ພັກນໍາພາເປັນປັດໃຈຕັດສີນທຸກໄຊຊະນະຂອງທຸກຂົງເຂດວຽກງານ
ສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳມະນີ ກໍາມະການຄະນະພັກກະຊວງ, ຫົວໜ້າກົມຈັດຕັ້ງພັກ-ກົມໃຫຍ່ການເມືອງກອງທັບ ໄດ້ມີຄໍາເຫັນເນື່ອງ ໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 68 ປີວ່າ: ດັ່ງພວກເຮົາຮັບຮູ້ນຳກັນແລ້ວວ່າ: “ພັກປະຊາຊົນປະຕິວັດລາວ” ໄດ້ຮັບການສ້າງຕັ້ງຂື້ນ ໃນວັນທີ 22 ມີນາ 1955, ໂດຍການສືບທອດພາລະກິດປະຕິວັດຂອງພັກກອມມູນິດອິນດູຈີນ, ເຊິ່ງແມ່ນປະທານ ໄກສອນ ພົມວິຫານ ເປັນຫຼັກແຫຼ່ງໃນ ການນໍາພາ, ທະນຸບໍາລຸງ, ຝຶກຝົນຫຼໍ່ຫຼອມ ແລະ ກໍ່ສ້າງ.
ນັບແຕ່ມື້ສ້າງຕັ້ງເປັນຕົ້ນມາ, ພັກເຮົາ ໄດ້ຮັບການຊຸບຫຼໍ່ຈາກແປວໄຟແຫ່ງການຕໍ່ສູ້ກູ້ຊາດ ຕ້ານກັບຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ໃໝ່; “ພັກ” ໄດ້ນໍາພາປະຊາຊົນລາວບັນດາເຜົ່າ ດໍາເນີນການປະຕິວັດຊາດ ປະຊາທິປະໄຕປະຊາຊົນ; ເຮັດສໍາເລັດພາລະກິດປົດປ່ອຍຊາດ, ລົບລ້າງລະບອບລ່າເມືອງຂຶ້ນ ແບບເກົ່າ ແລະ ໃໝ່, ໄດ້ສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂື້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 02 ທັນວາ 1975 ຕໍ່ມາ “ພັກ” ໄດ້ ສືບຕໍ່ນໍາພາປວງຊົນລາວທັງຊາດ ປະຕິບັດສອງໜ້າທີ່ຍຸດທະສາດ: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມແນວທາງປ່ຽນແປງໃໝ່ຮອບ ດ້ານທີ່ມີຫຼັກການຂອງພັກ; “ພັກ” ຍາມໃດກໍຢຶດໝັ້ນ ແລະ ໝູນໃຊ້ຢ່າງປະດິດສ້າງທິດສະດີ ມາກ-ເລນິນ, ແນວຄິດ ປະທານ ໄກສອນ ພົມວິຫານ ເຂົ້າໃນ ສະພາບການຕົວຈິງຂອງປະເທດຊາດໃນແຕ່ລະໄລຍະເຮັດໃຫ້ປະເທດຊາດ ມີບາດກ້າວຂະຫຍາຍຕົວຢ່າງຕັ້ງໜ້າເຮັດໃຫ້ທີ່ຕັ້ງ, ພາລະບົດບາດ ແລະ ອິດທິ ພົນຂອງປະເທດຊາດໃນເວທີສາກົນໄດ້ຮັບການເຊີດຊູສູງຂຶ້ນເປັນກ້າວໆ. ເພື່ອເປັນການຢັ້ງຢືນເຖິງຜົນສໍາເລັດໃນການນໍາພາຂອງ ພັກປະຊາຊົນປະຕິວັດ ລາວ ຕໍ່ກໍາລັງປະກອບອາວຸດ ໃນໄລຍະຜ່ານມາ, ຄະນະພັກກະຊວງປ້ອງກັນປະເທດ ເວລາໃດກໍຢຶດໝັ້ນໃນຫຼັກການນໍາພາເດັດຂາດ, ໂດຍກົງ ແລະ ຮອບ ດ້ານຂອງພັກ ໃນກອງທັບຢ່າງສະເໝີຕົ້ນສະເໝີປາຍ, ຄະນະພັກກະຊວງ ຍາມໃດກໍໄດ້ເອົາໃຈໃສ່ປັບປຸງກໍ່ສ້າງກໍາລັງໃຫ້ ມີຄວາມປອດໃສ ເຂັ້ມແຂງ ໜັກ ແໜ້ນທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນນໍາພາ; ເປັນກໍາລັງທີ່ຊື່ສັດ ແລະ ຈົງຮັກພັກດີຢ່າງເດັດຂາດຕໍ່ພັກ, ຕໍ່ປະເທດຊາດ; ເປັນ ກໍາລັງຫຼັກແຫຼ່ງໃຫ້ແກ່ປວງຊົນລາວທັງຊາດໃນການປົກປັກຮັກສາເອກະລາດ, ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ, ຮັກສາ ສະຖຽນລະພາບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ແລະ ປະກອບສ່ວນອັນ ສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດໃຫ້ຮັ່ງມີ, ເຂັ້ມແຂງ. ສໍາລັບຄະນະພັກກົມໃຫຍ່ການເມືອງກອງທັບ ໃນຖານະທີ່ເປັນເສນາທິການວຽກງານພັກ-ວຽກງານການເມືອງໃນກອງທັບ ກໍ ໄດ້ເອົາໃຈໃສ່ໃຫ້ຄວາມສຳຄັນ ໃນການກໍ່ສ້າງພັກທາງດ້ານການເມືອງ-ນຳພາແນວຄິດ ເປັນວຽກງານແຖວໜ້າ ແລະ ສອດຫ້ອຍເຂົ້າໃນທຸກຂົງເຂດວຽກ ງານ ເພື່ອເຮັດໃຫ້ຖັນແຖວພະນັກງານ, ສະມາຊິກພັກ, ນາຍ ແລະ ພົນທະຫານ ໃນທົ່ວກອງທັບ ໄດ້ຮັບການສຶກສາອົບຮົມ, ຮ່ຳຮຽນອຸດົມການຂອງພັກ, ທັດສະນະຫລັກໝັ້ນຊົນຊັ້ນ, ທິດສະດີມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ, ແນວທາງການເມືອງຂອງພັກ, ທາດແທ້ມູນເຊື້ອຂອງຊາດ, ຂອງພັກ, ຂອງກອງທັບ.
ຜ່ານການສຶກສາອົບຮົມວຽກງານການເມືອງ-ນຳພາແນວຄິດ ຢູ່ຄະນະພັກແຕ່ລະຂັ້ນ ເຮັດໃຫ້ສະພາບການເມືອງ-ແນວຄິດຂອງຖັນແຖວພະນັກງານ, ສະ ມາຊິກພັກ, ນາຍ ແລະ ພົນທະຫານ ໃນທົ່ວກອງທັບ ມີຄຸນທາດການເມືອງໜັກແໜ້ນ, ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກຢ່າງຕາຍໃຈ, ສົມກັບເປັນ ກຳລັງທີ່ໄວ້ເນື້ອເຊື່ອໃຈຂອງພັກ, ຂອງປະຊາຊົນລາວບັນດາເຜົ່າ. ສໍາລັບ ກົມຈັດຕັ້ງພັກຂອງພວກເຮົາ; ບົນພື້ນຖານກຳແໜ້ນທີ່ຕັ້ງ, ພາລະບົດບາດ, ໜ້າທີ່ ຂອງຕົນ, ພາຍໃຕ້ການຊີ້ນຳ-ນຳພາເດັດຂາດ, ໂດຍກົງ, ຮອບດ້ານຂອງຄະນະພັກກະຊວງ, ຄະນະພັກກົມໃຫຍ່ການເມືອງກອງທັບ; ກົມຈັດຕັ້ງພັກ ໄດ້ຮັກ ສາ ແລະ ເສີມຂະຫຍາຍບົດບາດດັ່ງກ່າວ ໃນການເປັນເສນາທິການໃນການຄົ້ນຄວ້າບັນດານິຕິກຳວຽກງານຈັດຕັ້ງ, ກໍ່ສ້າງພັກໃນກອງທັບຕະຫຼອດມາ, ເຊິ່ງ ມີຜົນສຳເລັດອັນພົ້ນເດັ່ນໃນປີ 2022 ຜ່ານມາ ດັ່ງນີ້: 1. ວຽກງານພັກ-ວຽກງານການເມືອງ ໄດ້ເປີດຊຸດຝຶກອົບຮົມວຽກງານຈັດຕັ້ງ, ກໍ່ສ້າງພັກທົ່ວກອງ ທັບ ຊຸດທີ VI ຢູ່ໂຮງຮຽນທິດສະດີການເມືອງກອງທັບ, ເປີດຊຸດຝຶກອົບຮົມກວດສອບເລຂາ, ຮອງເລຂາຮາກຖານພັກ ຈໍານວນ 11 ຄະນະ ຄື: ຄະນະພັກ ກົມໃຫຍ່ເຕັກນິກ, ກອງພົນທີ 1, ກອງພົນທີ 3, ກອງພົນທີ 5, ກອງພັນໃຫຍ່ 645, ກອງພັນໃຫຍ່ 661; ກອງບັນຊາການທະຫານແຂວງ ອັດຕະປື, ຫຼວງ ພະບາງ, ກົມໃຫຍ່ການເມືອງກອງທັບ, ວິທະຍາຄານເຕັກນິກການທະຫານ, ໂຮງຮຽນທິດສະດີການເມືອງກອງທັບສຳເລັດ. 2.ວຽກງານປັບປຸງກົງຈັກການ ຈັດຕັ້ງພັກ ໄດ້ຂໍອະນຸມັດລາຍເຊັນບົ່ງຕົວແຕ່ງຕັ້ງປ່ຽນແທນເລຂາ, ຮອງເລຂາ, ຄະນະປະຈໍາພັກ, ກໍາມະການຄະນະພັກຂອງບັນດາກົມກອງ-ອົງການ ຈຳ ນວນ 18 ຫົວໜວ່ຍ-ກົມກອງ, ມີ 47 ສະຫາຍ, ຂໍອະນຸມັດສ້າງຕັ້ງຄະນະພັກໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ສຳເລັດ. ນອກນີ້, ໄດ້ປະສານສົມທົບ ກັບ ກົມພະນັກງານ ດຳເນີນກອງປະຊຸມທາບທາມຂຶ້ນແຜນກຳນົດພະນັກງານ ນຳພາ-ບັນຊາ ຂັ້ນສູນກາງຄຸ້ມຄອງ ຢູ່ອົງຄະນະພັກກະຊວງປ້ອງກັນປະເທດ; ໄດ້ລົງເຄື່ອນໄຫວທາບທາມຂຶ້ນແຜນກຳນົດພະນັກງານ ນຳພາ-ບັນຊາ ຂັ້ນສູນກາງຄຸ້ມຄອງ ຢູ່ບັນດາກົມກອງກຳລັງຫຼວງ ຈຳນວນ 08 ເຂດ ສໍາເລັດ. ຫຼັງ ຈາກນັ້ນ, ກໍໄດ້ສະຫຼຸບຜົນຂອງການທາບທາມດັ່ງກ່າວ ລາຍງານໃຫ້ຄະນະຈັດຕັ້ງສູນກາງພັກສຳເລັດ. 3. ວຽກງານກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ໄດ້ຊີ້ນຳຄະນະພັກແຕ່ລະຂັ້ນ ໃຫ້ຄວາມສຳຄັນ ແລະ ຊີ້ນຳຢ່າງໃກ້ຊິດ, ເຮັດໃຫ້ການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ໃນທົ່ວ ກອງທັບ ກາຍເປັນສະຕິຄວາມຮັບຜິດຊອບ ແລະ ທັງເປັນໄມ້ຫຼາວັດແທກຄຸນນະພາບ, ຄວາມສາມາດນຳພາຂອງຄະນະພັກແຕ່ລະຂັ້ນ; ໂດຍຕິດພັນກັບ ການສ້າງກອງ 3 ປອດ (ປອດໃສ, ປອດໄພ, ປອດຄະດີ), ກອງວັດທະນະທຳ ແລະ ນັກຮົບວັດທະນະທຳ. ໃນນີ້, ໄດ້ຊີ້ນຳບັນດາຄະນະພັກ ທີ່ຂຶ້ນກັບອົງຄະ ນະພັກກະຊວງປ້ອງກັນປະເທດ ຈັດຕັ້ງຕີລາຄາ ແລະ ສະຫຼຸບລາຍງານຜົນຂອງການຄົ້ນຄວ້າຕີລາຄາ ແບ່ງປະເພດຄຸນນະພາບການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2022 ຈໍານວນ 1.239 ໜ່ວຍພັກ; ຖ້າທຽບໃສ່ປີ 2021 ຜ່ານມາ ມີໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກ ແໜ້ນ ເພີ່ມ ຂຶ້ນ 61 ໜ່ວຍພັກ. ປັດຈຸບັນ ກົມຈັດຕັ້ງພັກ ພວມສຸມໃສ່ ຊີ້ນຳບັນດາຄະນະພັກແຕ່ລະຂັ້ນ ດຳເນີນກອງປະຊຸມກາງສະໄໝ ຂອງຄະນະພັກຂັ້ນຕົນ; ພ້ອມ ທັງຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ ໃຫ້ປະ ກົດຜົນເປັນຈິງ; ຕິດຕາມ, ຊີ້ນຳການຈັດຕັ້ງດໍາເນີນກອງປະຊຸມໃຫຍ່ 03 ຂັ້ນຂອງພັກ ໃນກອງທັບໃຫ້ສຳເລັດຕາມແຜນການ (ກອງປະຊຸມໃຫຍ່ຂອງບັນ ດາຮາກຖານພັກ ໃຫ້ສຳເລັດໃນປີ 2023. ເນື່ອງໃນໂອກາດ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 68 ປີ ຂ້າພະເຈົ້າຂໍຕາງໜ້າ ຄະນະພັກ-ຄະ ນະບັນຊາ ແລະ ພະນັກງານ, ສະມາຊິກພັກ ພາຍໃນກົມຈັດຕັ້ງພັກຂໍຈົດຈຳ ແລະ ຮູ້ບຸນຄຸນຢ່າງສູງຕໍ່ ພັກປະຊາຊົນປະຕິວັດລາວ ແລະ ອ້ວຍພອນໄຊອັນ ປະເສີດ ມາຍັງການນຳ ພັກ-ລັດ, ຄະນະນຳກະຊວງປ້ອງກັນປະເທດ, ກໍຄືກົມໃຫຍ່ການເມືອງກອງທັບ ຈົ່ງມີສຸຂະພາບເຂັ້ມແຂງ, ມີຜົນ ສຳເລັດໃນໜ້າທີ່ ວຽກງານ; ສືບຕໍ່ເປັນຫຼັກແຫຼ່ງໃນການນຳພາປະເທດຊາດ, ກໍຄືກອງທັບປະຊາຊົນລາວ ໃຫ້ນັບມື້ເຕີບໃຫຍ່, ເຂັ້ມແຂງ ແລະ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
ແຫຼ່ງທີ່ມາ:ໜັງສືພິມກອງທັບ
ວັນທີ 24/03/2023