ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ​ໃຫຍ່​ການເມືອງ​ກອງທັບ ປິດ​ການ​ແຂ່ງຂັນ​ກິລາ​ສະໝັກ​ຫຼິ້ນ ປະຈຳ​ປີ 2022


    ພິທີ​ປິດ​ການ​ແຂ່ງຂັນ​ກິລາສະໝັກ​ຫຼິ້ນ​ທົ່ວ​ກົມ​ໃຫຍ່​ການເມືອງກອງທັບ ເພື່ອ​ສ້າງ​ຂະ​ບວນການ​ຂຳ່ນັບ​ຮັບ​ຕ້ອນ​ວັນຊາດ​ທີ 2 ທັນວາ ຄົບຮອບ 47 ປີ
(2 ທັນວາ 1975-2 ທັນວາ 2022) ແລະ ວັນ​ຄ້າຍ​ວັນ​ເກີດປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ ( 13 ທັນວາ 1920-13 ທັນວາ 2022) ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 20 ທັນວາ 2022 ນີ້, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພົນ​ຕີ ວໍລະ​ສານ ວິລັດ​ດາ​ວົງ ຮອງ​ຫົວໜ້າ​ກົມ​ໃຫຍ່​ການເມືອງ​ກອງທັບ, ມີ ສະຫາຍ ພົນ​ຈັດຕະວາ ບຸນ​ເຫຼືອ ໄຊ​ຍະ​ເພັນ ຫົວໜ້າ​ຫ້ອງ​ການເມືອງ​ກົມ​ໃຫຍ່​ການເມືອງ​ກອງທັບ, ມີ​ຄະນະ​ພັກ-ຄະນະ​ບັນຊາ​, ກົມ, ກອງ, ຫ້ອງການ​ຕະ ຫຼອດ​ນັກກິລາ​ເຂົ້າ​ຮ່ວມ​.

     ສະຫາຍ ພັນ​ໂທ ອຳພອນ ສຸກ​ມີ​ໄຊ ຮອງ​ຫົວໜ້າ​ຫ້ອງ​ການເມືອງ​ ໄດ້​ຂຶ້ນ​ຜ່ານ​ບົດ​ສະຫຼຸບ​ເຊິ່ງ​ໄດ້​ຍົກ​ໃຫ້​ເຫັນ​ບັນຍາກາດ ແລະ ຜົນ​ຂອງ​ການ​ແຂ່ງຂັນ​ທີ່​ ໄດ້​ດຳເນີນ​ມາ​ແຕ່​ວັນ​ທີ 3 ພະຈິກ 2022 ລວມ​ວັນ​ແຂ່ງຂັນ​ທັງ​ໝົດ 30 ວັນ, ການ​ແຂ່ງຂັນ​ໄດ້​ແບ່ງ​ອອກ​ເປັນ 3 ປະເພດ 5 ລາຍການ​ ຄື​​: ກິລາ​ບານສົ່ງ ​ຊາຍ​ມີ 16 ທີມ, ກິລາ​ບານສົ່ງ​ຍິງ​ມີ 5 ທີມ, ກິລາ​ກະຕໍ້​​ມີ 16 ທີມ, ກິລາ​ເປ​ຕັງ​ຊາຍ​ມີ 34 ທີມ ແລະ ກິລາ​ເປ​ຕັງ​ຍິງ​ມີ 31 ທີມ. ສຳລັບ​ຜົນ​ການ​ແຂ່ງຂັນ​ປະ ເພດ​ບານສົ່ງ​ຊາຍ​ທີ 1 ຫ້ອງ​ການເມືອງ, ທີ 2 ກົມ​ກວດກາ, ທີ 3 ກອງພັນ 988, ບານສົ່ງ​ຍິງທີ 1 ຫ້ອງການ​ກົມ​ໃຫຍ່, ທີ 2 ກອງ​ວິທະຍຸ​ກອງທັບ, ທີ 3 ກອງພັນ 160, ກະຕໍ້​ທີ 1 ໄອ​ຍະ​ການ​ທະຫານ​ຂັ້ນ​ສູງ, ທີ 2 ຫ້ອງການ​ບໍລິຫານ, ທີ 3 ກອງ​ໂທລະພາບ, ເປ​ຕັງ​ຊາຍທີ 1 ໂທລະພາບ​ກອງທັບ, ທີ 2 ໄອ​ຍະ​ ການ​ພາກ​ກາງ, ທີ 3 ຫ້ອງການ​ຊາວ​ໜຸ່ມ; ​ເປ​ຕັງ​ຍິງ​ທີ 1 ກອງພັນ 987, ທີ 2 ໂຮງພິມ​ກອງທັບ, ທີ 3 ກອງພັນ 686. ໂອກາດ​ນີ້​ໃຫ້​ກຽດ​ມອບ​ລາງ​ວັນ​ປະ ເພດ 1 ຂອງທຸກ​ລາຍການ​ໂດຍ ສະຫາຍ ພົນ​ຕີ ວໍລະ​ສານ ວິລັດ​ດາ​ວົງ ຮອງ​ຫົວໜ້າ​ກົມ​ໃຫຍ່​ການເມືອງ​ກອງທັບ, ປະເພດ 2 ມອບໂດຍ ສະຫາຍ ພົນ​ຈັດ ຕະວາ ບຸນ​ເຫຼືອ ໄຊ​ຍະ​ເພັນ ຫົວໜ້າ​ຫ້ອງ​ການເມືອງ​ກົມ​ໃຫຍ່​ການເມືອງ​ກອງທັບ.

     ໂອກາດ​ດັ່ງກ່າວ ສະຫາຍ ພົນ​ຕີ ວໍລະ​ສານ ວິລັດ​ດາວົງ ຍັງ​ໄດ້​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ​ຕໍ່​ຄະນະ​ຊີ້​ນຳ, ຄະນະ​ຮັບຜິດຊອບ, ກຳມະການ​ຕັດສິນ ແລະ ນັກກິລາ​ທຸກ​ສະຫາຍ​ທີ່​ໄດ້​ເອົາໃຈໃສ່​ຕໍ່ໜ້າ​ທີຄວາມ​ຮັບຜິດຊອບ​ຂອງ​ຕົນ​​ຢ່າງ​ສຸດ​ກົກ​ສຸດ​ປາຍ ຈົນເຮັດ​ໃຫ້ການ​ແຂ່ງຂັນ​ກິລາ​ໃນ​ຄັ້ງ​ນີ້​ປະສົບ​ຜົນສຳເລັດ​ຕາມ ​ແຜນການ ແລະ ທັງ​ເປັນ​ການ​ເສີມສ້າງສຸຂະພາບ​ຂອງ​ພະນັກງານ-ນັກຮົບ​ໃນ​ທົ່ວ​ກົມ​ໃຫຍ່​ການເມືອງ​ກອງທັບ ​ໃຫ້​ມີ​ສຸຂະພາບ​ແຂງແຮງ ແລະ ກໍ່​ເປັນ​ການ ​ປຸກລະດົມ​ຄວາມ​ສາມັກຄີ​ພາຍ​ໃນ-ພາຍ​ນອກ​ໃຫ້​ເປັນ​ປຶກ​ແຜນ​ແໜ້ນໜາ ເພື່ອ​ພ້ອມ​ກັນ​ເຮັດ​ສຳເລັດ​ໜ້າ​ທີ​ອັນ​ມີ​ກຽດ​ຂອງ​ຕົນ.

ແຫຼ່ງທີ່ມາ: ບຸນຊ້ອຍ
ວັນທີ 21/12/2022