ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນເອກ ຈັນສະຫມອນ ຈັນຍາລາດ

ຕ້ອນຮັບຫົວຫນ້າ ກົມ ພົວພັນ ຕ່າງປະເທດ ສສ ມຽນມາ ເຂົ້າຢ້ຽມ ຂ່ຳນັບ


   ວັນທີ 23 ພຶດສະພາ 2023ນີ້, ທ່ານ ພົນ ເອກ ຈັນ ສະຫມອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ,ລັດຖະມົນ ຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ພົນ ຈັດຕະວາ ໄຄລິນ ຫົວຫນ້າກົມ ພົວພັນຕ່າງປະເທດ, ຫ້ອງການ ຄວາມຫມັ້ນຄົງ ກອງທັບ ສສ ມຽນມາ ພ້ອມຄະນະ ເຂົ້າຢ້ຽມຂ່ຳນັບໃນໂອກາດທີ່ເດີນທາງມາຢ້ຽມຢາມແລະ ເຮັດ ວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 22-26 ພຶດສະພາ 2023 ນີ້.ໂອກາດ ນີ້, ທ່ານ ພົນ ເອກ ຈັນສະຫມອນ ຈັນຍາລາດ ໄດ້ຕີລາຄາສູງຕໍ່ການເດີນທາງ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງ ທ່ານ ພົນຈັດຕະວາ ໄຄລິນ ພ້ອມດ້ວຍຄະ ນະເຊິ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການຮັດ ແຫນ້ນສາຍພົວພັນຮ່ວມມື,ທີ່ເຕັມໄປດ້ວຍໄມຕີຈິດ ມິດຕະພາບ ແລະ ສືບຕໍ່ການພົວພັນຮ່ວມມືລະ ຫວ່າງສອງກົມ ພົວພັນ ຕ່າງປະເທດກະຊວງປ້ອງກັນປະເທດລາວ ແລະ ກະຊວງປ້ອງກັນປະເທດ ມຽນມາ ໃຫ້ນັບມື້ແຕກດອກອອກຜົນຂຶ້ນເລື້ອຍໆ .ທ່ານ ພົນ ຈັດຕະວາ ໄຄລິນ ໄດ້ສະແດງຄວາມຂອບໃຈອັນອົບອຸ່ນຕໍ່ການຕ້ອນຮັບຂອງຝ່າຍລາວຕໍ່ຄະນະກົມພົວພັນຕ່າງປະເທດ, ຫ້ອງການ ຄວາມຫມັ້ນຄົງກອງທັບ ສສ ມຽນມາ ພ້ອມຄະນະໃນຄັ້ງນີ້,ພ້ອມທັງລາຍງານຜົນການພົບປະສອງຝ່າຍລະຫວ່າງ ກົມພົວພັນຕ່າງປະເທດ, ຫ້ອງການຄວາມຫມັ້ນຄົງກອງທັບ ສສ ມຽນມາ ກັບກົມພົວພັນຕ່າງປະເທກອງທັບປະຊາຊົນລາວໃຫ້ ທ່ານ ພົນເອກ ຈັນສະຫມອນ ຈັນຍາລາດ ຮັບຊາບ , ພ້ອມທັງໃຫ້ ຄໍາຫມັ້ນສັນຍາຈະສືບຕໍ່ການ ພົວພັນ ຮ່ວມມືໃນຂົງເຂດວຽກງານທີ່ສອງຝ່າຍໃຫ້ຄວາມສົນໃຈເພື່ອເຮັດໃຫ້ການຮ່ວມມືໃນວຽກງານຕ່າງໆ ລະຫວ່າງສອງກົມພົວພັນ ຕ່າງປະເທດລາວ-ມຽນ ມາ ໃຫ້ນັບມື້ກ້າວເຂົ້າສູ່ຜົນງານໃຫມ່ໃຫຍ່ກວ່າເກົ່າ



ແຫຼ່ງທີ່ມາ:ໜັງ​ສື​ພິມກອງ​ທັບ
ວັນທີ 24/05/2023