ, ເອົາໃຈໃສ່ໃນການແຂ່ງຂັນ, ປະຕິບັດຕາມກົດລະບຽບກົດກະຕິກາຢ່າງເຂັ້ມງວດ, ຕະຫຼອດ ຮອດຄະນະກຳມະການ, ຜູ້ຮັບຜິດຊອບຈົ່ງເອົາໃຈໃສ່ມີຄວາມຊື່ຕົງໃນການໃຫ້ຄະແນນ ເພື່ອເຮັດໃຫ້ກິດຈະກຳຄັ້ງນີ້ເປັນກິລາທີ່ສ້າງບັນຍາກາດມ່ວນຊື່ນມີ ຄວາມຟົດຟື້ນ ແລະ ຫັດແໜ້ນຄວາມສາມັກຄີ.
ແຫຼ່ງທີ່ມາ:ສົມຄິດ ພູມມິຈິດ
ວັນທີ 21/03/2023